Ad

Ad

3 July 2013

ກະຊວງສາທາລະນະສຸກແນະນຳໃຫ້ເມືອງໄຊທານີເພີ່ມທະວີຕ້ານພະຍາດໄຂ້ເລືອດອອກ



         ໃນວັນທີ 2 ກໍລະກົົດນີ້ ທ່ານ ດຣ ບຸນຫຼາຍ ຫົວໜ້າກົມຄວມຄຸມພະຍາດຕິດຕໍ່ກະຊວງ ສາທາລະນະສຸກ ແລະ ຄະນະ,ໄດ້ລົງແນະນຳ ໃຫ້ເມືອງໄຊທານີເພີ່ມທະວີສະກັດກັ້ນ ແລະ ຕ້ານພະ ຍາດໄຂ້ຍຸງ (ໄຂ້ ເລືອດອອກ), ຢູ່ເມືອງດັ່ງກ່າວ, ໂດຍມີຜູູ້ຕາງໜ້າອົງການອະນາໄມໂລກ, ເຈົ້າ ເມືອງໄຊທານີ, ຮອງຄະນະບໍດີວິທະຍາໄລສຸຂະພາບ, ຮອງຫົວໜ້າຫ້ອງການປົກຄອງເມືອງໄຊ ທານີ, ພ້ອມດ້ວຍຫົວໜ້າຫ້ອງ ການສາທາລະນະສຸກ 6 ເມືອງອ້ອມຂ້າງ ແລະ ອຳນາດການປົກຄອງ ບ້ານຕ່າງໆເຂົ້າຮວ່ມນຳດ້ວຍ.
            ເພື່ອຈະໄດ້ສຸມໃສ່ແນະນຳ ໃຫ້ປະຊາຊົນເປີດຂະບວນການຄຸມຄຸມ ແລະ ທຳລາຍແຫຼ່ງ ເພາະພັນຂອງຍຸງໃນຂອບເຂດບ້ານເຮືອນຂອງຕົນ, ໂດຍສະເພາະແມ່ນຢູ່ເມືອງໄຊທານີເປັນເມືອງທີ່ພະຍາດໄຂ້ຍຸງກຳລັງລະບາດໜັກກວ່າໝູ່ໃນປັດ ຈຸບັນ, ນອກນັ້ນ ໃນກອງປະຊຸມຍັງແຕ່ງຕັ້ງອາສາສະໝັກໃຫ້ລົງປະຈ ຳຢູ່ແຕ່ລະບ້ານ,10 ຄົນ/ບ້ານ, ພາຍໃນ 6 ເມືອງເຊັ່ນ: ເມືອງໄຊທານີ, ສີສັດ ຕະນາກ, ຈັນທະບູລີ, ຫາດ ຊາຍຟອງ, ໄຊເສດຖາ, ປາກງື່ມ ແລະ ນາຊາຍທອງ, ໜ່ວຍອາສາສະໜັກດັ່ງກ່າວຕ້ອງລົງກວມກາຕາມ ສະຖານ
ທີ່ຕ່າງເຊັ່ນ, ຫ້ອງການ, ໂຮງຮຽນ, ໂຮງໝໍ ແລະ ບ້ານເຮືອນປະຊົນຢ່າງໜ້ອຍອາທິດລະ 1 ຄັ້ງ ແລະ ໃຫ້ສືບຕໍ່ໂຄສະນາສຸຂະອະນາໄມ ແລະ ການ ປະຕິບັດຕາມຄຳຂວັນ 5 ປ ຄື: 1 ປິດ ຝາພາຊະນະທີ ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາ ໄຂ່ໃສ່, 2 ປ່ຽນ ນ້ຳໃນພາຊະນະເຊັ່ນ ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ,3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ. 4 ປັບປຸງການອະນາໄມສິ່ງ ແວດລ້ອມອອ້ມເຮືອນ ບໍ່ໃຫ້ມີກະໂປະ, ກະປ່ອງ, ຢ່າງຕີນລົດເກົ່າທີມີນ້ຳ ຂັງ, 5 ປະຕິບັດໃຫ້ເປັນນິດໃສ່ ປະຈຳທຸກໆອາທິດຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ, ທີ່ກະ ຊວງສາທາລະນະສຸກວາງອອກໃຫ້ເຂັ້ມ ງວດກ່ວາເກົ່າ, ເພື່ອຫຼຸດຜ່ອນການລະບາດຂອງພະຍາດດັ່ງກ່າວຢ່າງມີປະສິດທິພາບ.
           ໃນກອງປະຊຸມໄດ້ອະທິບາຍໃຫ້ເຫັນເຖິງສະພາບການ ລະບາດ ຂອງ ໄຂ້ເລືອກອອກໃນປັດຈຸ ບັນ ວ່າ:ມາ ຮອດ ວັນທີ 1 ກໍລະກົດນີ້ສະ ເພາະຢູ່ນະຄອນຫຼວງ ມີຜູ້ເສຍຊີວິດຈາກພະຍາດໄຂ້ເລືອດອອກ ເພີ່ມເປັນ 13 ຄົນແລ້ວ, ດັ່ງນັ້ນທຸກຄົນຈຳເປັນຈະຕ້ອງໄດ້ຮີບຮ້ອນໃນການຄວບຄຸມ ແລະ ສະກັດກັ້ນ (ປາບ), ການລະບາດຂອງພະຍາດດັ່ງກ່າວ, ໂດຍສະເພາະແມ່ນເປັນເຈົ້າການ ແລະ ມີສ່ວນຮ່ວມໃນການ ປະຕິບັດຕາມຫຼັກສຸຂະ ອະນາໄມເພື່ອຄວມຄຸມການລະບາດຂອງພະຍາດດັ່ງກ່າວໃຫ້ຫຼຸດຜ່ອນລົງໂດຍໄວ.

No comments:

Post a Comment