ວັນທີ 22 ເມສານີ້ກົມອາຊຽນ,ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການເປັນປະທານອາຊຽນ 2016 ຂອງລາວໃຫ້ແກ່ນັກການທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ,
ຂື້ນທີ່ນະຄອນຫຼວງວຽງຈັນ, ໂດຍທ່ານ ພົງສະຫວັນ ສີສຸລາດ ຫົວໜ້າກົມອາຊຽນ, ເພື່ອແນ່ໃສ່ເຜີຍແຜ່ຜົນສຳເລັດຕ່າງໆຂອງການເປັນປະທານອາຊຽນຂອງລາວໃນປີ 2016, ໂດຍສະເພາະແມ່ນຜົນຂອງກອງປະຊຸມຕ່າງໆທີ່ລາວໄດ້ເປັນເຈົ້າພາບຈັດຂຶ້ນໃນຜ່ານມາ ດັ່ງກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນຜ່ານມາ ແລະ ການກະກຽມເນື້ອໃນຕ່າງໆສຳລັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ
49 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ,ທີ່ຈະຈັດຂື້ນໃນເດືອນ
ກໍລະກົດທີ່ຈະມາເຖິງນີ້ ແລະ ກອງປະຊຸມສຸດຍອດອາຊຽນຄັ້ງທີ
28 , 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ລາວຈະເປັນປະທານທັງໝົດ 11 ກອງປະຊຸມດ້ວຍກັນໃນເດືອນກັນຍາ 2016ນີ້, ພ້ອມກັບອະທິບາຍກ່ຽວກັບ 8 ບຸລິມະສິດສຳລັບການເປັນປະທານອາຊຽນຂອງ ສປລາວ,ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວິໄສທັດຂອງປະຊາຄົມອາຊຽນຮອດປີ 2025 ,ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການອຳນວຍຄວາມສະດວກດ້ານການຄ້າ, ການພັດທະນາວິສາຫະກິດຂະໜາດນ້ອຍ
ແລະ ກາງ, ການພັດທະນາການທ່ອງທ່ຽວ, ການເຊື່ອມໂຍງເຂົ້າຫາກັນ ແລະ ການຫັນປ່ຽນການຈ້າງງານນອກລະບົບໃຫ້ເຂົ້າໃນລະບົບ,ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າໃນອາຊຽນ ແລະ ການສົ່ງເສີມການຮ່ວມມືພາກພື້ນ, ພ້ອມນັ້ນກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນຈາກບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ,ເພື່ອໃຫ້ມີຄວາມເຂົ້າໃຈແຈ້ງກ່ຽວກັບການເປັນປະທານອາຊຽນຂອງລາວໃນປີ 2016 ອີກດ້ວຍ.
No comments:
Post a Comment