Ad

Ad

25 April 2016

ສູນກາງສະຫະພັນກຳມະບານລາວຈະຈັດຫລາຍຈິດຈະກຳສະຫລອງວັນກຳມະກອນສາກົນ

          ວັນທີ 22 ເມສານີ້, ທ່ານ ສີມູນ ອຸ່ນລາສີ, ຮອງປະທານສູນກາງສະຫະພັນກຳມະບານລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການກະກຽມສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 130 ປີ (1/5/1886-1/5/2016) ວ່າ: ໃນໂອກາດສະເຫລີມສະຫລອງວັນດັ່ງກ່າວ, ສູນກາງສະຫະພັນກຳມະບານລາວ ຈະຈັດໃຫ້ມີຫລາຍກິດຈະກຳ ເປັນຕົ້ນຈັດປາຖະກະຖາເລົ່າມູນເຊື້ອວັນກຳມະກອນສາກົນຢູ່ບັນດາກະຊວງ, ອົງການຈັດຕັ້ງຕ່າງໆອອ້ມຂ້າງສູນກາງ, ຈັດກິດຈະກຳຖາມ-ຕອບວິທະຍາສາດ, ຄວາມຮູ້ຮອບຕົວ ແລະ ເຜີຍແຜ່ກົດໝາຍແຮງງານ, ກົດໝາຍວ່າດ້ວຍກຳມະບານ, ຈັດການແຂ່ງຂັນກິລາ, ສະແດງສິລະປະວັນນະຄະດີ, ການແຂ່ງຂັນສີມືແຮງງານ ແລະ ກິດຈະກຳອື່ນໆ. ພິເສດໃນວັນທີ 29 ເມສາ  ທີ່ຈະມາເຖິງນີ້, ແມ່ນຈະຈັດໃຫ້ມີຂະບວນຍ່າງເພື່ອສຸຂະ ພາບສະຫລອງວັນດັ່ງກ່າວຢູ່ສວນປະຕູໄຊນະຄອນຫລວງວຽງຈັນ ເລີ່ມແຕ່ເວລາ 5:00 ເປັນຕົ້ນໄປ.


ເພື່ອເປັນການໂຄສະນາສຶກສາອົບຮົມພະນັກງານ-ລັດຖະກອນ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈເຖິງມູນເຊື້ອ, ທາດແທ້, ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ, ການເຕີບໃຫຍ່ຂະຫຍາຍໂຕ ຂອງຊົນຊັ້ນກຳມະກອນໃນທົ່ວໂລກ, ຜົນ ງານການເຄື່ອນໄຫວຂອງກຳມະກອນລາວ ໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ ກໍຄື ການປົກປັກຮັກສາ ພັດທະ ນາປະເທດຊາດ ແລະ ເພື່ອສ້າງຂະບວນການຕ່າງໆໃຫ້ຟົດຟື້ນ, ມີຄວາມໝາຍຢ່າງເລິກເຊິ່ງ ທັງປຸກລະດົມໃຫ້ສະມາຊິກກຳມະບານ, ກຳມະກອນຊາວຜູ້ອອກແຮງງານ ມີຄວາມເບີກ ບານມ່ວນຊື່ນ ທັງເປັນການຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈ ຕໍ່ວຽກງານກຳມະບານ ແລະ ເສີມຂະຫຍາຍສິດປະຊາທິປະໄຕ, ເພີ່ມທະວີຄວາມສາມັກຄີ ໃນຖັນແຖວກຳມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າ ໃຫ້ເປັນປຶກແຜ່ນແໜ້ນໜາ, ເປັນກຳລັງແຮງໃນການຈັດຕັ້ງປະຕິບັດແນວທາງຂອງພັກ ສືບຕໍ່ເຮັດຫລ້ອນໜ້າທີ່ ທີ່ພັກ-ລັດ ວາງອອກໃຫ້ປາກົດຜົນເປັນຈິງ.

No comments:

Post a Comment