Ad

Ad

29 April 2013

ຫ້ອງວ່າການລັດຖະບານຮັບຮອງລະບຽບການຈະລາຈອນເອກະສານ



      ກົມບໍລິຫານ ແລະ ພິທີການ ຂອງຫ້ອງວ່າການລັດຖະບານຈັດສຳມະນາ ເພື່ອຮັບຮອງເອົາ ລະບຽບການຈໍລະ ຈອນເອກະສານ ແລະ ແບບຟອມເອກະສານທາງລັດຖະການຕ່າງໆ ໃນວັນທີ 26 ເມສານີ້ ຢູ່ຫ້ອງວ່າການລັດຖະ ບານໂດຍພາຍໃຕ້ການເປັນ ປະທານຂອງທ່ານ ດຣ. ສິນລະ ວົງ ຄຸດໄພທູນ ລັດຖະມົນຕີ, ຫົວ ໜ້າຫ້ອງວ່າການລັດ ຖະບານ, ມີບັນດາພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ. ທັງນີ້ກໍເພື່ອ ເຮັດໃຫ້ມີຄວາມເປັນເອກະພາບ ກັນໃນ ການຈັດຕັ້ງປະຕິບັດ ແລະ ຖືກນຳໃຊ້ເຂົ້າໃນການຂຽນຊອບແວຂັ້ນຕອນການຈໍລະຈອນເອກະສານທີ່ທັນສະໄໝ ແລະ ຜ່ານປະຕູດຽວ.
      ທ່ານ ຄຳເຜີຍ ແກ້ວກິນນາລີ ຫົວໜ້າກົມບໍລິຫານ ແລະ ພິທີ ການ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງລະບຽບການ ສະບັບນີ້ ວາງອອກເພື່ອກຳນົດບັນດາຫລັກການໃນການຮັບ, ການຈໍລະຈອນ ແລະ ການຄຸ້ມຄອງເອກະສານ ທາງ ລັດຖະການຢູ່ພາຍໃນຫ້ອງວ່າການລັດຖະບານ ແນໃສ່ຮັບປະກັນໃຫ້ການຈໍລະຈອນເອກະສານຖືກຕ້ອງຕາມເປົ້າ ໝາຍ, ມີຄວາມສະດວກ, ວ່ອງໄວ, ຜ່ານ ປະຕູດຽວ, ຄົ້ນຄວ້າພິຈາລະນາ ແກ້ໄຂໃຫ້ທັນເວລາ ແລະ ໄດ້ຮັບການ ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.
       ລະບຽບການຈໍລະຈອນເອ ກະສານຢູ່ພາຍໃນຫ້ອງວ່າການ ລັດຖະບານ ປະກອບມີ 8 ໝວດ 22 ມາດຕາ, ໃນນັ້ນ ໝວດທີ 1 ແມ່ນຫລັກການລວມ, ໝວດທີ 2 ການຮັບ ແລະ ການຈໍລະຈອນເອ ກະສານທາງລັດຖະການ, ໝວດ ທີ 3 ກຳນົດເວລາການຄົ້ນຄວ້າ ແກ້ໄຂເອກະສານຂາເຂົ້າ, ໝວດ ທີ 4 ການຈໍລະຈອນເອກະສານ ຂາອອກ, ໝວດທີ 5 ການພິຈາລະ ນາເອກະສານການຮ້ອງທຸກ ແລະ ຄຳສະເໜີຂອງປະຊາຊົນ, ໝວດທີ 6 ການຄຸ້ມຄອງ ແລະ ນຳໃຊ້ກາປະທັບ, ໝວດທີ 7 ບັນ ດາຂໍ້ຫ້າມຕ່າງໆ ແລະ ໝວດທີ 8 ບົດບັນຍັດສຸດທ້າຍ.

No comments:

Post a Comment