Ad

Ad

3 July 2013

ທະນາຄານໂລກຊີ້ປີນີ້ເສດຖະກິດລາວຈະຂະຫຍາຍຕົວບໍ່ຫລຸດ 8%



             ສືບເນື່ອງມາຈາກການຂະຫຍາຍຕົວທາງດ້ານເສດຖະກິດຂອງອາຊີຕາເວັນອອກ ແລະ ປາ ຊີຟິກ ທີ່ໄດ້ເຂົ້າສູ່ສະພາບປົກກະຕິບວກກັບຄວາມຕ້ອງການພາຍໃນການຊົມໃຊ້ ແລະ ການລົງທຶນ ທີ່ ເພີ່ມຂຶ້ນຊຶ່ງຄາດວ່າຈະມີສ່ວນສຳຄັນໃນການອຳນວຍຄວາມສະດວກໃຫ້ເສດຖະກິດຂອງ ສປປ.ລາວ ມີການຂະຫຍາຍຕົວໃນລະດັບ 8% ໃນປີ 2013.
           ທ່ານນາງ ແກ້ວມະນີວອນ ພິມມະຫາໄຊ ນັກເສດຖະສາດປະຈຳທະນາຄານໂລກ ເປີດເຜີຍ ເລື່ອງນີ້ ໃນວັນ ທີ 2 ກໍລະກົດ 2013 ນີ້ ທີ່ນະຄອນຫລວງວຽງຈັນ ໂດຍລະບຸວ່າ: ການຂະຫຍາຍ ຕົວ ຂອງເສດຖະກິດລາວປີນີ້ ຈະ ຖືກຊຸກຍູ້ໂດຍຂະແໜງການ ຕ່າງໆ ເຊັ່ນ: ຂະແໜງໄຟຟ້ານ້ຳຕົກ, ຂະແໜງ ກໍ່ສ້າງ, ອຸດສາຫະ ກຳປຸງແຕ່ງ ແລະ ການບໍລິການ. ເຖິງຢ່າງໃດກໍດີ ຄວາມຕ້ອງການ ພາຍໃນໃນການຊົມ ໃຊ້ ແລະ ການລົງທຶນຍັງຄົງສືບຕໍ່ກົດດັນໃຫ້ແກ່ດຸນການຊຳລະກັບຕ່າງປະເທດ. ບົດລາຍງານດ້ານເສດ ຖະກິດຂອງ ສປປ.ລາວ ສະບັບຫລ້າສຸດຂອງທະນາຄານໂລກ ແມ່ນໄດ້ ຊີ້ໃຫ້ເຫັນເຖິງການພັດທະນາ ເສດຖະກິດ, ງົບປະມານ ແລະ ຂະແໜງການທີ່ສຳຄັນທີ່ມີປະສິດ ທິພາບ ແລະ ຄວາມໂປ່ງໃສໂດຍສະ ເພາະລາຍຮັບຈາກຂະແໜງການບໍ່ແຮ່, ລວມທັງງົບປະມານການໃຊ້ຈ່າຍຂອງລັດຖະບານໃນວຽກ ງານສາ ທາລະນະສຸກ. ບົດລາຍ ງານຍັງໄດ້ລະບຸເຖິງການເຂົ້າ ເປັນສະມາຊິກຂອງອົງການການຄ້າໂລກຂອງ ສປປ.ລາວ ໃນເດືອນກຸມພາຜ່ານມາ
ຊຶ່ງແມ່ນບາດກ້າວອັນສຳຄັນຕໍ່ການສ້າງຕັ້ງລະບົບເສດຖະກິດການ ປົກຄອງທີ່ອີງຕາມລະບຽບ ແລະ ເປັນສ່ວນສຳຄັນຂອງຄວາມພະຍາຍາມ ໃນການຫັນປ່ຽນອອກຈາກຂະ ແໜງຊັບພະຍາກອນທຳມະຊາດ.
          ທ່ານນາງ ແກ້ວມະນີວອນ ພິມມະຫາໄຊ ການຂາດດຸນງົບ ປະມານ ແມ່ນຄາດວ່າຈະເພີ່ມຂຶ້ນ ໃນສົກປີນີ້ ອັນເປັນຜົນເນື່ອງມາຈາກ ການເພີ່ມຂຶ້ນຂອງເງິນເດືອ ລັດຖະກອນ ແລະ ເບ້ຍລ້ຽງ ບວກ ກັບການຂະຫຍາຍຕົວຂອງລາຍຮັບທັງໝົດຂອງລັດຖະບານທີ່ຄາດວ່າຈະຊ້າລົງ. ໄປຄຽງຄູ່ກັບການ ຂະຫຍາຍຕົວຂອງເສດຖະກິດຍັງມີຄວາມຈຳເປັນໃນການລົງທຶນເພີ່ມຂຶ້ນ ແລະ ປັບປຸງການໃຊ້ຈ່າຍໃນຂ ແໜງສັງຄົມ ໂດຍສະເພາະໃນຂະແໜງສາທາລະນະສຸກ ແລະ ການສຶກສາເພື່ອສົ່ງເສີມການພັດທະນາ ຊັບພະຍາກອນມະນຸດ.

No comments:

Post a Comment