Ad

Ad

26 April 2013

ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນຄັ້ງທີ 22 ຢູ່ບັນດາເສຣີ ເບກາວັນ ປະເທດບຣູໄນ ດາຣູຊາລາມ



          ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 25 ​ເມສາ​ນີ້, ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ຄະ​ນະ ​ໄດ້​ເດີນທາງ​ກັບ​ເຖິງ ສປປ ລາວ ພາຍຫລັງ​ສຳ​ເລັດ​ການ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 22 ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24-25 ​ເມສາ​ນີ້ ຢູ່​ບັນດາ​ເສຣີ ​ເບ​ກາ​ວັນ ປະ​ເທດ​ບຣູ​ໄນ ດາ​ຣູຊາ​ລາມ.
        ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 22 ນີ້, ບັນດາ​ຜູ້ນຳ​ອາ​ຊຽນ ​ໄດ້​ປຶກສາ​ຫາລື 4 ຫົວ​ຂໍ້​ທີ່​ສຳຄັນຄື 1. ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. 2. ການ​ພົວພັນ​ກັບ​ພາຍ​ນອກ​ຂອງ​ອາ​ຊຽນ, 3. ທິດ​ທາງ​ໃນ​ອະນາຄົດ​ຂອງ​ອາ​ຊຽນ ​ແລະ 4. ສະພາບ​ການ​ພາກພື້ນ ​ແລະ ສາກົນ​ທີ່​ພົ້ນ​ເດັ່ນ ​ແລະ ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.
       ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 21 ​ໃນ​ເດືອນ​ພະຈິກ 2012 ຢູ່​ພະນົມ​ເປັນ, ບັນດາ​ຜູ້ນຳ​ອາ​ຊຽນ ​ໄດ້​ຕົກ ລົງ​ເອົາ​ວັນ​ທີ 31 ທັນວາ 2015 ​ເປັນ​ວັນ​ປະກາດ​ການ​ສ້າງ ຕັ້ງປະຊາ​ຄົມ​ອາ​ຊຽນ. ດັ່ງນັ້ນ, ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 22 ນີ້, ບັນດາ​ຜູ້ນຳ​ອາ​ຊຽນ ຈຶ່ງ​ໄດ້​ທົບ​ທວນ ຄືນ​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແລະ ​ໄດ້​ມີ​ຄວາມ​ຍິນ​ດີ​ຕໍ່​ຄວາມ​ຄືບ​ໜ້າ​ໃນການຈັດຕັ້ງປະຕິບັດ​ແຜນ​ແມ່​ບົດ​ຂອງ​ 3 ​ເສົາຄ້ຳປະຊາ​ຄົມ​ອາ​ຊຽນ (ປະຊາ​ຄົມ​ການ​ເມືອງ- ຄວາມ​ໝັ້ນຄົງ, ປະຊາ​ຄົມ​ເສດຖະ ກິດ ​ແລະ ປະຊາ​ຄົມ​ວັດທະນະ ທຳ- ສັງຄົມ), ​ແຜນ​ວຽກ​ຂໍ້​ລິ​ເລີ່​ມວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ອາ​ຊຽນ​ໄລຍະ 2, ​ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ເຊື່ອມ​ຈອດ​ອາ​ຊຽນ ​ແລະ ​ໄດ້​ຮຽກ​ຮ້ອງ​ໃຫ້​ທຸກຂະ​ແໜງ​ການ​ຂອງ​ອາ​ຊຽນສືບຕໍ່​ຄວາມ​ພະຍາຍາມ​ໃນ
​ການຈັດຕັ້ງ ປະຕິບັດ​ບັນດາ​ແຜນ​ວຽກ​ຂອງ​ຕົນ​ຢ່າງ​ມີ​ປະສິດທິ​ຜົນ. ພ້ອມ​ກັນນັ້ນ,ບັນດາ​ຜູ້ນຳ​ອາ​ຊຽນກໍ​ໄດ້​ຮັບ​ຊາບ​​ບູລິ​ມະ​ສິດ ​ແລະ ກິດ ຈະກຳ​ຕ່າງໆພາຍ​ໃຕ້​ການ​ເປັນ​ປະ ທານ​ອາ​ຊຽນຂອງ​ບຣູ​ໄນດາຣູ ຊາ​ລາມ ສຳລັບ​ປີ 2013 ພາຍ​ໃຕ້​ຄຳ​ຂວັນ “ປະຊາຊົນ​ຂອງ​ພວກ​ເຮົາ, ອະນາຄົດ​ຮ່ວມ​ຂອງ​ພວກ​ເຮົາ”.
    ກ່ຽວ​ກັບ​ການ​ພົວພັນ​ກັບ​ພາຍ​ນອກ, ບັນດາ​ຜູ້ນຳ​ອາ​ຊຽນ ​ໄດ້​ຢ້ຳ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສືບຕໍ່​ຮັດ​ແໜ້ນ​ການ​ຮ່ວມ​ມື​ກັບ​ພາຍ​ນອກ​ຂອງ​ອາ​ຊຽນ ​ເພື່ອ​ປະ ກອບສ່ວນ​ເຂົ້າ​ໃນ​ຂະ​ບວນການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໂດຍ​ລວມ ກໍ​ຄື​ບົດບາດ​ເປັນ​​ແກນ​ກາງ ຂອງ​ອາ​ຊຽນ​ໃນ​ຂອບ​ການ​ຮ່ວມ​ມື​ທີ່​ອາ​ຊຽນ​ເປັນ​ຜູ້​ລິ​ເລີ່​ມຄື ອາ​ຊຽນ +1, ອາ​ຊຽນ +3, ​ເວທີ​ພາກພື້ນ ອາ​ຊຽນ, ກອງ​ປະຊຸມ​ລັດຖະມົນ ຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນບວກ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ແນ​ໃສ່​ສືບຕໍ່​ປະ ກອບສ່ວນ​ເຂົ້າ​ໃນ​ພາລະກິດ​ລວມ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ໃນ​ພາກພື້ນ ​ແລະ ​ໃນ​ໂລກ​ໂດຍ​ລວມ.
    ກ່ຽວ​ກັບ​ທິດ​ທາງ​ໃນ​ອະນາຄົດ​ຂອງ​ອາ​ຊຽນ, ບັນດາ​ຜູ້ນຳ​ອາ​ຊຽນ​ເຫັນ​ວ່າ:​ອາ​ຊຽນຄວນ​ກຳ ນົດວິ​ໄສ​ທັດ​ຂອງ​ຕົນ ພາຍຫລັງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015 ​ແລະ ​ໄດ້​ມອບ​ໝາຍ​ໃຫ້​ບັນດາ​ລັດຖະມົນຕີ​ທີ່​ກ່ຽວຂ້ອງ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນ ຫານີ້ ​ແລະ ມີ​ຂໍ້​ສະ​ເໜີ​ແນະ​ໃຫ້​ຜູ້ນຳ​ອາ​ຊຽນພິຈາລະນາ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ຕໍ່​ໄປ.
        ນອກຈາກ​ຫົວ​ຂໍ້​ທີ່​ກ່າວ​ມາ​ຂ້າງ​ເທິງ,ບັນດາ​ຜູ້ນຳ​ອາ​ຊຽນ ຍັງ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ສະພາບ​ການ​ພາກພື້ນ ​ແລະ ສາ ກົນທີ່​ພົ້ນ​ເດັ່ນ ​ແລະ ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ​ເຊັ່ນ:ການ​ຟື້ນໂຕ​ຂອງ​ເສດຖະກິດ​ຂອງ​ບາງ​ພາກ ພື້ນທີ່​ຍັງ​ມີ​ຄວາມ​ບໍ່​ແນ່ນອນ, ສະ ພາບ​ການ​ໃນ​ແຫລມ​ເກົາຫລີ, ສະ ພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ອື່ນໆ.
    ສຳລັບ ສປປ ລາວ, ນອກຈາກ​ໄດ້​ປະກອບສ່ວນ​ປຶກສາ​ຫາລື​ໃນ​ຫົວ​ຂໍ້​ທີ່​ກ່າວ​ມາ​ຂ້າງ​ເທິງ​ແລ້ວ, ພະນະ​ທ່ານນາຍົກລັດຖະ ມົນຕີ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຖື​ໂອກາດ​ການ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 22 ນີ້ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບັນ ດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ຄູ່​ເຈລະ ຈາ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ ​ແລະ ອົງການ​ຈັດຕັ້ງພາກພື້ນ ​ແລະ ສາກົນ​ອື່ນໆທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫລືອ ສປປ ລາວ ອັນ​ໄດ້​ເຮັດ​ໃຫ້ ສປປ ລາວ ​ໄດ້​ເຂົ້າ​ເປັນ​ສະມາຊິກ​ອົງ ການ​ການ​ຄ້າ​ໂລກ ​ໃນ​ວັນ​ທີ 2 ກຸມພາ 2013 ​ເຊິ່ງບໍ່​ສະ​ເພາະ​ແຕ່​ເປັນ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ,ການ​ຄ້າ, ການ​ລົງທຶນ ​ແລະ ການ​ບໍລິການ​ຂອງ ສປປ ລາວ, ​ແຕ່​ຍັງ​ເປັນ​ການ​ປະ ກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະ ຊາ​ຄົມ​ເສດຖະກິດ​ອາ​ຊຽນນຳ​ອີກ.

No comments:

Post a Comment