Ad

Ad

4 July 2013

ເລີ່ມສຳຫລວດເຂື່ອນໄຟຟ້ານ້ຳຕົກນ້ຳແຖມຂະຫນາດນ້ອຍຢູ່ເມືອງວັງວຽງ



      ໃນວັນທີ 2 ກໍລະກົດນີ້, ຢູ່ພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ ໄດ້ມີພິທີເຊັນ ບົດ ບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການພັດທະນາເຂື່ອນໄຟ ຟ້ານ້ຳຕົກ ນ້ຳແຖມຂະໜາດນ້ອຍ 15 ເມກາວັດ ຢູ່ບ້ານປາກເປາະ ເມືອງວັງວຽງ ແຂວງວຽງຈັນ ລະ ຫວ່າງທ່ານ ອຸດົງ ພົງໄພ ປະດິດຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ບຸດດາ ຄຳບັນຍາ ປະທານ ບໍລິສັດວຽງຈັນ WERC ຈຳກັດ ໂດຍຊ້ອງໜ້າທ່ານ ຄຳບົງ ຄອນສະ ຫວັນ ຫົວໜ້າພະແນກພະລັງງານ-ບໍ່ ແຮ່ແຂວງພ້ອມຜູ້ມີສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
     ປະທານບໍລິສັດດັ່ງກ່າວແຈ້ງໃຫ້ຮູ້ວ່າ: ພາຍຫລັງເຊັນສັນຍາ ກໍຈະໄດ້ລົງສຳຫລວດສຶກສາ ຄວາມເປັນ ໄປໄດ້, ການຕີລາຄາຜົນກະທົບເບື້ອງຕົ້ນຕໍ່ສິ່ງແວດລ້ອມ ແລະ ສັງຄົມເຊິ່ງມີກຳນົດ 18 ເດືອນ. ໃນໄລຍະ ຜ່ານມາບໍລິສັດຕົນໄດ້ລົງເກັບກຳຂໍ້ມູນ, ສຶກສາສຳຫລວດຂໍ້ມູນບາງສ່ວນແລ້ວ. ນອກນີ້ ຍັງສຳເລັດການທະລຸເສັ້ນທາງໄປເຖິງ ຈຸດທີ່ຈະພັດທະນາເຂື່ອນແລ້ວ 100% ແລະ ຄາດວ່າຈະໄດ້ລາຍງານຜົນຂອງການສຳຫລວດດັ່ງກ່າວໃຫ້ອຳນາດການປົກຄອງແຂວງກໍຄືພະແນກ ແຜນການ ແລະ ການ ລົງທຶນແຂວງວຽງ ຈັນໄດ້ຮັບຊາບພາຍໃນເດືອນມີນາ 2014 ນີ້. ໂຄງການນີ້ຖ້າສຳເລັດຈະສາມາດຜະລິດກະແສໄຟຟ້າໄດ້ 15 ເມກາວັດໃນລະດູຝົນ ແລະ ຄາດວ່າໃນລະດູແລ້ງຈະສາມາດຜະ ລິດກະແສໄຟຟ້າໄດ້ 10 ເມກາວັດ.

No comments:

Post a Comment