Ad

Ad

3 July 2013

ທ່ານນາງ ດາລາ ກັນລະຍາ ໄດ້ຮັບລາງວັນສູນທອນຜູ່ອາຊຽນ



         ລາງວັນ​ສູນ​ທອນ​ຜູ່ອາ​ຊຽນ ແມ່ນ​ລາງວັນ​ກະວີ​ປະຈຳ​ປີ ເພື່ອ​ມອບ​ໃຫ້​ນັກກະວີ​ທີ່​ມີ​ຜົນງານ​ການ​ປະ ພັນ​ດີ​ເດັ່ນ, ມີ​ຄຸນຄ່າ​ທາງ​ເນື້ອ​ໃນ ແລະ ສິລະ​ປະພົ້ນ​ເດັ່ນ, ມີ​ລັກ ສະນະ​ສ້າງສັນ​ສັງຄົມ ​ທັງ​ເປັນ​ຜູ້​ມີ​ຜົນງານ​ສົ່ງ​ເສີມ​ວຽກ​ງານ​ພັດທະນາ​ວັນນະຄະດີ​ຂອງ​ຊາດ​ຕົນ ຢູ່​ໃນ​ບັນດາ​ປະ​ເທດ​ອາ​ຊຽນ,ລາງວັນ​ນີ້ ກໍຕັ້ງຂຶ້ນ​ເປັນ​ປີ​ທຳ​ອິດ ​ໂດຍ​ການ​ເປັນ​ເຈົ້າ ພາບ​ໂຄງການຂອງ​ ກະຊວງ​ວັດທະ​ນະ​ທຳ ​ແຫ່ງ ຣາຊະ​ອານາ​ໄທ ຊຶ່ງ​​ຈະ​ມອບ ໃຫ້​ນັກ​ກະວີ 1 ທ່ານ ຂອງ​​ແຕ່ລະ​ປະເທດ​ໃນ​ສະມາຊິກ​ອາ​ຊຽນ. ນັກ​ກະວີ​ຂອງ ລາວຄົນ​ທຳ​ອິດທີ່​ໄດ້​ຮັບ​ລາງວັນນີ້​ ແມ່ນ ທ່ານ​ນາງ ດາລາ ກັນລະຍາ ຫລື ນາມປາກກາ “ດວງ​ຈຳປາ” ຊຶ່ງ​ພິທີ​ມອບ​ລາງ ວັນ​ໄດ້​ຈັດ​ຂຶ້ນຢ່າງ​ສົມ​ກຽດ ​ໃນ​ວັນ​ທີ 26 ມິຖຸນາ 2013 ທີ່​ບາງ ກອກ ປະ​ເທດ​ໄທ.
         ໃນ​ໂອກາດ​ຖະ​ແຫລ​ງຂ່າວ​ຜົນສຳ​ເລັດ​ ຂອງການ​ໄປ​ຮັບ​ລາງ ວັນດັ່ງກ່າວ ຕໍ່​ສື່​ມວນ​ຊົນ ໃນ​ວັນ​ທີ 2 ກໍລະ ກົດ 2013 ທີ່​ຄະນະ​ໂຄ ສະ​ນາ​ອົບຮົມ​ສູນ​ກາງ​ພັກ,ທ່ານ​ນາງ ຜິວ​ລາ​ວັນ ຫລວງ​ວັນນາ ຮັກສາ​ການ​ປະທານ​ສະ ມາຄົມ​ນັກ​ປະພັນ​ລາວ ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ການ​ມອບ​ລາງວັນ​ນີ້ ມີ​ຈຸດປະສົງ​ເພື່ອ​ເສີມ​ສ້າງສາ​ຍພົວພັນ​ອັນ​ດີ​ ລະ ຫວ່າງ​ ນັກ​ປະພັນ, ນັກ​ກະວີ ​ໃນການ​ຮ່ວມ​ມື​ດ້ານ​ວັດທະນະ ທຳ-ສັງຄົມ ຂອງບັນດາ​ປະ​ເທດ​ສະມາ​ຊິກອາ​ຊຽນ. ​ລາງວັນນີ້ ຈະ​ມອບ​ໃຫ້​ນັກ​ກະວີ​ປະ​ເທດ​ລະ​ໜຶ່ງ​ທ່ານ ທີ່​ມີ​ຜົນງານ​ກະວີ​ຢ່າງ​ຕໍ່​ເນື່ອງ, ມີ​ບົດ​ກະວີ​ທີ່​ມີ​ຄຸນ​ນະພາ​ບ, ​ເປັນ​ຜູ້​ທີ່​ມີ​ຄວາມ​ສາມາດ​ປະດິດ​ແຕ່ງ, ທັງ​ຮູ້​ສ້າງ​ແຮງ​ບັນດານ​ໃຈ​ໃຫ້​ຜູ້​ອ່ານ ແລະ ສາມາດ​ເຜີຍ​ແຜ່​ສົ່ງ​ທອດ​ບົດຮຽນ​ການ​ຂຽນ​ຂອງ​ຕົນ​ໃຫ້​ນັກ​ຂຽນ​ຮຸ່ນ​ສືບ​ທອດ. ສຳ ລັບທ່ານ​ນາງ ດາລາ ກັນລະຍາ ​​ເປັນ​ນັກ​ກະວີ​ອາວຸ​ໂສ​ຂອງ​ລາວ, ທ່ານ​ມີ​ຜົນງານ​ການ​ປະດິດ​ແຕ່ງ​ທີ່​ໂດດ​ເດັ່ນ ແລະ ຖືກ​ເຜີຍ​ແຜ່​ເປັນ​ຈຳນວນ​ຫລວງຫລາຍ ເ​ຊິ່ງລວມ ມີບົດ​ເລື່ອງສັ້ນ, ນະວະນິຍາຍ, ບົດ​
ລະຄອນ ແລະ ​ບົດ​ກະວີ​ຫລາຍ​ກວ່າ 100 ບົດ. ນອກ​ນັ້ນ ຍັງ​ມີ​ຜົນງານ​ແປ​ນະຍະ​ນິຍາຍ​ທີ່​ດີ​ເດັ່ນ​ຂອງ​ຕ່າງປະ​ເທດ​ເປັນ​ຈຳ ນວນ​ຫລວງຫລາຍ, ຜົນງານ​ດັ່ງກ່າວ​ ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ອ່ານ​​ ແລະ ​ໄດ້​ຮັບ​ລາງ ວັນ​ເປັນ​ຈຳນວນ​ຫລວງ ຫລາຍ ​ຈາກ​ພາຍ​ໃນ ແລະ ຕ່າງ ປະ​ເທດພິ​ເສດ​ແມ່ນ​ໄດ້​ຮັບ​ລາງ ວັນ​ກະວີ​ຊີ​ໄຣ ໃນ​ປີ 2010 ແລະ ລັດຖະບານລາວໄດ້​ມອບ​ນາມມະຍົດ​ສິລະ​ປິນ​ແຫ່ງ​ຊາດ​ໃຫ້​ໃນ​ປີ 2011.

No comments:

Post a Comment