Ad

Ad

16 January 2017

ຊາວນະຄອນຫລວງວຽງຈັນໃຫ້ຄວາມສົນໃຈງານສະເຫລີມສະຫລອງບຸນປີໃໝ່ຈີນ 2017

          ລະຫວ່າງວັນທີ 14-15 ມັງກອນນີ້, ສູນວັດທະນະທຳຈີນ ຮ່ວມກັບ ສະຖານທູດຈີນ ປະຈຳລາວ, ໄດ້ໄຂເທດສະການງານບຸນປີໃໝ່ຈີນຂຶ້ນທີ່ນະຄອນ ຫລວງວຽງຈັນ, ເພື່ອເປັນການສະເຫລີມ ສະຫລອງງານບຸນດັ່ງກ່າວໃຫ້ຄົນຈີນທີ່ອາໄສຢູ່ລາວ, ເຮັດໃຫ້ປະຊາຊົນລາວເຂົ້າໃຈ ແລະ ຮັບຮູ້ເຖິງວັດທະນະທຳປະເພນີຂອງຈີນຫລາຍຂຶ້ນ, ທັງເປັນການສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ ລາວ-ຈີນ ແລະ
ເປັນການເພີ່ມທະວີການພົວພັນມິດຕະພາບຂອງປະຊາຊົນສອງຊາດໃຫ້ສະໜິດແໜ້ນຍິ່ງຂຶ້ນ. ພາຍໃນງານດັ່ງກ່າວ ໄດ້ມີການສະແດງສິລະປະ, ມາຍາກົນ, ກາຍະສິນ, ຫຸ່ນກະບອກ ແລະ ການສະແດງອື່ນໆຂອງກອງສິລະປະແຂວງກວາງຊີຊົນເຜົ່າຈວ້າງ, ການເຊີດສິງໂຕ, ການສະແດງວັດທະນະທຳພື້ນເມືອງຈີນ, ການສະແດງວັດທະນະທຳຊົງຊາ, ເຈ້ຍຕັດ, ຂອດຈີນ, ການຂຽນຕົວໜັງສືຈີນ ແລະ ວາງສະແດງໜ້າກາກງິ້ວປັກກິ່ງ, ການວາງຂາຍອາຫານຈີນ, ພ້ອມຍັງມີການວາງສະແດງປຶ້ມ ແລະ ວາລະສານຕ່າງໆຂອງຈີນ ແລະ ກິດຈະກຳທວາຍຄຳທວາຍເປັນພາສາຈີນ, ສົນທະນາຄວາມຮູ້ກ່ຽວກັບປະເທດຈີນ, ເພື່ອຊິງລາງວັນ ແລະ ກິດຈະກຳອື່ນໆທີ່ໜ້າສົນໃຈ.

No comments:

Post a Comment