Ad

Ad

16 January 2017

ຮ້ານອາຫານເທັກຊັດຊິກເກັນເປີດໃຫ້ບໍລິການແລ້ວໃນລາວ

ວັນທີ 13 ມັງກອນນີ້, ຮ້ານອາຫານເທັກຊັດຊິກເກັນ ສະຫະລັດອາເມຮິກາ ຮ່ວມກັບບໍລິສັດ ເອັກສ ເປຣດຟູດກຣຸບ ໄດ້ເປີດຮ້ານອາຫານເທັກຊັດຊິກເກັນ ຂຶ້ນຢູ່ຖະໜົນ 23 ສິງຫາ ( ຕິດກັບເດີນສະໜາມຫຼວງ ) ນະຄອນຫຼວງວຽງຈັນ, ໂດຍມີຄະນະຜູ້ບໍລິຫານ, ພະນັກງານ ແລະ ລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານ ແມັດທິວ ຜູ້ຈັກການທົ່ວໄປບໍລິສັດດັ່ງກ່າວໃຫ້ຮູ້ວ່າ: ຮ້ານເທັກຊັດຊິກເກັນ ເປັນຮ້ານໄກ່ທອດທີ່ໃຫຍ່ໃນໂລກ, ຊຶ່ງເລີ່ມດຳເນີນກິດຈະການມາແຕ່ປີ 1952 ທີ່ສະຫະ
ລັດອາເມຣິກາ ແລະ ຕໍ່ມາກໍໄດ້ເປີດສາຂາຢູ່ປະເທດຕ່າງໆໃນທົ່ວໂລກ, ລວມເຖິງສາຂາແຫ່ງທຳອິດຢູ່ ສປປ ລາວ, ປັດຈຸບັນ ເທັກຊັດຊິກເກັນ ມີຫຼາຍກວ່າ 1.650 ສາຂາໃນທົ່ວໂລກ, ເປັນຮ້ານອາຫານໄກ່ທອດແບບຕາເວັນຕົກທີ່ເນັ້ນການບໍລິການດ້ານຄວາມໄວທີ່ມີປະສົບການ ແລະ ຄວາມຊຳນານໃນການປຸງແຕ່ງອາຫາລົດຊາດເຂັ້ມຂຸ້ນແຊບດີ, ໂດຍຜ່ານຂັ້ນຕອນການມັກຈາກສ່ວນປະສົມທີ່ເປັນເອກະລັກຂອງເທັກຊັກຊິກເກັນ ແລະ ເຊື້ອໝັ້ນວ່າຈະຖືກໃຈຄົນລາວຢ່າງແນ່ນອນ, ຊຶ່ງເຫັນໄດ້ຈາກການທົດລອດເປີດຮ້ານດັ່ງກ່າວກ່ອນໜ້ານີ້ໄດ້ມີລູກຄ້າເຂົ້າມາຊີມ ແລະ ເປັນລູກຄ້າຈຳນວນຫຼາຍ.


No comments:

Post a Comment