ໃນຜ່ານມາມີຫລາຍຄົນໄດ້ພົບເຫັນບັນຫາການກ່າວແອບອ້າງ ແລະ ໃຊ້ສິດອຳນາດ-ຊື່ສຽງຂອງຜູ້ເຮັດນ້າທີ່ບໍລິຫານໃນຂົງເຂດທຸລະກິດ, ເສດຖະກິດ, ບໍລິຫານ…. ເຂົ້າໃນການເຄື່ອນໄຫວສະ ແຫວງຫາຜົນປະໂຫຍດສ່ວນຕົວເປັນຕົ້ນການປະມູນໂຄງການ, ວິ້ງເຕັ້ນແລ່ນເອກະສານຊື້-ຂາຍສິນ
ຄ້າທີ່ມີມູນຄ່າສູງ, ການຈັດຊື້-ຈັດຈ້າງເຄື່ອງຮັບໃຊ້ສຳນັກງານ, ໂຄງການຕ່າງໆຕະຫລອດຮອດເລື່ອງໜ້າທີ່ການງານນຳອີກ.
ບໍ່ເທົ່ານັ້ນ ພວກນາຍນ້າເລົ່ານັ້ນ ຈະບໍ່ເຂົ້າຫາຜູ້ເຮັດໜ້າທີ່ໃນການບໍລິຫານສຳນັກງນໂດຍກົງ ເພາະຈະພົບກັບບັນຫາກີດກັ້ນ (ບາລີແຢ)
ຈາກຫລາຍຝ່າຍໃນອົງກອນ, ສະນັ້ນ
ຈຶ່ງເຂົ້າມາທາງຫລັງບ້ານຫລາຍກວ່າ ຍ້ອນບາງຄອບຄົວກໍອາດຈະບໍ່ເຂົ້າໃຈບັນຫາເລິກຕື້ນປານໃດ, ຈັ່ງຊັ້ນ ກ່ອນອື່ນເຂົາເຈົ້າຕ້ອງກຳໃຫ້ໄດ້ແນວຄິດຈິດຕະສາດ, ຄວາມມັກ-ຄວາມຢາກ, ບາງຄັ້ງກໍຕີສະໜິດເປັນເອື້ອຍຮັກອ້າຍແພງ,
ນຳເອົາລູກເມຍເຂົ້າພົບປະຄາລະວະໃນໂອກາດຕ່າງໆ ພ້ອມທັງເຄື່ອງຕ້ອນຂອງຝາກທີ່ມີມູນຄ່າສູງ, ຈາກນັ້ນ ກໍແຈ້ງເຈດຈຳນົງອັນແທ້ຈິງໃຫ້ຮູ້ ແລະ
ມີຫລາຍຄົນກໍພົບກັບຜົນສຳເລັດເປັນຢ່າງດີສາມາດກວາດເງິນເຂົ້າຖົງຢ່າງຫລວງຫລາຍ, ນີ້ລະເພີ່ນເວົ້າຊີ້ນໄປ-ປາມາ,
ຖືກກັບຄຳພັງເພີຍທີ່ວ່າ: “ເອົາກະບອງແລກຊ້າງ”
ເວົ້າຈັ່ງຊີ້ບໍ່ໝາຍວ່າຢາກໃຫ້ຢູ່ໂດດດ່ຽວ, ບໍ່ໃຫ້ຄົບຄ້າສະມາຄົມກັບສັງຄົມແຕ່ຢ່າງໃດ.
ສິ່ງໜຶ່ງທີ່ສັງຄົມເຫັນເຕັມຕາກໍຄືການນຳໃຊ້ລົດທາງການໄປໃຊ້ໃນທາງສ່ວນຕົວເຂົ້າເທັກ ຫລິ້ນບານ, ກິນເຫລົ້າດຶ່ມເບຍ, ບໍ່ນັບຖືກົດຈາລະຈອນ, ເມື່ອເຈົ້າໜ້າທີ່ສຶກສາອົບຮົມ ກໍອວດອ້າງບາລະມີຂອງພໍ່ ຫລື
ແມ່ ແລະ
ຍັງມີເມຍ ຫລື
ຜົວ ແລະ
ເວົ້າຈາບໍ່ສົມຄວນ, ແຍກຊັ້ນວັນນະ ທັງໆທີ່ກຳ ເນີດມາຈາກຊົນຊັ້ນກຳມະກອນ-ຊາວນາດ້ວຍກັນ,
ຍິ່ງໄປກວ່ານັ້ນມີບາງຄົນດຳລົງຊີວິດແບບຄົນຊັ້ນສູງ, ຂີ່ລົດຫລູ, ນັ່ງກິນ-ນັ່ງຫລີ້ນໃນຄະລືຫາດ, ເດີນທາງຊອກຊື້ສິນຄ້າຊັ້ນນຳຢູ່ຕ່າງປະເທດ, ໃຊ້ຈ່າຍເງິນຄຳແບບໂລດໂຜນ ແລະ
ບັນຫາອື່ນໆທີ່ບໍ່ແທດເໝາະກັບໜ້າທີ່ການເມືອງຂອງຜົວ ຫລື ເມຍ
ແລະ ຂອງຜູ້ເຮັດໜ້າທີ່ບໍລິຫານ. ໃນມະຕິ IX ຂອງພັກໄດ້ເນັ້ນວ່າ: … ເລືອກເຟັ້ນໃຫ້ໄດ້ຜູ້ທີ່ດີມີຄຸນສົມບັດ ແລະ
ມີຄວາມສາມາດເພື່ອກໍ່ສ້າງ, ບຳລຸງຍົກລະດັບ ແລະ ນຳໃຊ້ຢ່າງເໝາະສົມ, ຕ້ອງມີຄວາມກ້າ ຫານສັບຊ້ອນພະນັກງານປ່ຽນແທນຜູ້ທີ່ຂາດຄວາມສາມາດ, ຂາດຄວາມເຊື່ອຖື ແລະ
ມີຄວາມເດັດ ຂາດເອົາຜູ້ທີ່ເຊື່ອມທາດຂາດຄຸນ, ມີຄວາມຜິດໜັກໜ່ວງ ແລະ ສ້າງຄວາມເຊື່ອມເສຍຕໍ່ພາບພົບ ບົດບາດຂອງພັກ-ຂອງລັດເຮົາ
ອອກຈາກໜ້າທີ່ຕຳແໜ່ງໃຫ້ທັນການ.
ອີກບັນຫາໜຶ່ງຄືເພື່ອນຮ່ວມງານ ຫລື
ຄົນທີ່ຢູ່ໃຕ້ການບັງຄັບບັນຊາ ຕ້ອງມີການເລືອກເຟັ້ນໃຫ້ດີ, ເລືອກເອົາບຸກຄົນທີ່ມີອຸດົມການສັງຄົມນິຍົມ, ມີຄວາມຮູ້ທາງດ້ານການເມືອງ, ມີຄວາມສາມາດດ້ານວິຊາສະເພາະ, ພ້ອມນັ້ນ ຕ້ອງມີຄວາມຈົ່ງຮັກພັກດີຕໍ່ໜ້າທີ່ການເມືອງ, ມີຄວາມເຊື່ອໝັ້ນການ ຈັດຕັ້ງ
ແລະ ໝູ່ຄູ່,
ເປັນຄົນຊື່ສັດສຸຈະລິດ, ຖືຜົນປະໂຫຍດຂອງຊາດເປັນຫລັກ, ເດັດຂາດບໍ່ສະແຫວງ ຫາຜົນປະໂຫຍດສ່ວນຕົວ ແລະ ບໍ່ອວດອົ່ງທະນົງຕົວ.
ໃນຜ່ານມາ
ບັນດາຜູ້ເຮັດໜ້າທີ່ເປັນສະໝຽນຫລາຍທ່ານ ສາມາດມີຜົນງານອັນພົ້ນເດັ່ນ ແລະ ໄດ້ກາຍເປັນການນຳຂັ້ນສູງ, ແຕ່ໃນປັດຈຸບັນມີສະໝຽນບາງຄົນພັດລືມຈຸດຢືນ ຫລື ໜ້າທີ່ຂອງຕົນ ກາຍເປັນຄົນກົດໜ່ວງຖ່ວງດຶງເອກກະສານ ແລະ ວຽກງານ,
ຮຽກຮ້ອງຮັບຜົນປະໂຫຍດຈາກຄົນອື່ນ.
ແຕ່ແນວໃດກໍຕາມ ອັນສຳຄັນກໍຄືເຮົາຕ້ອງເປັນຕົວເຮົາ ມີຄວາມຮັບຜິດຊອບຕໍ່ວຽກນັ້ນ, ບໍ່ຄວນກ່າວກ້າຍ ແລະ ເຮັດວຽກຂອງຄົນອື່ນໂດຍທີ່ບໍ່ແມ່ນພາລະບົດບາດຂອງຕົນ ດັ່ງນັ້ນ ຈຶ່ງຮຽກ
ຮ້ອງໃຫ້ທຸກພາກສ່ວນຄວນຕິດຕາມການເຄື່ອນໄຫວ, ກວດກາ, ປັບປຸງ ແລະ ປ່ຽນແປງພຶດຕິກຳດັ່ງກ່າວຢ່າງຮີບດ່ວນ ໂດຍສະເພາະຕໍ່ຜູ້ບໍລິຫານເອງກໍຕ້ອງຄຳນຶງເຖິງຜົນເສຍທີ່ອາດຈະເກີດຂຶ້ນ.
No comments:
Post a Comment