Ad

Ad

29 April 2013

ຈັບຄາດຕະກອນມືປືນແກັບໄດ້ແລ້ວ



            ດັ່ງທີ່ໄດ້ລົງຂ່າວໄປ ແລ້ວຫວ່າງເດືອນກັນຍາປີ 2012, ມີເຫດການຄາດ ຕະກຳ ແມ່ເຖົ້າລ້ຽງງົວ ຍາຍຸ 60 ປີ ຢູ່ຊຽງຂວາງນັ້ນ, ທ່ານ ພັນຕີ ພັນທະວອນ ສິມ ພະວົງ ຮອງ ຫົວໜ້າພະແນກສືບສວນສອບ ສວນຄະດີອາຍາ ປກສ ແຂວງຊຽງຂວາງ ໄດ້ລາຍງານວ່າ: ຈາກ​ຄວາມ​ພະຍາຍາມ​ຂອງ​ກຳລັງເຈົ້າໜ້າທີ່ພວກເຮົາ​ໃນ​ການນຳ ຊອກຫາ ເປົ້າໝາຍ ຈົນເຖິງວັນທີ 1 ເມສາ 2013 ຈິ່ງສາມາດຈັບກຸມຜູ້ຕ້ອງສົງໄສໄດ້. ຄາດ​ຕະກອນ​ໂຫດ​ດັ່ງກ່າວ​ຄື ທ້າວ ຊຽງຂານ ອາຍຸ 34 ປີ ເປັນປະຊາຊົນຢູ່ບ້ານ ຄັງ ໄຂເໜືອ ເມືອງແປກແຂວງ ຊຽງຂວາງ ໂດຍຜູ້ກ່ຽວສາລະພາບວ່າ:ໃນເວລາປະມານ 11 ຫາ 12 ໂມງ ທ່ຽງວັນ, ຂ້າພະ​ເຈົ້າ ໄດ້ໄປເອົາບອນ ຢູ່ຫ້ວຍດີນຈີ່ ມາເກືອໝູ ໄດ້ຖືປືນແກັບໄປ ນຳ , ພໍໄປຮອດ ຫ້ວຍດີນຈີ່ໄດ້ມີນົກຍາງຂາວບິນ ຂຶ້ນໄປຈັບຕົ້ນ ແປກ ກໍໄດ້ຈອບ ຂຶ້ນໄປຍິງ,ແຕ່ແມ່ເຖົ້າ ບົວສີ ໄດ້ ໄລ່ງົວລົງພູມາ,ງົວໄດ້ຕື່ນຂ້າພະ​ເຈົ້າ​ແລ້ວແມ່ເຖົ້າກໍຮ້ອງປ້ອຍດ່າຫຼາຍ ຢ່າງ ເປັນເວລາດົນ.ຂ້າພະ​ເຈົ້າທົນ​ບໍ່​ໄຫວ​ຈິ່ງ ແລ່ນຄືນມາໃຊ້ ປືນແກັບຍິງໃສ່ງ່ອນໃນ​ຂະນະ ທີ່ແມ່ເຖົ້າກຽມແລ່ນໜີເຮັດໃຫ້ແມ່ ເຖົ້າລົ້ມລົງແລ້ວ, ຂ້າພະ​ເຈົ້າໄດ້ ເອົາທ້າຍປືນຕີຕາເບື້ອງຂວາ ເຮັດໃຫ້ແມ່ເຖົ້າຂາດໃຈຕາຍ ແລະ ຂ້າພະເຈົ້າໄດ້ເອົາແພຢາງ
ຜູ້ກ່ຽວ ປົກໄວ້ ແລະໄດ້ດຶງ ເອົາຕຸ້ມຫູຂອງ ແມ່ເຖົ້າທັງສອງຂ້າງແລ້ວຍ່າງໜີ ໄປ ​ແລ້ວ​ໄດ້​ເອົາ​ໄຟຈູດປືນ ແລະ ເຄື່ອງປືນຖິ້ມ. ຈາກນັ້ນກໍລົງໄປ ລ້າງມືຢູ່ໜອງນ້ຳ​ແຫ່ງ​ໜຶ່ງ​ພ້ອມ​ໄດ້ເອົາຕ້າງຄູ່ນັ້ນຖິ້ມລົງໜອງຈິ່ງ ກັບເມືອເຮືອນ. ຫຼັງເກີດເຫດ ແລ້ວ, ທ້າວ ຊຽງ ຂານ ໄດ້ໜີໄປ ເຮັດວຽກຢູ່ແຂວງເຊກອງ 1 ເດືອນ 18 ມື້ຈິ່ງກັບມາຊຽງ ຂວາງແລ້ວໄປຂັບລົດດ່າມໃຫ້ ບໍລິສັດກໍ່ ສ້າງ ທາງໄດ້ 3 ເດືອນ ຈົນຮອດເດືອນມັງກອນ 2013 ຈິ່ງໄດ້ຍ້າຍໄປຂັບລົດບັນທຸກອີກ ຈົນເຖິງວັນທີ 1 ເມສາ 2013, ເຈົ້າໜ້າ ທີ່ຈິ່ງສາມາດຈັບໄດ້ ຊຶ່ງ​ປັດຈຸບັນ, ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງໄດ້ສົ່ງສຳນວນຄະດີໃຫ້ໄອຍະການປະຊາຊົນສັ່ງ ຟ້ອງສານຕັດສິນລົງໂທດຕາມກົດໝາຍ.

No comments:

Post a Comment