Ad

Ad

2 November 2016

ຫວຍພັດທະນາລາວມອບເງິນ 200 ລ້ານເພື່ອຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ພາກເໜືອ

          ພິທີມອບ-ຮັບເງິນຊ່ວຍເຫລືອ ຈຳນວນ 200 ລ້ານກີບຈາກລັດວິສາຫະກິດຫວຍພັດທະນາລາວ ກະຊວງການເງິນ, ເພື່ອຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ບັນດາແຂວງພາກເໜືອລາວ, ໄດ້ມີຂຶ້ນໃນວັນທີ 31 ຕຸລາຜ່ານມານີ້, ທີ່ຫ້ອງ ການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ລະ ຫວ່າງທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອຳນວຍການລັດວິສາຫະກິດຫວຍພັດທະນາລາວ.

          ເພື່ອເປັນການປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພພິບັດນ້ຳຖ້ວມຢູ່ແຂວງຕ່າງໆໃນພາກເໜືອ, ຊຶ່ງ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນອົງການໜຶ່ງ ທີ່ເຮັດວຽກຊ່ວຍເຫລືອຜູ້ປະສົບໄພຕ່າງໆ, ເພື່ອນຳໄປແຈກຢາຍໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຕົວຈິງຢູ່ຫລາຍທ້ອງຖິ່ນ ແລະ ນັບແຕ່ມື້ເປີດຮັບບໍລິຈາກເປັນຕົ້ນມາໄດ້ຮັບເງິນຊ່ວຍເຫລືອທັງໝົດແລ້ວ 340 ລ້ານກີບ, 3 ພັນໂດລາສະຫະລັດ ແລະ ເຄື່ອງບໍລິໂພກ-ອຸປະໂພກ ລວມມູນຄ່າຫລາຍກວ່າ 76 ລ້ານກີບ. ເຖິງຢ່າງໃດກໍຕາມ ກະຊວງແຮງງານ ກໍຍັງຕ້ອງການເງິນຊ່ວຍເຫລືອຕື່ມອີກຈຳນວນຫລາຍ ເພື່ອນຳໄປຊ່ວຍເຫລືອປະຊາຊົນຜູ້ໄດ້ຮັບເຄາະຮ້າຍດັ່ງກ່າວ ໃຫ້ເຂົາເຈົ້າໄດ້ມີເງື່ອນໄຂຟື້ນຟູຊີວິດການເປັນຢູ່ດີຂຶ້ນໂດຍໄວ.

No comments:

Post a Comment