Ad

Ad

22 April 2016

ລັດຊີ້ສາເຫດພາໃຫ້ສະພາບການເງິນຟືດເຄືອງໃນໄລຍະ 2-3 ປີຜ່ານມາ

          ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສົມດີ ດວງດີ ໄດ້ຊີ້ໃຫ້ເຫັນສາເຫດທີ່ພາໃຫ້ສະພາບການເງິນ-ງົບປະມານ ມີຄວາມຟືດເຄືອງໃນໄລຍະ 2-3 ປີຜ່ານມາ ຕໍ່ກອງປະຊຸມຄັ້ງປະຖົມມະເລິກຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 20 ເມສານີ້ວ່າ: ນັບແຕ່ສົກປີງົບປະມານ 2012-2013 ເປັນຕົ້ນມາສະພາບການເງິນ-ງົບປະມານ ເລີ່ມມີຄວາມຫຍຸ້ງຍາກຟືດເຄືອງ, ເຊິ່ງເກີດຈາກຫລາຍສາເຫດຄື: ການສ້າງແຜນລາຍຮັບງົບປະມານບໍ່ໄດ້ອີງໃສ່ຄວາມອາດສາມາດຕົວຈິງ ເນື່ອງຈາກຍັງຂາດການວິໃຈຂໍ້ມູນທີ່ຄົບຖ້ວນ ແລະ ບໍ່ທັນສອດຄ່ອງກັບສະພາບຕົວ, ການຄົ້ນຄວ້າ, ວິໃຈຂໍ້ມູນຕົວເລກການເງິນຍັງມີດ້ານຈຳກັດ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ເປັນຕົ້ນ ຂໍ້ມູນໃນການສ້າງແຜນງົບປະມານຍັງບໍ່ທັນມີພື້ນຖານອັນໜັກແໜ້ນ ແລະ ແນ່ນອນ, ຍັງບໍ່ທັນມີລັກສະ ນະວິທະຍາສາດທີ່ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ
ສ່ວນໃຫຍ່ແມ່ນການສ້າງແຜນວຽກເພື່ອແກ້ໄຂວຽກສະເພາະໜ້າ, ລາຍຮັບຈາກຂະແໜງຊັບພະຍາກອນທຳມະຊາດ ໄດ້ຫລຸດລົງຢ່າງຫລວງຫລາຍ, ເນື່ອງຈາກລາຄາແຮ່ທາດໃນຕະຫລາດໂລກໄດ້ຫລຸດລົງ, ຖ້າສົມທຽບກັບຊຸມຕົ້ນປີຂອງແຜນການ 5 ປີຄັ້ງທີ VII ລາຍຮັບຈາກຂະແໜງດັ່ງກ່າວມີຫລາຍກວ່າ 1.600 ຕື້ກີບຕໍ່ປີ, ແຕ່ໃນສົກປີ 2014-2015 ສາມາດປະຕິບັດໄດ້ພຽງ 518 ຕື້ກີບ, ຫລຸດລົງເຖິງສອງສ່ວນສາມ, ຂະນະດຽວກັນນັ້ນ ລາຄານ້ຳມັນໃນຕະຫລາດໂລກກໍ່ຫລຸດລົງຢ່າງຫລວງຫລາຍ, ສ່ວນລາຍຮັບຂະແໜງໄຟຟ້າ ຍັງບໍ່ທັນໃຫ້ຜົນຕອບແທນຢ່າງຫລວງຫລາຍ ເນື່ອງຈາກວ່າຕ້ອງໄດ້ທົດແທນຕົ້ນທຶນເງິນກູ້ຢືມເພື່ອມາລົງທຶນກ່ອນ, ຂະນະດຽວກັນ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ເພື່ອທົດແທນການສູນເສຍລາຍຮັບຈາກການປະຕິບັດພັນທະການເຊື່ອມໂຍງການຄ້າເສລີອາຊຽນ (AFTA) ແລະ ການເຂົ້າເປັນປະຊາຄົມເສດຖະກິດອາຊຽນ (AEC) ຍັງມີຄວາມລ້າຊ້າສາເຫດໜຶ່ງແມ່ນເນື່ອງມາຈາກການຮັບຮອງ ແລະ ປະກາດໃຊ້ນິຕິກຳຈຳນວນໜຶ່ງຍັງມີຄວາມຊັກຊ້າ ເປັນຕົ້ນ ຮ່າງລັດຖະບັນຍັດວ່າດ້ວຍອັດຕາຄ່າຊັບພະຍາກອນທຳມະຊາດ ແລະ ລັດຖະບັນຍັດວ່າດ້ວຍອາກອນຊົມໃຊ້ລົດໃຫຍ່,

          ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ສຳລັບການຈັດຕັ້ງປະຕິບັດງົບປະມານແຫ່ງລັດ 5 ປີ ຄັ້ງທີ VII (2011-2015) ສາມາດປະຕິບັດໄດ້ 99,5 ພັນຕື້ກີບ ກວມເອົາ 24,6% ຂອງ GDP ລື່ນຄາດໝາຍທີ່ກຳນົດໄວ້ 3,6% ຂອງ GDP, ໃນັ້ນ ລາຍຮັບພາຍໃນສາມາດປະຕິບັດໄດ້ 76,6 ພັນຕື້ກີບ ກວມເອົາ 18,9% ຂອງ GDP ລື່ນຄາດໝາຍທີ່ວາງໄວ້ 0,9% ຂອງ GDP.

No comments:

Post a Comment