Ad

Ad

4 July 2013

ວຽກງານທ່ອງທ່ຽວໄດ້ຮັບການພັດທະນາດີຂຶ້ນ



  ນັບ​ແຕ່​ປີ 2011 ​ເຖິງ​ປັດຈຸບັນ, ຂະ​ແໜງ​ການທ່ອງທ່ຽວ​ໄດ້​ຮັບ​ການ​ພັດທະນາ ​ແລະ ປັບປຸງ​ຢ່າງ​ຕໍ່​ເນື່ອງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ໂດຍ​ສະ​ເພາະ​​ການ​ພັດທະນາ​ ແຫ​ລ່ງທ່ອງ​ທ່ຽວ ​ແລະ ສິ່ງ​ອຳນວຍ​ຄວາ​ມສະ ດວກຕ່າງໆ ເພື່ອຕອບຄວາມຕ້ອງການຂອງນັກທ່ອງທ່ຽວ​ເປັນຕົ້ນ​ເຮືອນ​ພັກ, ໂຮງ​ແຮ​ມ, ຮ້ານ​ອາຫານ, ການ​ບໍລິການ​ຂົນ​ສົ່ງ, ຮ້ານ​ຂາຍ​ເຄື່ອງ​ຫັດຖະກຳ, ທຸລະ​ກິດ​ບໍລິການ​ທ່ອງ​ທ່ຽວ ​ແລະ ອື່ນໆ.
    ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງຖະ​ແຫລ​ງຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ (ຖວທ) ​ໃຫ້​ຮູ້​ວ່າ: ມາຮອດປັດຈຸບັນ ວຽກ​ງານ​ທ່ອງທ່ຽວ​ໄດ້​ຮັບ​ການ​ພັດທະນາ​ ໂດຍ​ສະ​ເພາະ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ປະຊາຊົນ​ມີ​ສ່ວນ​ຮ່ວມ​ຊຶ່ງພວມປະຕິບັດ​ຢູ່ 13 ​ແຂວງ​ໃນ​ທົ່ວ​ປະ​ເທດ ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ສົນ​ໃຈ, ​ເປັນ​ທາງ​ເລືອກ​ໃໝ່​ສຳລັບ​ການທ່ອງ ທ່ຽວນອກຈາກ​ໄປ​ທ່ຽວ​ຊົມ​ຕາມ​ແຫ​ລ່ງວັດທະນະທຳ, ບູຮານ​ສະຖານ, ​ແຫ​ລ່ງປະຫວັດສາດ ແລະ ທ່ອງ​ທ່ຽວ​ທຳ​ມະ​ຊາດ ​ເຮັດ​ໃຫ້​ປະຊາ ຊົນ​ຢູ່ເຂດ​ຊົນນະບົດ​ມີລາຍ​ຮັບ​ເພີ່ມ​ຂຶ້ນຈາກ​ການ​ບໍລິ ການ​ທ່ອງ​ທ່ຽວ ​ແລະ ຈຳໜ່າຍ​ຜະລິດ​ຕະພັນ​ທາງ​ກະສິກຳ ​ແລະ ຫັດ​ຖະກຳ. ດ້ານການ​ໂຄສະນາ​ໄດ້​ດຳ​ເນີນ​ໄປ​ຢ່າງ​ກວ້າງຂວາງ, ​ເລິກ​ເຊິ່ງ ແລະ ຫລາຍ​ຮູບ​ແບບ​ຢູ່ທັງ​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ​ໄດ້​ຮັບ​ຮູ້​ໂດ​ຍຜ່ານ​ບັນດາ​ອຸປະກອນ​ໂຄສະນາ, ສິ່ງ​ພິມ, ຮູບ​ພາບ, ວີ​ດີ​ໂອ, ການ​ເຂົ້າຮ່ວມ​ວາງສະ​ແດງ, ການຈັດ​ງານ​ເທສະການ​ບຸນ​ປະ​ເພນີ. ພິ​ເສດ​ແມ່ນ​ການ​ຈັດ​ກິດຈະກຳ​ໂຄ ສະນາ​ປີ​ທ່ອງ​ທ່ຽວ​ລາວ 2012. ດ້ານ​ການ​ຄຸ້ມ​ຄອງ​ທຸລະ​ກິດ​ດ້ານ​ການທ່ອງທ່ຽວ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່ເຮັດ​ໃຫ້ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງ​ພາກ ສ່ວນ​ທຸລະ​ກິດ​ບໍລິການ​ເຂົ້າສູ່​ລະບຽບ​ກົດໝາຍ​ຫລາຍ​ຂຶ້ນ. ພ້ອມ​ນັ້ນ ກໍ​ໄດ້​ສຳ​ເລັດ​ການ​ສ້າງ ​ແລະ ປັບປຸງ​ນິຕິ​ກຳ​ຫລາຍ​ສະບັບ, ປັດຈຸບັນ​ກໍ​ໄດ້​ປັບປຸງ​ກົດ ໝາຍ​ທ່ອງ​ທ່ຽວ​ເຊິ່ງ​ໄດ້​ສະ​​ເໜີ​ຜ່ານ​ກອງ​ປະຊຸມ​ສະພາ​ໃນ​ເດືອນ​ມິຖຸນາ​ນີ້.

     ຍ້ອນ​ຄວາມ​ເອົາ​ໃຈ​ໃສ່​ຊີ້ນຳ​ຂອງ​ຄະນະ​ພັກ-ຄະນະ​ນຳ​ກະຊວງ ຖວທ ​ໄດ້​ເຮັດ​ໃຫ້ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ພະນັກງານ, ການ​ປະກອບສ່ວນ​ສະໜັບ ສະໜູນ​ຂອງ​ພາກສ່ວນ​ຕ່າງໆ ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ​ກວ້າງຂວາງ​ກວ່າ​ເກົ່າ, ການ​ປັບປຸງ​ຍົກ​ລະດັບ​ມາດຕະຖານ​ການ​ບໍລິ ການ​ຂອງ​ພາກສ່ວນ​ທຸລະ​ກິດ ເຮັດ​ໃຫ້ການ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ເຮົາ​ມີ​ຜົນສຳ​ເລັດ​ຫລາຍ​ດ້ານ​ເປັນຕົ້ນການ​ສ້າງ​ແຜນ​ພັດທະນາ​ແຫ​ລ່ງທ່ອງ​ທ່ຽວ, ການ​ພັດທະນາ​ສິ່ງ​ອຳນວຍ​ຄວາມ​ສະດວກ​ດ້ານ​ການທ່ອງທ່ຽວ, ການ​ເປັນ​ເຈົ້າພາບ​ຈັດ​ງານ​ມະຫະກຳ​ການທ່ອງທ່ຽວ​ອະນຸ​ພາກພື້ນ​ແມ່ນ້ຳຂອງ​ໃນ​ປີ 2011, ການສະ​ເຫລີ​ມ​ສະຫລອງ​ຈັດ​ງານ​ເທສະ ການ ​ແລະ ກິດຈະກຳ​ສົ່ງ​ເສີມ​ປີ​ທ່ອງ​ທ່ຽວ​ລາວ 2012, ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ ​ແລະ ງານ​ວາງສະ​ແດງ​ການທ່ອງທ່ຽວ​ອາ​ຊຽນ 2013 ​ແລະ ອື່ນໆ ສາມາດ​ສ້າງ​ຄວາມ​ສົນ​ໃຈ ​ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ນັບ​ມື້​ເພີ່ມ​ຂຶ້ນ. ​ໃນ​ປີ 2011 ມີ​ນັກ​ທ່ອງ​ທ່ຽວ​ເຂົ້າມາລາ​ວ 2.723.564 ຄົນ ​ເພີ່ມ​ຂຶ້ນ 8% ທຽບ​ໃສ່​ປີ 2010, ສ້າງ ລາຍ​ຮັບ​ໄດ້ຫຼາຍກວ່າ 400 ລ້ານ​ໂດ​ລາສະຫະລັດ. ປີ 2012 ຈຳ ນວນ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ເປັນ 3.330.072 ຄົນ ທຽບ​ໃສ່​ປີ 2011 ເພີ່ມ​ຂຶ້ນ 22%, ສ້າງລາຍ​ຮັບ​ເພີ່ມ​ຂຶ້ນ​ເປັນ 513 ລ້ານກວ່າໂດ​ລາ​ສະຫະລັດ. ຈາກ​ຜົນສຳ​ເລັດ​ດັ່ງ ກ່າວ ​ໂດຍ​ສະ​ເພາະ​ການ​ບໍລິການ, ການ​ອະນຸລັກ​ຮັກສາ​ສະ ພາບ​ແວດ​ລ້ອມ​ທາງ​ວັດທະນະ ທຳ ​ແລະ ທຳ​ມະ​ຊາດ ​ເຮັດ​ໃຫ້ ສປປ.ລາວ ​ໄດ້​ຮັບ​ລາງ ວັນ​ດີ​ເດັ່ນ “​ເປັນ​ປະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ​ປີ 2013 ຈາກ​ສະພາ​ການ​ທ່ອງ​ທ່ຽວ ​ແລະ ການ​ຄ້າ​ເອີຣົບ”.
     ທ່ານ​ຍັງ​ກ່າວ​ຕື່ມ​ອີກ​ວ່າ: ​ແຕ່​ນີ້ຫາ​ປີ 2015 ຈະ​ສືບຕໍ່​ປັບປຸງ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ການ ທ່ອງ ທ່ຽວ​ປີ 2020 ​ໃຫ້​ສຳ​ເລັດ, ພັດທະນາ​ການທ່ອງທ່ຽວ​ຢ່າງ​ມີ​ຈຸດ​ສຸມ​ໂດຍ​ສະ​ເພາະ​ແຫ​ລ່ງ ທ່ອງ​ທ່ຽວ​ທີ່​ເປັນ​ເປົ້າໝາຍ​ສຳ ຄັນ​ທີ່​ເປັນ​ບູລິ​ມະ​ສິດ, ສ້າງ-ປັບ ປຸງ​ນິຕິ​ກຳ​ໃຫ້​ຄົບ​ຖ້ວນ, ອອກ​ແຮງ​ໂຄສະນາ​ການທ່ອງທ່ຽວ​ດ້ວຍ​ພາຫະນະ​ສື່​ມວນ​ຊົນ​ຢ່າງ​ຕັ້ງໜ້າ, ມີ​ເນື້ອ​ໃນ​ເລິກ​ເຊິ່ງ, ສົ່ງ​ເສີມ​ງານ​ບຸນ​ປະ​ເພນີ, ກິດຈະກຳ​ສົ່ງ​ເສີມ​ການທ່ອງທ່ຽວ ​ແລະ ການ​ສ້າງ​ຂະ​ບວນການທ່ອງທ່ຽວ​ພາຍ​ໃນ​ເພີ່ມ​ຂຶ້ນພາຍ​ໃຕ້​ຄຳ​ຂວັນ “ລາວ​ທ່ຽວ​ລາວ” ​ໃຫ້​ຟົດຟື້ນ ​ແລະ ກວ້າງຂວາງ, ສ້າງ​ບຸກ ຄະລາ​ກອນ​ໃຫ້ຮັບປະກັນທາງ​ດ້ານ​ປະລິມານ ​ແລະ ຄຸນ ນະພາບ​ດີ​ຂຶ້ນເພື່ອ​ກຽມພ້ອມ​ເຂົ້າສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015, ຍາດ​ແຍ່ງ​ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ຈາກ​ສາກົນ​ເຂົ້າ​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ໃຫ້​ກວ້າງຂວາງ​ໃນ​ຂອບ​ເຂດ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ.

No comments:

Post a Comment