ວັນທີ 23 ເມສາ ນີ້ , ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ
ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດອາຊຽນ ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ
10 ປະເທດອາຊຽນເຂົ້າຮ່ວມ.
ກອງປະຊຸມ ດັ່ງກ່າວ, ບັນດາເຈົ້າໜ້າທີ່ອາວຸໂສ 10 ປະເທດອາຊຽນໄດ້ປຶກສາຫາລື ກ່ຽວກັບການຮວ່ມມືດ້ານອຸດສາຫະກຳປ້ອງກັນຊາດອາຊຽນ, ພິຈາລະນາຮັບຮອງເອົາແຜນປະຕິບັດງານ ການຮ່ວມມືວຽກງານອຸດ
ສາຫະກຳປ້ອງກັນຊາດອາຊຽນ,
ເຜີຍແຜ່ບົດບາດສຳຄັນຂອງການເປັນປະທານອາຊຽນ 2016 ຂອງລາວ
ວັນທີ
22 ເມສານີ້ກົມອາຊຽນ, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການເປັນປະທານອາຊຽນ 2016 ຂອງລາວໃຫ້ແກ່ນັກການທູດ ແລະ ບັນດາຜູ້ຕາງໜ້າອົງການຈັດ ຕັ້ງສາກົນປະຈຳລາວ,
ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍທ່ານ ພົງສະຫວັນ ສີສຸລາດ ຫົວໜ້າກົມອາຊຽນ, ເພື່ອແນ່ໃສ່ເຜີຍແຜ່ຜົນສຳເລັດຕ່າງໆຂອງການເປັນປະທານອາຊຽນຂອງລາວໃນປີ
2016, ໂດຍສະເພາະແມ່ນຜົນຂອງກອງປະຊຸມຕ່າງໆທີ່ລາວໄດ້ເປັນເຈົ້າພາບຈັດຂຶ້ນໃນຜ່ານມາ ດັ່ງກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນຜ່ານມາ ແລະ ການກະກຽມເນື້ອໃນຕ່າງໆສຳລັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ,ທີ່ຈະຈັດຂື້ນໃນເດືອນກໍລະກົດທີ່ຈະມາເຖິງນີ້ ແລະ ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 , 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ລາວຈະເປັນປະທານທັງໝົດ 11 ກອງປະຊຸມດ້ວຍກັນໃນເດືອນກັນຍາ
2016ນີ້, ພ້ອມກັບອະທິບາຍກ່ຽວກັບ 8 ບຸລິມະສິດສຳລັບການເປັນປະທານອາຊຽນຂອງ ສປລາວ,ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວິໄສທັດຂອງປະຊາຄົມອາຊຽນຮອດປີ 2025, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການອຳນວຍຄວາມສະດວກດ້ານການຄ້າ, ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ການພັດທະນາການທ່ອງທ່ຽວ, ການເຊື່ອມໂຍງເຂົ້າຫາກັນ ແລະ
ການຫັນປ່ຽນການຈ້າງງານນອກລະບົບໃຫ້ເຂົ້າໃນລະບົບ, ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າໃນອາຊຽນ ແລະ ການສົ່ງເສີມການຮ່ວມມືພາກພື້ນ, ພ້ອມນັ້ນກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນຈາກບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ເພື່ອໃຫ້ມີຄວາມເຂົ້າໃຈແຈ້ງກ່ຽວກັບການເປັນປະທານອາຊຽນຂອງລາວໃນປີ 2016 ອີກດ້ວຍ.
ໂຄງການແລກປ່ຽນກອງທັບອາຊຽນ, ແຜນງານສະໜັບສະໜູນວຽກງານພະລາທິ ການ ຂອງກອງປະຊຸມລັດຖະມົນຕີປ້ອງກັນປະທເດອາຊຽນ, ກອງກຳລັງກຽມພ້ອມຂອງທະຫານອາຊຽນ ເພື່ອຕອບໂຕ້ກັບໄພພິບັດ, ກົນໄກຮ່ວມມືວຽກງານປ້ອງກັນຊາດອາຊຽນ, ການຮ່ວມມືລະຫວ່າງການປ້ອງກັນຊາດອາຊຽນກັບອົງການຈັດຕັ້ງສັງຄົມພົນລະເຮືອນ
ເພື່ອຮັບມືກັບບັນຫາຄວາມໝັ້ນຄົງ ທີ່ບໍ່ແມ່ນການທະຫານ, ບົນພື້ນຖານທີ່ກ່າວມາຂ້າງເທີງນັ້ນ, ແມ່ນນະໂຍບາຍຫລັກຂອງຜູ້ນຳອາຊຽນຈະຕ້ອງຮວ່ມມືກັນ ແລະ
ຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນເປັນຮູບປະທຳຕົວຈິງ.
ໂອກາດດັ່ງກ່າວ, ທ່ານ ພົນຕີ ອ່ອນສີ ແສນສຸກ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ຂອງ ສປປ ລາວ
ໃຫ້ຮູ້ວ່າ: ປີນີ້ເປັນປີທີ່ມີຄວາມໝາຍສຳຄັນ ສຳລັບອາຊຽນ, ເປັນປີທຳອິດ ໃນການຈັດຕັ້ງຜັນຂະຫຍາຍການສ້າງຕັ້ງປະຊາຄົມອາ ຊຽນ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຖະແຫລງການກົວລະລຳເປີ
ວ່າດ້ວຍອາຊຽນ 2025
ເພື່ອພ້ອມກັນກ້າວໄປຂ້າງໜ້າ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ສະມາຊິກປະເທດອາຊຽນ ຮ່ວມມືກັນຢ່າງໃກ້ຊິດຂື້ນກວ່າເກົ່າ
ເຊັ່ນ: ເສົ້າຄ້ຳປະຊາຄົມການເມືອງ, ຄວາມໝັ້ນຄົງ, ເສົ້າຄ້ຳເສດຖະກິດ ແລະ ເສົ້າຄ້ຳວັດທະນະທຳສັງຄົມ ເປັນຕົ້ນ, ເສົ້າຄ້ຳປະຊາຄົມການເມືອງ, ຄວາມໝັ້ນຄົງ ແມ່ນມີຄວາມ ໝາຍສຳຄັນຍິ່ງ
ເພື່ອຮັບປະກັນໃຫ້ແກ່ພາກພື້ນມີສະຖຽນລະພາບ ແລະ ຄວາມໝັ້ນຄົງ ເຊິ່ງເປັນເງື່ອນ ໄຂເອື້ອຍອຳນວຍ
ແລະ ກະຕຸກຊຸກຍູ້ໃຫ້ແກ່ເສົ້າຄ້ຳຕ່າງໆ, ມີການຈັດຕັ້ງຜັນຂະຫຍາຍຢ່າງສະໝໍ່າສະ ເໝີ ແລະ ຕໍ່ເນື່ອງ ໂດຍສະເພາະ ສປປ ລາວ
ແມ່ນປີທຳອິດ ໃນການຈັດຕັ້ງປະຕິບັດແຜນການພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 8 ແຕ່ປີ 2016–2020
ເພື່ອສ້າງປະຖົມປັດໄຈ ກ້າວໄປສູ່ປະເທດກຳລັງພັດທະນາ ໃນປີ 2030, ເປັນຂົວຕໍ່ໃນການສົ່ງເສີມການພົວພັນຮວ່ມມື
ທີ່ສ້າງສັນພາຍໃນປະເທດສະມາຊິກອາຊຽນ, ປະເທດເພື່ອນມິດ ແລະ ຄູ່ເຈລະຈາອາຊຽນ, ຍົກສູງຄວາມເປັນເຈົ້າການ ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຕາມວິໄສທັດອາຊຽນທີ່ວ່າ “ໜຶ່ງວິໄສທັດ, ໜຶ່ງເອ ກະລັກ ແລະ ປະຊາຄົມດຽວກັນ ເພື່ອສ້າງຄວາມເຂັ້ມແຂງ
ໃຫ້ແກ່ການຮ່ວມມືວຽກງານປ້ອງກັນ ຊາດ ແລະ ຄວາມໝັ້ນຄົງ ເພື່ອຮັບມືຕໍ່ໄພຂົ່ມຂູ່ ທີ່ບໍ່ແມ່ນທາງການທະຫານ
ໃນພາກພື້ນ ແລະສາ ກົນ”.
No comments:
Post a Comment