Ad

Ad

2 November 2016

ສົກຮຽນ 2016 – 2017 ນີ້ສຶກສາມີແຜນບັນຈຸພະນັກງານຄູ ແລະ ລັດຖະກອນບໍລິຫານ 1.778 ຕົວເລກ

          ກົມຈັດຕັ້ງ, ກະຊວງສຶກສາທິການ ແລະ ກິລາໃຫ້ຮູ້ວ່າ: ສຳລັບສົກຮຽນ 20162017 ນີ້ກະຊວງສຶກສາທິການ ແລະ ກິລາມີແຜນແບ່ງປັນ ( ບັນຈຸ ) ພະນັກງານຄູ ແລະ ລັດຖະກອນບໍລິ ຫານຂອງຂະແໜງສຶກສາທິການ ແລະ ກິກາຈຳນວນ 1.778 ຕົວເລກ, ໃນນັ້ນນະຄອນຫລວງວຽງຈັນຈະໄດ້ຮັບ 107 ຕົວເລກ, ຜົ້ງສາລີ 77 ຕົວເລກ,ຫຼວງນ້ຳທາ 62 ຕົວເລກ, ອຸດົມໄຊ 78 ຕົວເລກ, ບໍ່ແກ້ວ 59 ຕົວເລກ, ຫຼວງພະບາງ 132 ຕົວເລກ, ໄຊຍະບູລີ 119 ຕົວເລກ, ຫົວພັນ 108 ຕົວເລກ,ຊຽງຂວາງ 78 ຕົາເລກ, ວຽງຈັນ 121 ຕົວເລກ,ບໍລິຄຳໄຊ 81 ຕົວເລກ, ຄຳມ່ວນ 106 ຕົວເລກ, ສະຫວັນນະເຂດ 163 ຕົວເລກ , ສາລະວັນ 90 ຕົວເລກ, ເຊກອງ 52 ຕົວເລກ, ຈຳປາສັກ 111 ຕົວເລກ, ອັກຕະປື 59 ຕົວເລກ
ແລະ ແຂວງໄຊສົມບູນ 59 ຕົວເລກ,ມະຫາວິທະຍາໄລແຫ່ງຊາດຈະໄດ້ຮັບ 35 ຕົວເລກ ແລະ ມະຫາວິທະຍາໄລຈຳປາສັກ,ສຸພານຸວົງ,ສະຫວັນນະເຂດແຫ່ງລະ 10 ຕົວເລກ,ສ່ວນໂຮງຮຽນອອ້ມຂ້າງສູນ,ສະຖາບັນ,ປະກອບມີອະນຸບານກະຊວງສຶກສາ 1 ຕົວເລກ, ສະຖາບັນພັດທະນາອະຊີວະສຶກສາ  , ວິທະຍາໄລເຕັກນິກວຽງຈັນ-ຮ່າໂນຍ , ເຕັກນິກປາກປາສັກ , ເຕັກນິກລາວ-ເຢຍລະມັນບ່ອນລະ 2 ຕົວເລກ, ແລະ ໂຮງຮຽນເຕັກນິກຊັບພະວິຊາ, ເຕັກນິກວິຊາຊີບຫຼວງພະບາງບ່ອນລະ 3 ຕົວເລກ, ໂຮງຮຽນເຕັກນິກແຂວງວຽງຈັນ,ເຕັກນິກວິຊາຊີບຈຳປາສັກ ແລະ ໂຮງ  ຮຽນເຕັກນິກວິາຊີບຄຳມ່ວນບ່ອນລະ 2 ຕົວເລກ, ສ່ວນວິທະຍາໄລຄູຫຼວງພະບາງຈະໄດ້ຮັບ 3 ຕົວເລກ, ວິທະຍາໄລຄູສະຫວັນນະເຂດ 3 ຕົວເລກ, ວິທະຍາໄລຄູບ້ານເກີນ 2 ຕົວເລກ, ວິທະຍາໄລຄູປາກເຊ 3 ຕົວເລກ, ວິທະຍາໄລຄູຫຼວງນ້ຳທາ 2 ຕົວເລກ, ວິທະຍາໄລຄູສາລະວັນ 2 ຕົວເລກ, ວິທະ ຍາໄລຄູສີລະປະສຶກສາ 1 ຕົກເລັກ, ວິທະຍາໄລຄູດົງຄຳຊ້າງ 2 ຕົວເລກ, ວິທະຍາໄລຄາພາລະສຶກສາ 2 ຕົວເລກ, ວິທະຍາໄລສົງ (ວັດອົງຕີ້) 1 ຕົວເລກ, ໂຮງຮຽນເຕັກນິກວິຊາຊີບສະຫວັນນະເຂດ 3 ຕົວເລກ, ໂຮງຮຽນເຕັກນິກກະສິກຳດົງຄຳຊ້າງ 2 ຕົວເລກ, ໂຮງຮຽນພອນສະຫວັນ-ກາຍຍະກຳ 1 ຕົວເລກ ແລະ ສູນລາວ-ອິນເດຍຈຳນວນ 2 ຕົວເລກ ແລະ ທັງໝົດນັ້ນແມ່ນຈຳນວນຕົວເລກແບ່ງປັນບັນຈຸລັດຖະກອນຄູ ແລະ ລັດຖະ ກອນບໍລິຫານທົ່ວຂະແໜງສຶກສາ ແລະ ກິລາໃນສຶກຮຽນ 20162017 ນີ້ .

No comments:

Post a Comment