Ad

Ad

26 April 2013

ເປີດນຳໃຊ້ບັດນັກສຶກສາເປັນບັດດຽວກັບບັດ ATM ຂອງທະນາ ຄານການຄ້າຕ່າງປະເທດລາວມະຫາຊົນ



           ນັບວ່າເປັນຄວາມກ້າວໜ້າໃໝ່ ສຳລັບການບໍລິການຂອງ ທະນາຄານການ ຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ທີ່ມອບໃຫ້ນັກສຶກສາສົມກັບຄຳຂວັນທີ່ ວ່າ: ທັນສະໄໝ ວ່ອງໄວ ໝັ້ນໃຈ, ພາຍຫຼັງທະນາຄານດັ່ງກ່າວສຳເລັດການຫັນເອົາ ບັດນັກສຶກສາເປັນບັດດຽວກັນກັບບັດ ATM  ໂດຍພິທີເປີດການນຳໃຊ້ບັດຮູບແບບ ດັ່ງກ່າວ​ມີ​ຂຶ້ນ​ໃນ​ວັນ​ທີ 24 ເມສາ 2013
ຢູ່ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຮສ ດຣ ກອງ​ສີ ແສງ​ມະນີ ລັດຖະ ມົນຕີ​ຊ່ວຍ​ວ່າການກະຊວງ​ສຶກສາ​ທິການ ແລະ ກິລາ, ທ່ານ ວັນ​ຄຳ ວໍລະ​ວົງ ຜູ້ອຳນວຍການ​ໃຫຍ່​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວມະຫາຊົນ, ທ່ານ ຊູ ລົວ​ເຕີ ປະທານ ແລະ ຫົວໜ້າ​ບໍລິ ຫານ​ໃຫຍ່ບໍລິສັດ China Union Pay (CUP) ຈາກ ສປ ຈີນ ແລະ ​ແຂກ​ຮັບ​ເຊີນ​ເຂົ້າ​ຮ່ວມ.
         ຜູ້ອຳນວຍການ​ໃຫຍ່ທະນາ ຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ກ່າວ​ວ່າ: ນັບ​ແຕ່​ທ້າຍ​ປີ 2011 ເປັນຕົ້ນ​ມາ,ທະ ນາຄານ ຕົນໄດ້​ເລີ່​ມ​ໂຄງການ​ຫັນປ່ຽນບັດ ATM ຈາກ​ບັດພາຍ​ໃນ​ມາ​ເປັນ​ບັດ​ທີ່​ສາມາດ​ນຳ​ໃຊ້​ໄດ້​ໃນ​ທົ່ວ​ໂລກພາຍ​ໃຕ້​ການ​ຮ່ວມ​ມື​ກັບ ບໍລິສັດ CUP ຂອງ ສປ ຈີນ ຊຶ່ງ​​ລັກສະນະ​ພິ​ເສດ​ຂອງ​ບັດ CUP ແມ່ນ​ເປັນ​ບັດ​ພາຍ​ໃນທີ່​ສາມາດ​ນຳ​ໃຊ້​ໄດ້​ຢູ່​
ຕາມ​ຕູ້ ATM  ​ແລະ ຈຸດ​ຮັບ​ບັດ​ທີ່​ມີ​ເຄື່ອງໝາຍ CUP ໃນ​ທົ່ວ​ໂລກ.ຈາກ​ນັ້ນ,ທາງ ທຄຕລ ຈຶ່ງ​ມີ​ແນວ​ຄິດ​ລິ​ເລີມ​ທີ່​ຈະ​ນຳ​ເອົາ​ຄວາມ​ທັນ​ສະ​ໄໝ​ຄືດັ່ງ ກ່າວມາ​ຮັບ​ໃຊ້​ສັງຄົມ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ໃນຂົງ​ເຂດ​ການ​ສຶກສາ​ເພື່ອ​ເປັນ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ສະ​ຖາ​ບັນ​ການ​ສຶກສາ​ຕ່າງໆ​ໃນ​ການ​ຄຸ້ມ​ຄອງ​ບັດ​ນັກ​ສຶກສາ ​ແລະ ​ເພີ່ມ​ຊອງ​ທາງ​ທີ່​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ຊຳ ລະ​ຄ່າ​ບໍລິການຕ່າງໆ ໂດຍ ທຄຕລ ໄດ້​ເລີ່​ມຕົ້ນ​ໂຄງ ການ​ອອກ​ບັດ​ນີ້ຮ່ວມ​ກັບ​ສະ​ຖາ​ບັນ​ການ​ທະນາຄານ​ໃນ​ເດືອນ ເມສາ 2012 ແລະ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ໃນ​ເດືອນ ມິຖຸນາ 2012 ແລະ ພາຍ​ໃນ​ໄຕ​ມາດ​ໜຶ່ງ​ປີ 2013 ກັບ​ມະຫາວິທະຍາ​ໄລ​ສຸພາ​ນຸວົງ, ສະຫວັນ​ນະ​ເຂດ ​ແລະ ຈຳ ປາ​ສັກ ​ແລະ ຫຼ້າ​ສຸດ​ແມ່ນ​ຮ່ວມ​ມື​ກັບ​ວິທະຍາ​ໄລ​ອີກ 6 ແຫ່ງ​ໃນ​ນະຄອນຫຼວງ​ວຽງ​ຈັນ​ໃນ​ວັນ​ທີ 26 ມີນາ 2013 ລວມຈຳນວນ​ບັດ​ນັກ​ສຶກສາ​ຫຼາຍ​ກວ່າ 52 ພັນບັດ.
        ຄວາມ​ໝາຍ​ຂອງ​ບັດ ATM ທີ່​ເປັນ​ບັດ​ດຽວ​ກັນ​ກັບ​ບັດ​ນັກ​ສຶກ ສາ​ແມ່ນການ​ລວມ​ເອົາ​ບັດປະ ຈຳໂຕ​ຂອງ​ນັກ​ສຶກສາ​​ຢູ່​ໃນ​ສະ​ຖາ​ບັນ​ໃດ​ໜຶ່ງ​ເຂົ້າກັບບັດ ATM ຂອງ ທຄຕລ ເຊິ່ງບັດ​ດັ່ງກ່າວ​ແມ່ນ​ບັດປະຈຳໂຕ​ຂອງ​ນັກ​ສຶກ ສາ​ທີ່​ສາມາດ​ນຳ​ໃຊ້​ເພື່ອ​ເຄື່ອນ​ໄຫວ​ຕາມ​ສິດ, ໜ້າ​ທີ່ ​ແລະ ລະ ບຽບ​ການ​ຂອງ​ສະ​ຖາ​ບັນທີ່​ບົງ​ບອກ​ເຖິງ​ສະຖານະ​ພາບ​ຄວາມ​ເປັນ​ນັກ​ສຶກສາ,​ແຕ່​ບັດ​ດັ່ງກ່າວ​ສາມາດ​ດຳ​ເນີນ​ທຸລະ​ກຳ​ທາງ​​ການ​ເງິນຕາ​ມຄຸນ​ລັກສະນະ​ຂອງ​ບັດ ATM ໃນ ທຄຕລ ໂດຍ​ມີ​ຄຸນສົມບັດ​ໃນ​ການ​ນຳ​ໃຊ້​ເປັນ​ບັດ​ນັກ​ສຶກສາ, ຊຳລະ​ຄ່າ​ຮຽນ ຫຼື ຄ່າບໍລິການ​ຕ່າງໆ​, ສາມາດ​ນຳ​ໃຊ້​ໄດ້​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ​ຕາມ​ຕູ້ ATM ແລະ ​ເຄື່ອງ​ຮູດ EDC ທີ່​ມີ​ໂລ​ໂກ UnionPay, ສາມາດ​ປ່ຽນ​ເອົາ​ບັດ ATM ໄປ​ໄດ້​ລ້າເມື່ອ​ພົ້ນ​ຈາກ​ສະຖານະ​ພາບ​ການ​ເປັນ​ນັກ​ສຶກສາ,ສາ ມາດ​ຖອນ​ເງິນສົດ​ຜ່ານ​ຕູ້ ATM, ບໍລິການ​ໂອນ​ເງິນ​ຜ່ານ​ຕູ້ ແລະ ​ຊຳລະຜ່ານ​ເຄື່ອງ​ຮູດ EDL ຂອງ ທຄຕລ ໃນ​ຖານະ​ທີ່​ເປັນ​ບັດປະ ຈຳໂຕ​ນັກ​ສຶກສາ.

No comments:

Post a Comment