Ad

Ad

3 July 2013

ສປປ.ລາວ ແລະ ສ.ເບລາຣຸສ ເຫັນດີເສີມຂະຫຍາຍສາຍພົວພັນຮ່ວມມືໃນຫລາຍຂົງເຂດ



    ສປປ.ລາວ ແລະ  ສ.ເບລາຣຸດ ເຫັນດີເສີມຂະຫຍາຍສາຍພົວພັນ ຮ່ວມມືໃນ ຫລາຍຂົງເຂດ ວຽກງານ ເປັນຕົ້ນແມ່ນຂະແໜງວິທະ ຍາສາດ, ວິສາວະກຳ, ກະສິກຳ, ການສຶກສາ, ເຕັກນິກ ແລະ ອື່ນໆ ໃຫ້ສູງຂຶ້ນ ກວ່າເກົ່າ ພາຍຫລັງສອງຝ່າຍໄດ້ມີການພົບປະກັນລະຫວ່າງ ພະນະທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດແຫ່ງ ສປປ.ລາວ ແລະ ພະນະທ່ານ ອາເລັກຊານເດີ ລູກາ ເຊນໂກປະ ທານາທິບໍດີ ແຫ່ງ ສ.ເບລາ ຣຸດໃນ ວັນທີ 1 ກໍລະກົດ 2013 ນີ້.           
            ຕາມແຫລ່ງຂ່າວຈາກ ສ.ເບລາຣຸດ (news.belta.by)ໄດ້ ເປີດເຜີຍໃນວັນ ທີ 2 ກໍລະ ກົດ 2013 ນີ້ວ່າ: ການພົບປະສອງ ຝ່າຍທີ່ເຕັມໄປດ້ວຍໄມຕີຈິດ ແລະ ການຕ້ອນຮັບອັນອົບອຸ່ນ ຫວ່າງ ພະນະ ທ່ານ ອາເລັກຊານເດີ ລູກາເຊນໂກ ປະທານາທິບໍດີ ແຫ່ງ ສ.ເບລາຣຸດ ແລະ ພະນະທ່ານ ຈູມມາລີ ໄຊຍະ ສອນປະທານປະເທດແຫ່ງ ສປປ.ລາວ ໃນໂອກາດຢ້ຽມຢາມ ສ.ເບລາຣຸດ ໃນໂອກາດຢ້ຽມຢາມ ສ.ເບລາ ຣຸດ ຢ່າງເປັນທາງການແຕ່ວັນທີ 1-3 ກໍລະກົດນີ້ການພົບປະດັ່ງກ່າວທີ່ດຳເນີນໄປດ້ວຍໄມຕິຈິດມິດຕະພາບອັບອົບອຸ່ນນັ້ນ ພະນະທ່ານປະທານາທິບໍດີ ອາເລັກຊານເດີ ລູກາເຊນໂກ ກ່າວວ່າ: ສອງປະເທດພວກເຮົາ ເປັນປະເທດທີ່ນ້ອຍ ແລະ ຫ່າງໄກກັນພໍສົມຄວນນັ້ນບໍ່ ແມ່ນອຸປະສັກເພາະຍຸກ ເທັກໂນໂລຊີອັນທັນສະ ໄໝໄດ້ເຮັດໃຫ້ການໄປມາຫາສູ່ກັນສະດວກສະບາຍ ແລະ ວ່ອງໄວຂຶ້ນກວ່າເກົ່າສະນັ້ນພວກເຮົາມີຄວາມ ຈຳເປັນຈະຕ້ອງ ໄດ້ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດວຽກງານທີມີຄວາມຈຳເປັນໂດຍສະເພາະພວກ ເຮົາຄວນຈະສ້າງສາຍພົວພັນຮ່ວມມືດ້ານການຄ້າ,
ເສດຖະກິດ ແລະ ອື່ນໆເປັນສິ່ງສຳຄັນ ແລະ ຜ່ານມາກໍເຫັນວ່າສາຍພົວພັນ ຮ່ວມມືສອງຝ່າຍກໍມີທ່າອ່ຽງຂະຫຍາຍຕົວຂຶ້ນຕາມລຳດັບໂດຍ ສະເພາະດ້ານວິທະຍາສາດ, ການສຶກສາ, ເຕັກນິກ, ການເມືອງ ແລະ ອື່ນໆ; ພ້ອມນັ້ນ ສອງຝ່າຍໄດ້ເປັນເອກະພາບກັນໃຫ້ ການສະໜັບສະໜູນເຊິ່ງ ກັນ ແລະ ກັນ ໃນເວທີພາກພື້ນ ແລະສາກົນໂດຍສະເພາະຈະຕັ້ງໜ້າເຄື່ອນໄຫວ ເພື່ອພາລະກິດສົ່ງເສີມການຮ່ວມມືເພື່ອສະເຖຍລະພາບ, ສັນຕິພາບ ຂອງສາກົນ ໂດຍຢຶດໝັ້ນການເຄົາ ລົບມາດຖານກົດໝາຍສາກົນຄວາມສະເໝີພາບ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ສປປ.ລາວ ສະແດງ ຄວາມ ຍິນດີຕໍ່ເຈດຕະນາຂອງ ສ.ເບລາຣຸສ ທີ່ມີຄວາມມຸ້ງມາດປາຖະໜາຈະເສີມຂະຫຍາຍການພົວພັນ ຮ່ວມມືກັບບັນດາປະເທດໃນພາກພື້ນອາຊີ- ອາຄະເນບົນພື້ນຖານການພົວພັນສອງຝ່າຍ ກໍຄືໃນຂອບຂອງ ອາຊຽນ.            
          ປະມຸກລັດຂອງທັງສອງ ປະເທດ ຢືນຢັນຄວາມກຽມພ້ອມ ເປີດກວ້າງການຮ່ວມມືຂົງເຂດການ ລົງທຶນ, ອຸດສາຫະກຳກົນ ຈັກ, ອຸດສາຫະກຳປຸງແຕ່ງອາ ຫານກະ ສິກຳ, ເຄມີ-ນ້ຳມັນດິບ, ອຸດສາຫະກຳ ການຢາ, ວິທະຍາ ສາດ-ເຕັກໂນໂລຊີ, ສຶກສາອຳນວຍຄວາມສະດວກໃຫ້ແກ່ຂະບວນການພົວພັນດ້ານ ເສດຖະກິດ-ການຄ້າພົບປະກັນ, ຈັດຕັ້ງການຜະລິດຮ່ວມກັນຊຸກຍູ້ໃຫ້ມີການເຂົ້າມາລົງທຶນຂອງວິສາຫະ ກິດ ເບລາຣຸສ ແລະ ລາວ ໃນບັນດາໂຄງການລະດັບລັດຂອງສອງປະເທດ, ນຳໃຊ້ຄຸນປະໂຫຍດຂອງ ກົນ ໄກ ຄະນະກຳມາທິການຮ່ວມມືສອງຝ່າຍ ລາວ-ເບລາຣຸສ ທີ່ໄດ້ສ້າງຕັ້ງຂຶ້ນແລ້ວນັ້ນເປັນປັດໄຈກະຕຸກ ຊຸກຍູ້ໃຫ້ແກ່ການເສີມຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆ. ນອກນັ້ນ ສປປ.ລາວ ເຫັນ ດີຈະໃຫ້ການ ສະໜັບສະໜູນຄວາມພະຍາຍາມຂອງ ສ.ເບລາຣຸສ ທີ່ຈະເຂົ້າຮ່ວມເປັນສະມາຊິກຂອງອົງການໆຄ້າໂລກ ໃນອະນາຄົດ.             
            ໃນໂອກາດອັນສຳຄັນນີ້ ພະນະທ່ານປະທານປະເທດຈູມມາລີ ໄຊຍະສອນ ກໍໄດ້ຕ້ອນຮັບການ ເຂົ້າຢ້ຽມຂຳ່ນັບຂອງພະນະທ່ານ Mikhail Myasnikovich ນາຍົກລັດຖະມົນຕີ ສ.ເບລາຣຸສ ແລະ ກໍ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມສຳເລັດໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ.ລາວ ແລະ ສ.ເບລຣຸສ ເຫັນດີຈະໃຫ້ການຊ່ວຍ ເຫລືອ ສປປ.ລາວ ໃນຂອບການຮ່ວມມືໃນດ້ານຕ່າງໆນັບທັງການສົ່ງ ເສີມເສດຖະກິດ, ການຄ້າ ແລະ ການລົງທຶນໃນຕໍ່ໜ້າໃຫ້ຫລາຍຂຶ້ນ ແລະ ສິ່ງທຳອິດແມ່ນຈະເຊີນຄະນະ ນຳ ສປປ.ລາວ ເພື່ອປຶກສາຫາລືໂຄງ ການທົດລອງທີ່ມີລັກສະນະສະ ເພາະພາຍໃຕ້ຂໍ້ຕົກລົງຮ່ວມມືກັນ ຫລາຍສະບັບ. ຕົວຢ່າງ ສອງ ຝ່າຍໄດ້ມີການປຶກ ສາຫາລືຮ່ວມ ກັນແລ້ວໃນການເລີ່ມຕົ້ນກ່ຽວກັບ ໂຄງ ການສ້າງສູນຄົ້ນຄວ້າ, ທົດລອງ ແລະ ປຸງແຕ່ງວັດຖຸດິບຕ່າງໆ ພ້ອມດຽວກັນນັ້ນ ທ່ານ ນາຍົກ ສ.ເບລາຣຸສ ຍັງສະເໜີໃຫ້ມີການຮ່ວມມືໃນໂຄງການຜະລິດອາຫານສຳລັບເດັກນ້ອຍລວມທັງການສ້າງສູນບໍລິການ ທາງການແພດໃນ ສປປ.ລາວ.             
            ໃນມື້ດຽວກັນນັ້ນ ສອງ ຝ່າຍຍັງໄດ້ຮ່ວມກັນລົງນາມໃນ ເອກະສານຫລາຍສະບັບຄື: ການ ລົງ ນາມກ່ຽວກັບການພົວພັນ ແລະ ຮ່ວມມືຖານເພື່ອນມິດລະ ຫວ່າງ ສປປ.ລາວ ແລະ ສ.ເບລາ ຣຸສ; ຍົກ ເວັ້ນວີຊາສຳລັບຜູ້ຖືໜັງສືເດີນທາງທາງການທູດ ແລະ ການໃຫ້ບໍລິການໜັງສືເດີນທາງ; ສົ່ງເສີມ ແລະ ປົກ ປ້ອງຜູ້ລົງທຶນເຊີ່ງກັນ ແລະ ກັນ; ຫລີກເວັ້ນການເກັບພາສີຊ້ຳຊ້ອນ ແລະ ອື່ນໆ.            
          ເພື່ອຢືນຢັນເຖິງເຈດຈຳ ນົງ ທີ່ຈະສືບຕໍ່ແລກປ່ຽນການ ຢ້ຽມຢາມຢ່າງປົກກະຕິໃນລະດັບສູງ, ໃນ ໂອກາດນີ້ ປະທານປະເທດແຫ່ງ ສປປ.ລາວ ໄດ້ເຊື້ອເຊີນພະນະທ່ານ ອາເລັກຊັນເດີ ລູກາເຊັງໂກ, ປະທາ ນາທິບໍດີ ແລະ ພະນະທ່ານ ມີໄຄອິນມຽດ ສະນີໂກວິດ, ນາຍົກລັດຖະມົນຕີ ສ. ເບລາຣຸສ ເດີນທາງມາ ຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການໃນເວລາທີ່ເໝາະສົມ.          
             ສປປ.ລາວ ແລະ ສ.ເບ ລາຣຸສ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1994 ເປັນ ຕົ້ນ ມາ ແລະ ໃນໂອກາດຄົບຮອບ 20 ປີ, 2014 ແຫ່ງການພົວພັນການທູດດັ່ງກ່າວທີ່ສອງປະເທດຈະໄດ້ ຮ່ວມກັນຈັດກິດຈະກຳ ຕ່າງໆ ເພື່ອເປັນການລະນຶກ ແລະ ສະເຫລີມສະຫຼອງເຫດການທີ່ມີຄວາມໝາຍ ປະຫວັດສາດ ດັ່ງ ກ່າວຮ່ວມກັນ.

No comments:

Post a Comment