Ad

Ad

29 April 2013

ການປູກພືດເປັນສິນຄ້າສົ່ງອອກຢູ່ແຂວງຜົ້ງສາລີຂະຫຍາຍຕົວກວ້າງຂວາງ



      ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງຜົ້ງສາລີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດ ຖະບານເປີດກວ້າງປະຈຳ 6 ເດືອນຕົ້ນສົກປີ 2012-2013 ວ່າ: ປັດຈຸບັນຂະ ບວນການປູກພືດ ແລະ ຕົ້ນໄມ້ອຸດ ສາຫະກຳເປັນສິນຄ້າຢູ່ແຂວງຜົ້ງສາລີໄດ້ຮັບການຈັດຕັ້ງປະຕິ ບັດເປັນຂະບວນການກວ້າງ ຂວາງ ແລະ ເປັນມາດຕະ ການທີ່ສຳຄັນໃນການຈັດສັນອາຊີບ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ເຊິ່ງຜົນຜະລິດທີ່ປະຊ ຊົນຜະລິດ ໄດ້ສ່ວນຫລາຍແມ່ນຖືກສົ່ງອອກໄປ ສປ ຈີນ ທີ່ມີຊາຍແດນຮ່ວມກັບແຂວງຜົ້ງສາລີຍາວເຖິງ 330 ກິໂລແມັດ, ມີດ່ານ ລະດັບທ້ອງຖິ່ນ 2 ແຫ່ງ ແລະ ດ່ານປະເພນີ 2 ແຫ່ງ. ໃນໄລຍະ 6 ເດືອນຕົ້ນສົກປີນີ້ ມູນຄ່າການສົ່ງອອກ ມີເຖິງ 67 ຕື້ກວ່າກີບ ເພີ່ມ ຂຶ້ນ 43% ທຽບໃສ່ໄລຍະດຽວ ຂອງປີຜ່ານມາ.
      ເຈົ້າແຂວງ ຍັງໃຫ້ຮູ້ຕື່ມວ່າ: ໂຄງການລົງທຶນປູກພືດ ແລະ ຕົ້ນໄມ້ອຸດສາຫະກຳເປັນສິນຄ້າ ຕົ້ນຕໍມີການປູກ ຢາງພາລາ 13 ໂຄງ ການ ໃນເນື້ອທີ່ 17 ພັນກວ່າເຮັກຕາ, ປູກກາເຟ 2 ໂຄງການ ໃນ ເນື້ອທີ່ 400 ກວ່າເຮັກຕາ, ຊາ 4 ໂຄງການ ໃນເນື້ອທີ່ 2 ພັນກວ່າ ເຮັກຕາ. ພ້ອມນີ້ ຍັງມີໂຄງການ ປູກກ້ວຍ, ອ້ອຍ, ຂ່າ, ໝາກນອດ, ໝາກມາດ, ໝາກເດືອຍ, ເຄືອນ້ຳມັນ ແລະ ພືດລະດູແລ້ງຕ່າງໆ. ນອກນີ້ ຍັງມີໂຄງການບູລະນະ ຮັກສາ, ຂຸດຄົ້ນ, ປຸງແຕ່ງ ເພື່ອ ສົ່ງ ອອກເຄື່ອງປ່າຂອງດົງຈຳນວນໜຶ່ງເຊັ່ນ: ໜໍ່ໄມ້, ໜໍ່ຂົມ, ໝາກກໍ່, ໝາກແໜ່ງເພື່ອສ້າງມູນຄ່າເພີ່ມໃຫ້ແກ່ຜົນ ຜະລິດຂອງກະສິກອນທາງອຳນາດການປົກຄອງ
ແຂວງໄດ້ເພີ່ມທະວີຊຸກຍູ້ການລົງທຶນຜະລິດສິນຄ້າກະສິກຳ, ເຄື່ອງປ່າຂອງດົງ ທັງສົ່ງເສີມການນຳ ເຂົ້າປັດໄຈການຜະລິດ ເຊິ່ງໃນ 6 ເດືອນຕົ້ນສົກປີນີ້ ສາມາດສົ່ງອອກສິນຄ້າ ກະສິກຳປະເພດໃບ ຊາແຫ້ງໄດ້ 38 ໂຕນ, ອ້ອຍ 30 ພັນໂຕນ, ສາລີ 2 ພັນກວ່າໂຕນ, ໝາກກ້ວຍເກືອບ 4 ພັນ ໂຕນ, ຢາງພາລາກ້ອນ 390 ໂຕນ, ຖ່ົວ ເບີເກືອບ 19 ພັນໂຕນ ແລະ ອື່ນໆ ລວມມູນຄ່າການຈໍລະຈອນສິນ ຄ້າທັງ ໝົດ 107 ຕື້ກວ່າກີບ, ໃນ ນັ້ນ ການສົ່ງອອກບັນລຸເຖິງ 67 ຕື້ກວ່າກີບ ທຽບໃສ່ໄລຍະດຽວ ຂອງປີຜ່ານມາເພີ່ມຂຶ້ນ 43%, ສ່ວນສິນຄ້ານຳເຂົ້າສ່ວນຫລາຍ ແມ່ນເຄື່ອງຈັກຮັບໃຊ້ການຜະ ລິດ, ພາຫະນະກົນຈັກ, ວັດສະດຸ ກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່ານຳເຂົ້າບັນລຸ 40 ຕື້ ກວ່າກີບ ທຽບໃສ່ໄລຍະດຽວ ຂອງປີຜ່ານມາເພີ່ມຂຶ້ນ 57%. ພ້ອມນີ້ ພວມກະກຽມສ້າງໂຮງງານປຸງແຕ່ງຢາງພາລາໃນກຳລັງການຜະລິດ 5-15 ພັນໂຕນ/ປີ ຢູ່ເມືອງບຸນໃຕ້ ໂດຍການລົງທຶນຂອງນັກທຸລະກິດຈີນ.
      ຂະນະທີ່ກົນໄກການຈັດຕັ້ງ ປະຕິບັດການຜະລິດເປັນສິນຄ້າ ສົ່ງອອກໄປ ສປ ຈີນ ນັ້ນ ທາງ ແຂວງໄດ້ຈັດຕັ້ງ ປະຕິບັດເປັນແຕ່ລະໄລຍະບົນພື້ນຖານລະບຽບ ການລວມທີ່ກຳນົດໄວ້ໃນກົດ ໝາຍສົ່ງເສີມການລົງທຶນ ເຊິ່ງກ່ອນ ຈະດຳເນີນການຜະລິດສິນ ຄ້າແຕ່ລະປະເພດໄດ້ມີການເກັບ ກຳຂໍ້ມູນດ້ານເນື້ອທີ່ການຜະລິດ, ວິເຄາະ, ວິໄຈ, ຈັດ ຕັ້ງກອງປະຊຸມຢູ່ຂັ້ນເມືອງ ໂດຍໃຫ້ນັກລົງທຶນ ລາວ ແລະ ສປ ຈີນ ພ້ອມທັງຫົວ ໜ້າກຸ່ມຜະລິດເຂົ້າຮ່ວມເພື່ອ ເປັນເອກະພາບດ້ານຮູບການ, ວິທີ ການດຳເນີນການຜະລິດ ແລະ ລາຄາເກັບຊື້. ບົນພື້ນຖານດັ່ງ ກ່າວໄດ້ມອບໃຫ້ ເຈົ້າເມືອງອອກຂໍ້ຕົກລົງອະນຸມັດ ຈາກນັ້ນໄດ້ ມອບໃຫ້ບໍລິສັດທີ່ເປັນຂອງຄົນ ລາວເຊັນສັນຍາການລົງທຶນກັບ ບໍລິ ສັດຂອງ ສປ ຈີນ ແລະ ເຊັນ ສັນຍາຍ່ອຍກັບປະຊາຊົນຜູ້ຜະລິດ ເຊິ່ງໃນນີ້ ປະຊາຊົນຮັບຜິດຊອບ ແຕ່ຄ່າແຮງງານ, ສ່ວນເລື່ອງຕະຫລາດ, ທຶນຮອນ ແລະ ອຸປະ ກອນການຜະລິດທຸກຢ່າງແມ່ນ ບໍລິສັດຮັບຜິດຊອບ. ສຳລັບການສົ່ງ ອອກແມ່ນຫ້ອງການອຸດສາ ຫະກຳ-ການຄ້າເມືອງເປັນຜູ້ອະນຸມັດ, ຢູ່ດ່ານທ້ອງຖິ່ນ ແລະ ດ່ານປະເພນີແມ່ນເກັບ ແຕ່ອາກອນສົ່ງອອກ 5% ເທົ່ານັ້ນ.

No comments:

Post a Comment