ໂດຍ : ວິເສດ ສະແຫວງສຶກສາ
ຫວ່າງແລ້ວນີ້ໄດ້ອ່ານບົດຄວາມຢູ່ໜັງສືພິມເດິເນເຊິນ
(The
Nation) ຂອງໄທ ກ່ຽວກັບບັນຫາການທ່ອງທ່ຽວ ຂຽນໂດຍຊ່ຽວຊານລະດັບຫົວກະທິຈາກສະຫະລັດອາເມລິກາ.
ບົດນັ້ນໄດ້ເວົ້າເລື່ອງການໄດ້ປຽບຂອງໄທ ບໍ່ວ່າຈະເປັນທີ່ຕັ້ງ, ການພັດທະນາພື້ນຖານໂຄງລ່າງ, ສະຖານທີ່ທ່ອງທ່ຽວ ແລະ ມົນສະເໜ່ຮອຍຍິ້ມຂອງໄທ.
ໃນສ່ວນຕົວແລ້ວຍັງເຫັນວ່າຄຳຂວັນທ່ອງທ່ຽວໄທນັ້ນຟັງພິລຶກກຶກກືໜ້າອອນຊອນວ່າ “ເມືອງໄທທີ່ໜ້າອັດສະຈັນ” ແຕ່ກໍມີຄົນແປໃຫ້ເປັນສິນກວ່ານັ້ນວ່າ “ເມືອງໄທທີ່ໜ້າຕົກຕະລຶງ”. ແປແນວໃດກໍແປແຕ່ພາສາອັງກິດຂຽນວ່າ
“Amazing
Thailand”. ສ່ວນຄຳຂວັນທ່ອງທ່ຽວລາວ
ເພື່ອໂຄສະນາຕໍ່ຕ່າງປະເທດນັ້ນເວົ້າວ່າ “ເມືອງລາວງາມແບບ ລຽບໆ”.
ເອີ ! ຟັງແລ້ວກໍກິນໃຈ, ເປັນການຖະໜອມຖ່ອມໂຕໜ້າຮັກໄປອີກວາດໜຶ່ງ. ຈານແຍ່ວ່າ
ຄຳຂວັນເຖິງຈະພິລຶກກຶກກືແຕ່ກໍບໍ່ສຳຄັນສໍ່າເນື້ອແທ້. ໂຄສະນາວ່າເປັນເມືອງຍິ້ມແຕ່ບັນຫາຂ້າກັນພັດມີຖ້ວມຫົວ, ຂົ່ມຂືນບໍ່ເອີ່ຍດຶງກະເປົາບໍ່ເອີຍ !
ລັກພາຕົວໄປຮຽກຄ່າໄຖບໍ່ເອີຍ ! ຕັກຊີຕີນຜີປອກລອກນັກທ່ອງທ່ຽວ ແລະ
ສາລະພັດສາລະເພແຕ່ແນວຊິເກີດຂຶ້ນ. ໃນບົດຄວາມທີ່ກ່າວເຖິງເບື້ອງຕົ້ນນັ້ນ ຕິດໃຈແຮງແມ່ນເລື່ອງບັນຫາຜູ້ນຳທ່ຽວ.
ເລື່ອງນີ້ຈານແຍ່
ເນັ້ນເລື້ອຍໆໃນບົດທີ່ເວົ້າເຖິງການທ່ອງທ່ຽວ ບໍ່ ວ່າຈະເປັນຢູ່ພາຍໃນ
ຫລື ຕ່າງ ປະເທດກໍດີ. ພາສາທີ່ຜູ້ນຳທ່ຽວຄວນຮູ້ຢູ່ບ້ານເຮົາມີພາສາໃດ ແດ່ ? ເລື່ອງນີ້ຫລາຍຄົນຄົງຕອບວ່າ “ພາສາອັງກິດ”
ຄຳຕອບນີ້ ຖ້າທຽບກັບທ່າອ່ຽງຢູ່ໄທແລ້ວ
ແມ່ນບໍ່ຖືກຄັກປານໃດເພາະອຸດສາຫະກຳທ່ອງທ່ຽວໄທໃນປັດຈຸບັນພວມຫັນໄປຮຽນພາສາຂອງປະເທດທີ່ມີນັກທ່ອງທ່ຽວມາທ່ອງທ່ຽວຫລາຍ.
ເດົາໄດ້ບໍ່ລະ?
ນັ້ນຄືພາສາຈີນ, ພາສາອິນເດຍ ແລະ ພາສາເກົາຫລີ ແລະ
ສ່ວນທີ່ມາແຮງຢ່າງເປັນຂະບວນກໍແມ່ນພາສາຣັດເຊຍຈົນວ່າຄົນລາວທີ່ຮູ້ພາສາຣັດເຊຍກະເປົາ
ຕຶ່ງຍ້ອນໄປເປັນນາຍແປຢູ່ໄທ. ຢູ່ບ້ານເຮົາຈານແຍ່ເຄີຍໄດ້ຍິນຂ່າວດີເລື້ອຍໆກ່ຽວກັບການຈັດສຳມະນາລົງເລິກວຽກທ່ອງ
ທ່ຽວກັບປະເທດເປົ້າໝາຍສະ ເພາະ ເຊັ່ນສຳລັບນັກທ່ອງທ່ຽວ ຍີ່ປຸ່ນ, ນັກທ່ອງທ່ຽວເຢຍລະມັນເປັນຕົ້ນ.
ບົດຄວາມຂອງຊ່ຽວຊານຕ່າງປະເທດຍັງແນະນຳຂະແໜງທ່ອງທ່ຽວໄທວ່າຄວນ
ຮຽນພາສາຊາວອາຊຽນດ້ວຍກັນທັງຮຽນພາສາທັງຮຽນວັດທະນະທຳຮີດຄອງປະເພນີຂອງ
ປະເທດເປົ້າໝາຍໄປນຳ,
ໃນນັ້ນ ໄດ້ເອີ່ຍວ່າຄວນເອົາໃຈໃສ່ ຫວຽດນາມ. ຈານແຍ່ເປືອງບິກ
ບັນລະຍາຍມາຫລາຍເຕີບ ແຕ່ທ່ານຜູ້ອ່ານອາດຍັງບໍ່ທັນໄດ້ວ່າຢາກເວົ້າຫຍັງ. ເອີ !
ອັນຢາກເວົ້າບໍ ?
ກໍຄືຕ້ອງຫັນທິດ, ການດຶງດູດນັກທ່ອງທ່ຽວຕ່າງປະເທດໂດຍມີຈຸດໜັກຈຸດເບົາ. ດຽວນີ້
ອຸດສາຫະກຳທ່ອງທ່ຽວຍີ່ປຸ່ນເຂົາເນັ້ນດຶງດູດ ແລະ ມີນະໂຍບາຍພິເສດສຳລັບນັກທ່ອງທ່ຽວຈາກ 5 ປະເທດ ຄືຈີນ, ອິນເດຍ,
ເກົາຫລີ, ຫວຽດນາມ ແລະ
ຟີລິບປິນ. ປີກາຍນີ້ໃນຈຳນວນນັກທ່ອງທ່ຽວກວ່າ 19 ລ້ານຄົນ ທີ່ເຂົ້າໄປຍີ່ປຸ່ນນັ້ນ 28% ແມ່ນໄປ ຈາກ 5
ປະເທດທີ່ກ່າວມາຂ້າງເທິງນີ້. ດັ່ງນັ້ນ ຍີ່ປຸ່ນຈຶ່ງເລັ່ງສ້າງ
ຜູ້ນຳທ່ຽວທີ່ຮູ້ພາສາຂອງ 5
ປະ ເທດນີ້ເປັນກົກ. ບໍ່ພຽງແຕ່ເທົ່ານັ້ນ
ເຄື່ອງຈັກແປພາສາອັດຕະໂນມັດ ທີ່ຕິດຕັ້ງຕາມສະໜາມບິນ ແລະ ແຫລ່ງທ່ອງທ່ຽວກໍຍັງລວມມີເປັນພາສາຈີນ
ແລະ ພາສາເກົາ ຫລີນຳ,
ສ່ວນວ່າພາສາອັງກິດຫັ້ນບໍ່ເວົ້າສາ. ສະຫລຸບຄວາມແລ້ວ
ທີ່ຕັ້ງຂອງປະເທດເຮົາມັນຍອດຢູ່ແລ້ວ, ອ້ອມຈອດດ້ວຍ 5
ປະເທດ, ດ້ວຍວັດທະນະທຳ, ແຫລ່ງທ່ອງທ່ຽວເຮົາກໍບໍ່ໜ້ອຍໜ້າໃຫ້ໃຜບັນຫາທີ່ຍັງໜັກໃຈກໍແມ່ນເລື່ອງບຸກຄະລາກອນ
ແລະ ຄວາມສາມາດໃນການພັດທະນາພື້ນຖານໂຄງລ່າງສຳລັບຂະຫຍາຍການທ່ອງທ່ຽວ.
ເລື່ອງພາສາທີ່ພວກເຮົາຈະຫາກິນນຳນັ້ນຂໍຈົ່ງໄດ້ຮ່ວມກັນພິຈາລະນາຕາມຈຸດພິເສດຂອງບ້ານເຮົາ
ແລະ ຕາມກະແສຂອງນັກທ່ອງທ່ຽວທີ່ເຂົ້າມາບ້ານເຮົາຕົວຈິງ.
No comments:
Post a Comment