Ad

Ad

29 April 2013

ຫລວງພະບາງສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ 61 ລ້ານກວ່າໂດລາ



        ປັດຈຸ​ບັນ​ແຂວງ​ຫລວງ​ພະ​ບາງ​ໄດ້ມີແຜນຍຸດທະສາດການ ພັດທະນາຖື​ເອົາ​ວຽກ​ງານ​ທ່ອງ​ທ່ຽວ​ເປັນ​ບູລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນ​ການ​ສ້າງ​ລາຍ​ຮັບ​​ຊຶ່ງໃນ​ໄລ ຍະ 6 ເດືອນ​ຕົ້ນ​ປີ 2012-2013 ສາມາດ​ສ້າງ​ລາຍ​ຮັບ​ໄດ້ 61,4 ລ້ານ​ກວ່າ​ໂດ​ລາ​ສະຫະລັດ.
        ທ່ານ ດຣ. ຄຳ​ແພງ ​ໄຊ​ສົມ​ແພງ ​ເຈົ້າ​ແຂວງ​ ຫລວງ​ພະ​ບາງ​ໄດ້​ໃຫ້​ສຳພາດ​ຕໍ່​ສື່ມວນ​ຊົນ​ໃນ​ໂອກາດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເປີດ​ກວ້າງ​ປະ​ຈຳ 6 ເດ​ືອນສົກ​ປີ 2012-2013 ຢູ່​ຫ້ອງ​ວ່າການ​ລັດ ຖະບານໃນ​ລະຫວ່າງ​ວັນ​ທີ 8-11 ເມສາ 2013 ຊຶ່ງ​ທ່ານ​ໄດ້​ກ່າວ​ວ່າ:  ແຂວງ​ຫລວງ​ພະ​ບາງ​ໄດ້​ເອົາ​ໃຈ​ໃສ່​ເຂົ້າ​ໃນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ຮັບ​ໃຊ້​ການທ່ອງ ທ່ຽວ​ດ້ານ​ຕ່າງໆ​ເປັນຕົ້ນ​ລະບົບ​ຄົມມະນາຄົມ ​ແລະ ການ​ຂົນ​ສົ່ງ​ທາງບົກ, ທາງນ້ຳ ແລະ ທາງ​ອາ ກາດ​ໃຫ້​ມີ​ຄວາມ​ສະດວກ​ສະ ບາຍ, ​ມີ​ຄວາມ​ປອດ​ໄພ​ຫລາຍ​ຂຶ້ນ, ສະຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ​ໄດ້​ຮັບ​ການ​ກໍ່ສ້າງ, ປັບປຸງ ​ແລະ ພັດທະນາ​ໃຫ້​ກ້າວ​ໄປ​ສູ່​ຄຸນ​ນະ ພາ​ບ, ບັນດາ​ສະຖານ​ທີ່​ພັກ​ເຊົາ​ເຊັ່ນ: ​ໂຮງ​ແຮມ​ໃນ​ປັດຈຸ​ບັນ​ມີ​ເຖິງ 46 ແຫ່ງ, ຣີສອດ 14 ແຫ່ງ, ​ເຮືອນ​ພັກ 230 ຫລັງ, ຮ້ານ​ອາຫານ 48 ແຫ່ງ, ສາມາດ​ຮອງ​ຮັບ​ບັນດາ​ແຂກ ​ແລະ ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວ​ທ່ອງ​
ໃນ​ແຂວງ​ຫລວງ​ພະ​ບາງໄດ້​ເຖີງ 4 ພັນ​ຄົນ/ມື້, ສາ ມາດ​ດຶງ​ດູດ​ນັກ​ທ່ອງທ່ຽວ​ຕ່າງ ປະ​ເທດ​ໄດ້​ທັງ​ໝົດ 221.895 ຄົນ​ ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ ຜ່ານມາ​ເພີ່ມ​ຂຶ້ນ 41.414 ເທື່ອ​ຄົນ ຫລື ປະມານ 30%​, ໂດຍ​ອິງ​ຕາມ​ຍຸດ​ທະ​ສາດ​ການ​ພັດທະນາ​ແຂວງ​ຫລວງ​ພະ​ບາງ ວຽກ​ງານ​ທ່ອງ​ທ່ຽວ​ກາຍ​ເປັນ​ບູລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ກຳນົດ​ໃຫ້​ແຂວງ​ເປັນ​ໃຈກາງທາງ​ດ້ານ​ການ​ບໍລິຫານ​,ເປັນ​ສູນ​ກາງຂອງ​ການ​ລົງທຶນ, ການ​ຄ້າ, ການ​ສຶກສາ ​ແລະ ສາ ທາລະນະ​ສຸກ​ ຂອງບັນດາ​ແຂວງ​ພາກ​ເໜືອ ​ແລະ ກໍານົດ​ໃຫ້​ເປັນ​ແຫ​ລ່ງ ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ ທາງ​ດ້ານ​ທຳ​ມະ​ຊາດ, ປະຫວັດ ສາດ, ວັດທະນະ​ທຳ ​ແລະ ສະ​ຖາ​ປັດ​ຕະຍະ​ກຳ​ຂອງ​ລາວ,  ສິ່ງ​ສຳ ຄັນ​ແມ່ນ​ເມືອງ​ມໍລະ​ດົກ​ໂລກ​ ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ເປັນ​ຢ່າງ​ດີ​ໂດຍ​ນຳ​ໃຊ້​ຂໍ້​ກຳນົດ, ກົດ​ລະ ບຽບ, ​ແຜນຜັງ​ປົກ​ປັກ​ຮັກສາ ແລະ ​ໃຫ້​ມີ​ຄຸນຄ່າ​ຫລາຍ​ຂຶ້ນ​ ເຊິ່ງ​ເປັນ​ນິຕິ​ກຳ​ໃນການຈັດຕັ້ງປະ ຕິບັດການ​ຄຸ້ມ​ຄອງ​​ເຂດ​ມໍລະດົກ​ແບບ​ປະຊາຊົນ​ມີ​ສ່ວນ​ຮ່ວມ ​ແລະ ການ​ສ້າງ​ແຜນ​ຍຸດ​ທະ​ສາດ​ກ່ຽວ​ກັບ​ເນື້ອທີ່​ເຂດ​ແດນ​ຕິດ​ເຊື່ອມ​ກັນ​ ລະຫວ່າງ​ ເຂດ​ມໍລະດົກ​ກັບ​ເຂດ​ອ້ອມ​ຮອບ​ທີ່​ເອີ້ນວ່າ: ​ເຂດ​ປ້ອງ​ກັນ​ໃຫ້​ມີ​ຄວາມ​ກົມກຽວ​ກັນ​ອັນ​ເປັນ​ພື້ນຖານ​ໃນ​ການວາງ​ແຜນ​ກິດຈະ​ກຳ​ບູລິ​ມະ​ສິດດ້ານ​ການ ພັດ ທະນາ​ພື້ນທີ່​ໃຫ້​ສອດຄ່ອງ​ກັບ​ການ​ຮັກສາ​ເອກະລັກ​ທາງ​ດ້ານ​ວັດທະນະ​ທຳ​ຂອງ​ຕົວ​ເມືອງ. ພ້ອມ​ກັນນັ້ນ ພາກສ່ວນ​ທຸລະ​ກິດ​ທີ່​ຕິດ​ພັນ​ກັບ​ການທ່ອງທ່ຽວ​ຍັງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ​ຊາວ​ຫລວງ​ພະ​ບາງ​ໄດ້​ເປັນ​ຢ່າງ​ດີ.
        ທ່ານ​ເຈົ້າ​ແຂວງ​ຫລວງ​ພະ​ບາງ​ຍັງ​ແຈ້ງ​ໃຫ້​ຮູ້​ຕື່ອມອີກ​ວ່າ: ແຂວງ​ຫລວງ​ພະ​ບາງ​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ປະ​ຫວັດ​ສາດ​ອັນ​ດົນ​ນານ 1.200 ກວ່າປີ, ມີ​ວັດທະນະ​ທຳ-​ຮີດຄອງ​ປະ​ເພນີອັນ​ດີງາມ​ທີ່​ໄດ້​ຮັບ​ການ​ອະ​ນຸລັກ​ຮັກສາ​ໃຫ​້ ຄົງ​ຄຸນຄ່າ​ຕະຫລອດ​ມາ, ມີທີ່​ຕັ້ງ ພູມ​ສັນຖານ​ທີ່​ເໝາ​ະສົມ, ອຸດົມ​ໄປ​ດ້ວຍ​ພູຜາ​ປ່າ​ໄມ້, ​ແມ່ນ້ຳ​ລຳ​ເຊ, ສັດສາ​ວາ​ສິ່ງ, ອັນ​ເປັນ​ອົງ​ປະກອບ​ທີ່​ສຳຄັນ, ​ເຮັດ​ໃຫ້ແຂວງ ຫລວງ​ພະ​ບາງ​ມີ​ຄວາມ​ສວຍ​ສົດ​ງົດ​ງາມ ​ແລະ ​ເປັນ​ເອກະລັກ​ສະ​ເພາະພິ​ເສດ​ແມ່ນ​ເມື​ອງຫລວງ​ພະ​ບາງ​ເປັນ​ເມືອງ​ມໍ​ລະດົກ​ໂລກ​ທາງ​ດ້ານ​ວັດທະນະ​ທຳ ​ແລະ ທຳ​ມະ​ຊາດ​ແຕ່​ປີ 1995 ເປັນ ຕົ້ນ​ມາ​ຈາກ​ເງື່ອນ​ໄຂ​ດັ່ງກ່າວ ນັກ​ທ່ອງທ່ຽວທັງ​ພາຍ​ໃນ ແລະ ຕ່າງ ປະ​ເທດ ​ໄດ້​ຮັບ​ຮູ້ ແລະ ​ໃຫ້​ຄວາມ​ສົນໃຈ​ເດີນ ທາງ​ເຂົ້າ​ມາ​ທ່ອງ​ທ່ຽວ​ຫລວງ​ພະ​ບາງຢ່າງ​ຕໍ່​ເນື່ອງ​ ອັນ​ໄດ້​ກາຍ​ເປັນ​ທ່າ​ແຮງ​ຕົ້ນຕໍ​ໃນ​ການ​ສ້າງ​ແຫ​ລ່ງລາຍ​ຮັບ​ເຂົ້າ​ສູ່​ຫລວງ​ພະ​ບາງ​ຢ່າງ​ຫຼວງຫລາຍ​.

No comments:

Post a Comment