Ad

Ad

24 October 2016

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມແລະ ເຮັດວຽກ ຢູ່ແຂວງຈຳປາສັກ

          ໃນວັນທີ 17-18 ຕຸລານີ້ ທ່ານ ທອງລຸນ ສີສຸລິດ  ນາຍົກລັດຖະມົນຕີ, ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ ເພື່ອຕິດຕາມ ແລະ ຊຸກຍູ້ການພັດທະນາເສດຖະກິດສັງຄົມ  ແຂວງດັ່ງກ່າວ. ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ບຸນຖອງ ດີວິໄຊ   ເຈົ້າ ແຂວງ ແລະ ອົງການປົກຄອງແຂວງຈຳປາສັກ.
            ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບການພັດທະນາເສດຖະ ກິດ-ສັງຄົມ ຂອງແຂວງ ຈຳປາສັກ ຈາກທ່ານເຈົ້າແຂວງວ່າໃນ 1 ປີທີ່ຜ່ານມາ ແຂວງ ຈຳປາສັກ ຍາດໄດ້ຜົນສຳເລັດຫຼາຍດ້ານ ເສດຖະກິດສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ໃນ
ລະດັບ 8,1%, ລາຍໄດ້ຕໍ່ຫົວຄົນ 2.263 ໂດລາສະຫະລັດຕໍ່ປີການລົງທຶນພາຍໃນ ແລະ ຕ່າງປະເທດ ມີທັງໝົດ 390 ໂຄງ ການມີມູນຄ່າຕາມການອະນຸຍາດ 18.680 ຕື້ກີບ, ປະຈຸບັນຄອບຄົວທຸກຍາກຫຼຸດລົງເຫຼືອ 867 ຄອບຄົວ ຫຼື ເທົ່າກັບ 0,7% ບ້ານທຸກຍາກຫຼຸດລົງເຫຼືອ 23 ບ້ານ ຫຼືເທົ່າກັບ 3,5%.
          ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງ, ທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ໃນ 6 ເດືອນຜ່ານມາ, ເປັນຕົ້ນໄດ້ປັບປຸງກົນໄກບໍລິຫານລັດ ໃຫ້ຄ່ອງຕົວຂຶ້ນກວ່າເກົ່າ ໂດຍສະເພາະໄດ້ວາງທິດທາງຂັ້ນຂອດບໍລິຫານລັດໃຫ້ກະທັດຮັດ ລົບລ້າງຂອດຂັ້ນລະຫວ່າງກາງ, ມອບໃຫ້ບັນດາກະຊວງ, ອົງການທຽບເທົ່າ, ແຂວງ, ເມືອງ ເປັນເຈົ້າການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດສິດ ແລະ ໜ້າທີ່  ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ທ່ານນາຍົກ-ຮອງນາຍົກລັດຖະມົນຕີ ເຮັດໜ້າທີ່ຊີ້ນຳວຽກງານ ລົງຕິດຕາມກວດກາສະພາບການຈັດຕັ້ງປະຕິບັດຕົວຈິງ; ແກ້ໄຂຄວາມຫຍຸ້ງຍາກ ປັບປຸງກົນໄກການບໍລິຫານ ຂອງບໍລິສັດ ໄຟຟ້າລາວ. ພ້ອມນັ້ນ, ກໍ່ໄດ້ອອກຄຳສັ່ງປັບປຸງການເກັບຄ່າໄຟຟ້າທີ່ບໍ່ໂປ່ງໃສ ຊຶ່ງໄດ້ປັບປຸງປ່ຽນແປງການເກັບຄ່າໄຟຟ້າ ຈາກ 3 ຂັ້ນຄິດໄລ່ລາຄາການໃຊ້ໄຟຟ້າ ມາເປັນ 6 ຂັ້ນ; ອອກຄຳສັ່ງ 15/ນຍ ລົງວັນທີ 13 ພຶດສະພາ 2016 ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໂດຍເນັ້ນໃສ່ການຫ້າມບໍ່ໃຫ້ສົ່ງໄມ້ທ່ອນອອກ ບໍ່ໃຫ້ອອກໂຄຕ້າໄມ້. ພ້ອມນັ້ນ,ລັດຖະບານ ໄດ້ກຳນົດລາຍລະອຽດ ຜະລິດຕະພັນທີ່ອະນຸຍາດສົ່ງອອກ ແລະ ຫ້າມສົ່ງອອກປັບປຸງຈັດສັນຄືນໃໝ່ກົນໄກເກັບລາຍຮັບ ໃຫ້ໄປຕາມກົດໝາຍ ແລະ ລະບຽບການ ໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການເກັບພາສີ-ອາ ກອນ ເຮັດຢ່າງໂປ່ງໃສ ສາມາດກວດສອບໄດ້ ມີບາດກ້າວດຳເນີນການຄັກແນ່, ປັບປຸງກົນໄກບໍລິ ຫານໃນແຕ່ລະຂະແໜງການໃຫ້ສັ້ນກະທັດຮັດ ເອົາໃຈໃສ່ແກ້ໄຂພະຍາດອາຍາສິດຂອງພະນັກງານ; ຕົກລົງຍົກເລີກການຍົກເວັ້ນພາສີນໍ້າມັນນຳເຂົ້າມາຮັບໃຊ້ໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ; ປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດເນັ້ນໃສ່ສ້າງເງື່ອນໄຂສະເໝີພາບກະຕຸກຊຸກຍູ້ ແລະ ສົ່ງເສີມ ໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ອັນພົ້ນເດັ່ນແມ່ນການເປັນປະທານ ແລະ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29ໄດ້ຮັບຜົນສຳເລັດ ຢ່າງຈົບງາມ ຊຶ່ງສາມາດອອກຖະແຫຼງການຮ່ວມ ແລະ ລົງລາຍເຊັນ 40 ກວ່າເອກະສານສຳຄັນ ມີຜູ້ນຳລະດັບປະມຸກລັດ ແລະ ນາຍົກລັດຖະມົນຕີ ເຂົ້າຮ່ວມຈຳນວນຫຼາຍ ສາມາດຍົກສູງບົດບາດ ແລະ ອິດທິພົນຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ.
          ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ທິດນຊີ້ນຳແຂວງຈຳປາສັກ ນໍາໃຊ້ທ່າແຮງທີ່ອຸດົມ ສົມບູນຂອງແຂວງ ເຂົ້າໃນການພັດທະນາ ເປັນຕົ້ນດິນດອນຕອນຫຍ້າ, ນ້ຳຕົກຕາດ, ກາເຟປາກຊ່ອງ, ພູພຽງ, ທົ່ງພຽງ, ແຫຼ່ງທ່ອງທ່ຽວທຳມະຊາດ ວັດທະນະທຳແລະ ຮີດຄອງປະເພນີ ແລະ ອື່ນໆ; ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສິ່ງທີ່ກຳ ນົດໄວ້ໃນກົດໝາຍລະບຽບການໃຫ້ຈັດຕັ້ງປະຕິບັດເລີຍສຳລັບອັນໃດທີ່ແຂວງຢາກເຮັດສາມາດຕົກລົງໄດ້ເລີຍຖ້າບໍ່ຜິດກົດໝາຍລະບຽບການ; ຕັດສິນໃຈຈັດຕັ້ງປະຕິບັດການລົບລ້າງຄວາມທຸກຍາກຂອງປະຊາຊົນໃຫ້ສຳເລັດ 100% ໂດຍໄວ; ແກ້ໄຂເງິນເດືອນທະຫານ, ຕໍາຫຼວດ, ແພດ, ຄູ ແລະ ພະນັກ ງານໃຫ້ກົງເວລາໃນແຕ່ລະເດືອນ; ເອົາໃຈໃສ່ພັດທະນາຄຸນນະພາບຄົນ ເຊັ່ນ: ດ້ານການສຶກສາ, ດ້ານສາທາລະນະສຸກ ແລະ ຈັນຍາບັນແພດໝໍ; ຮັບປະກັນການປະຕິບັດວຽກງານ ປກຊ-ປກສ ໃຫ້ໄດ້ດີ ແກ້ໄຂໃຫ້ໄດ້ບັນຫາຢາເສບຕິດ ບັນຫາຄ້າຂາຍເຖື່ອນ; ແລະ ເອົາໃຈໃສ່ພົວພັນຕ່າງປະເທດ ກັບເພື່ອນບ້ານໃຫ້ດີ.
          ນອກຈາກພົບປະ ແລະ ເຮັດວຽກກັບຄະນະພັກ ແລະ ອົງການປົກຄອງແຂວງແລ້ວ, ເພື່ອຊຸກຍູ້ສົ່ງເສີມການປູກ-ການລ້ຽງ ເປັນສິນຄ້າ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ສູນຄົ້ນຄວ້າພັດທະນາກະສິກຳຮ່ວມມືລາວ-ຈີນ ຢູ່ ເມືອງ ປາກຊ່ອງ  ມີເນື້ອທີ່ 60 ເຮັກຕາ, ເລີ່ມກໍ່ສ້າງໃນປີ 2005, ກຳນົດເວລາຈັດຕັ້ງປະຕິບັດ 20 ປີ. ຈາກນັ້ນ, ຝ່າຍຈີນ ຈະມອບໃຫ້ຝ່າຍລາວ ສືບຕໍ່ຈັດຕັ້ງປະຕິບັດ. ສູນດັ່ງກ່າວ ມີໜ້າທີ່ຕົ້ນຕໍ ແມ່ນເຮັດວຽກຄົ້ນຄວ້າທົດລອງ ແລະ ສົ່ງເສີມກະສິກຳ, ໃນເບື້ອງຕົ້ນ ໄດ້ທົດລອງປູກໝາກໄມ້ເມືອງໜາວ ແລະ ພືດຜັກ ຜ່ານການທົດລອງຕົວຈິງ ບໍ່ສາມາດປູກໄມ້ໃຫ້ໝາກໄດ້ຍ້ອນດິນໃນເຂດດັ່ງກ່າວອຸ້ມນ້ຳໃນເວລາຝົນຕົກ ແລະ ມີນ້ຳຂັງ ຈິ່ງສຸມໃສ່ຄົ້ນຄວ້າ ແລະ ພັດທະນາ ການປູກພືດຜັກ ເປັນຫຼັກ ຄື: ຜັກກິນໝາກ ແລະ ກິນໃບ. ພ້ອມນັ້ນ, ສູນແຫ່ງນີ້ ຍັງໄດ້ຜະລິດພືດຜັກ ຈຳໜ່າຍພາຍໃນແຂວງ, ຕ່າງແຂວງ, ນະຄອນຫຼວງວຽງຈັນ ແລະ ສົ່ງອອກໄປຕ່າງປະເທດ ສາມາດສ້າງລາຍໄດ້ ປີລະ 800 ລ້ານກີບ.
          ຢ້ຽມຢາມ ບໍລິສັດ ປາກຊ່ອງໄຮແລນ ຈຳກັດ ຊຶ່ງມີສຳນັກງານຕັ້ງຢູ່ ຖະໜົນ 18 Aບ້ານ ບັງລຽງ ເມືອງ ປາກຊ່ອງ ຫ່າງຈາກເທສະບານແຂວງ ຈຳປາສັກ 52 ກິໂລແມັດ, ດຳເນີນກິດຈະກຳ ປູກກາເຟ, ພັດທະນາກະສິກຳ ແລະ ອຸດສາຫະກຳການກະເສດ, ໄດ້ຮັບອະນຸຍາດສຳປະທານທີ່ດິນ ຈຳ ນວນ 3,101 ເຮັກຕາ, ບຸກເບີກເນື້ອທີ່ໄດ້ 2,346 ເຮັກຕາແລ້ວ, ເລີ່ມລົງມືປູກກາເຟ ໃນປີ 2009. ມາຮອດປັດຈຸບັນ, ມີເນື້ອທີ່ສວນກາເຟ 725 ເຮັກຕາ ຄາດວ່າຈະໄດ້ຜົນຜະລິດ 1.500 ໂຕນ, ສຳລັບປີ 2016 ສາມາດສົ່ງອອກກາເຟໃນມູນຄ່າ 8 ລ້ານກວ່າບາດ.
          ຢ້ຽມຢາມ ຄຳໃສ ຈະເລີນຟາມ ຂອງທ່ານ ສຸກສະໄໝ ແກ້ວພາສີ, ຄອບຄົວພະນັກງານລັດ, ຕັ້ງຢູ່ບ້ານ ໝື່ນຫຼວງ ເມືອງ ບາຈຽງ, ແຂວງ ຈຳປາສັກ ເລີ່ມດຳເນີນກິດຈະການລ້ຽງໝູ ໃນປີ 2011 ກິດຈະກໍາຕົ້ນຕໍ ແມ່ນຜະລິດລູກໝູ ແລະ ລ້ຽງໝູຊີ້ນ, ທາງຟາມ ໄດ້ຜະລິດລູກໝູດ້ວຍການປະສົມພັນທຽມ. ປະຈຸບັນ, ຟາມມີໝູແມ່ພັນ ຈຳນວນ 306 ໂຕ, ໝູຊີ້ນ 800 ໂຕ, ລູກໝູ 306 ໂຕ, ໝູທີ່ຜະລິດໄດ້ຈະນຳໄປຈຳໜ່າຍ ຢູ່ແຂວງ ຈຳປາສັກ ແລະ ແຂວງ ໃກ້ຄຽງ.
          ຢ້ຽມຢາມຟາມເພັດນິລັດ ຂອງທ່ານ ບົວສອນ ຜາລີຈັນ ຢູ່ບ້ານ ຫຼົ່ມສັກເໜືອ ແຂວງ ຈຳປາສັກ, ດຳເນິນກິດຈະການລ້ຽງສັດ ໂດຍໄດ້ເລີ່ມລ້ຽງແບ້ ໃນປີ 2015 ມີແບ້ 50 ໂຕ, ປູກຫຍ້າເນເປຍ 5 ເຮັກຕາ ເພື່ອເປັນອາຫານແບ້ອອກລູກ 2 ຄັ້ງຕໍ່ປີ ຄັ້ງລະ 1-3 ໂຕ, ມາຮອດປະຈຸບັນມີແບ້ທັງໝົດ 420 ໂຕ, ແບ້ທີ່ຜະລິດ ໄດ້ສະໜອງໃຫ້ຕະຫຼາດພາຍໃນແຂວງ. ພ້ອມນັ້ນ, ທາງຟາມ ໄດ້ເລີ່ມທົດລອງລ້ຽງແກະ ຈຳນວນ 70 ໂຕ ໃນຕົ້ນເດືອນ 10 ປີ 2016.


No comments:

Post a Comment