ໃນມື້ສຸດທ້າຍຂອງກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ
VIII ທີ່ຫໍສະພາແຫ່ງຊາດ, ທ່ານນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ໄດ້ຂຶ້ນລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ ໃນໄລຍະ 5 ປີຕໍ່ໜ້າ (2016-2020) ໃຫ້ສຳເລັດ 105 ສະ ບັບ ເພື່ອຮັບປະກັນໃຫ້ແກ່ການປົກຄອງລັດດ້ວຍກົດໝາຍໄດ້ເທື່ອລະກ້າວ, ໃນນັ້ນ ໄດ້ສ້າງກົດໝາຍໃໝ່ໃຫ້ໄດ້ 50 ສະບັບ ແລະ ກົດໝາຍປັບປຸງໃໝ່ 55 ສະບັບ, ໃນນັ້ນ ຂົງເຂດການປົກຄອງ ແລະ ຍຸຕິທຳ ມີ
21 ສະບັບ, ຂົງເຂດເສດຖະກິດ 51 ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 29 ສະບັບ, ຂົງເຂດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 2 ສະບັບ ແລະ ຂົງເຂດການຕ່າງປະເທດ 2 ສະບັບ.
ທ່ານຮອງປະທານສະພາແຫ່ງຊາດ ໄດ້ຕີລາຄາວ່າ: ໃນໄລຍະ 5 ປີຜ່ານມາ, ສະພາແຫ່ງຊາດ ໄດ້ສ້າງ ແລະ ປັບປຸງກົດໝາຍ ໄດ້ທັງໝົດ 75 ສະບັບ ເທົ່າກັບ 83,33% ຂອງແຜນການ, ໃນນັ້ນມີກົດໝາຍສ້າງໃໝ່ 37 ສະບັບ, ກົດໝາຍປັບ ປຸງ
38 ສະບັບ ອັນໄດ້ເຮັດໃຫ້ລະບົບກດໝາຍຂອງລາວເຮົາເຕີບໃຫຍ່ຂະຫຍາຍຕົວ, ຊຶ່ງໄລ່ມາຮອດປັດຈຸບັນ ປະເທດເຮົາ ມີກົດໝາຍທັງໝົດ 119 ສະບັບ
ທຽບໃສ່ 2010 ເພີ່ມຂຶ້ນ 37 ສະບັບ,
ພິເສດແມ່ນໄດ້ພິຈາລະນາຮັບຮອງເອົາລັດຖະທຳມະນູນ ສະ ບັບປັບປຸງປີ
2015, ການສ້າງ ແລະ
ປັບປຸງກົດໝາຍ ໄດ້ປະຕິບັດຕາມຂັ້ນຕອນ,
ລະບຽບ ການທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳຢ່າງຄົບຖ້ວນ, ເຮັດໃຫ້ກົດໝາຍ ສ່ວນໃຫຍ່ມີເນື້ອໃນສ່ອງແສງເຖິງການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ສອດ ຄ່ອງກັບສະພາບການຕົວຈິງ ແລະ
ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ.
ນອກຈາກນີ້ ຍັງໄດ້ຕີຄວາມ ແລະ ອະທິບາຍກົດໝາຍຈຳນວນໜຶ່ງເພື່ອສ້າງຄວາມເປັນເອກກະພາບໃນການຈັດຕັ້ງປະຕິບັດກົດໝາຍຂອງບັນດາອົງການອຳນາດລັດທີ່ກ່ຽວຂ້ອງ, ໄດ້ປະສານສົມທົບກັບບັນດາກະຊວງ, ອົງການຈັດຕັ້ງຕ່າງໆເພື່ອຈັດຕັ້ງການຝຶກອົບຮົມ, ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພະນັກງານ, ທະຫານ, ຕຳຫລວດ ແລະ ສັງ
ຄົມໄດ້ຢ່າງກວ້າງຂວາງ. ໄປຄຽງຄູ່ກັບຈຸດດີດັ່ງກ່າວຍັງມີບາງຂໍ້ຄົງຄ້າງທີ່ຈະຕ້ອງຮີບຮ້ອນຈັດຕັ້ງປະຕິບັດເປັນຕົ້ນການໂຄສະນາເຜີຍແຜ່ກົດາຍຢູ່ຕາມສຳນັກງານ, ອົງການຂອງລັດຈຳນວນໜຶ່ງ ຍັງບໍ່ທັນມີການຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍໂດຍກົງ ຍັງບໍ່ທັນທົ່ວເຖິງເຮັດໃຫ້ການເຄົາລົບ ແລະ
ປະຕິ ບັດກົດໝາຍບໍ່ທັນເຂັ້ມງວດ ແລະ
ສັກສິດເທົ່າທີ່ຄວນ.
No comments:
Post a Comment