Ad

Ad

3 July 2013

ເຈົ້າໜ້າທີ່ຊີ້​ແຈງ​ສະພາບ​ໄຟ​ເຍືອງ​ທາງ​​ໃນ​ຕົວ​ເມືອງ



            ພາຍຫຼັງນະຄອນຫຼວງວຽງຈັນ ໄດ້​ວາງ​ນະ​ໂຍບາຍ​ 6 ສ ​ເພື່ອ​ພັດທະນານະຄອນຫຼວງ ວຽງຈັນ ແລະ ໜຶ່ງ​ໃນ​ນັ້ນ​ກໍ​ຄື ສ ສະຫວ່າງ ​ແຕ່​ຜ່ານ​ມາເຫັນ​ວ່າປະ ຕິບັດ​ໄດ້​ຍາກໂດຍ​ສະ​ເພາະ​ແມ່ນ​​ໄຟ​ເຍືອງ​ທາງ​ຕາມ​ຖະໜົນບາງ​ເສັ້ນທາງ​ມີ​ເສົາ​ໄຟ-ດອກ​ໄຟ ​ແຕ່ບໍ​່ ມີ​ແສງ​ສະຫວ່າງ ​ແລະ ບາງ​ເສັ້ນ ກໍ​ບໍ່ມີ​ການ​ຕິດຕັ້ງ ເຊິ່ງ​ນອກຈາກ​ຈະ​ເຮັດ​ໃຫ້ການ​ປະຕິບັດ​ນະ​ໂຍ ບາຍ ສ ສະຫວ່າງ​ ມີ​ສິ່ງ​ທ້າ​ທາຍ​ແລ້ວ​ຍັງເປັນ​ເຫດ​ໃຫ້​ມີ​ກຸ່ມຄົນ​ບໍ່ດີ​ສວຍ​ໂອກາດ ກໍ່ຄວາມ​ບໍ່ສະຫງົບ​ເກີດ​ຂື້ນຄື: ການ​ປຸຸ້ນຈີ້- ຊີງ​ຊັບ ​ແລະ ອື່ນໆຄື: ຢູ່​ເສັ້ນທາງ​ຄູ​ວຽງ, ​ເສັ້ນທາງ ​ໂພນ​ປ່າ​ເປົ້າ ​ແລະ ອີກ ຫຼາຍ​ແຫ່ງ​ທີ່​ມີເຫດການ​ດັ່ງກ່າວ​ມັກ​ເກີດ​ຂື້ນ​ເລື້ອຍໆ ເຊິ່ງ​ຫາງ​ສຽງສັງຄົມ​ກໍ​ໄດ້​ສົ່ງ​ຂ່າວ​ວ່າສາ​ເຫດ​ທີ່​ກຸ່ມ​ຄົນ​ບໍ່ດີ​ສວຍ​ໂອກາດ​ກໍ່​ເຫດ​ປຸ້ນ​-ຈີ້ ຊີງ​ຊັບ ​ກໍ່ຄວາມ​ບໍ່ ສະ ຫງົບນີ້ ບັນຫາໜຶ່ງກໍ​ຍ້ອນ​ເປັນ​ເຂດ​ມືດບໍ່ມີ​ໄຟເຍືອງ​ທາງ​ ​ແລະ​ເມື່ອບໍ່ດົນ​ມານີ້ ມີ​ປະຊາຊົນ​​ໄດ້​ໂທ​ເຂົ້າ​ມາ​ຍັງໜັງສື​ພິມ​ລາວ​ພັດທະ ນາ​ພວກ​ເຮົາ​ເວົ້າ​ເລື່ອງ​ບັນຫາ​ໄຟ​ເຍືອງທາງ​ວ່າບໍ່ຮູ້​ເປັນຍ້ອນ​ຫຍັງ ທາງຫຼາຍຈຸດ​ບໍ່​ໃຕ້​ໄຟ ເຍືອງ​ທາງ​ ​ແລະ ​ມີ​ສະພາບ​ຮຸ່ງ​ສະຫວ່າງ ບໍ່ ທົ່ວເຖີງ ​ແລະ ຢາກ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ລົງ​ກວດ​​ເບິ່ງຄືນ ໂດຍ​ສະ​ເພາະ​ແມ່ນ​ຢູ່​ເສັ້ນທາງຄູ​ວຽງ, ​ໂພນ​ປ່າ​ເປົ້າ ​ແລະ ຖະໜົນ 450 ປີ.
          ​ແນວ​ໃດ​ກໍ​ດີ ນັກ​ຂ່າວ​ພວກ​ເຮົາ​ກໍ​ໄດ້​ສອບ​ຖາມ​ກັບ​ພາກສ່ວນ ກໍ​ຄື ໄຟຟ້າ​ນະຄອນຫຼວງວຽງຈັນ ແລະ ​ໄດ້​ຮັບ​ຄຳ​ເຫັນ​ວ່າ: ສາ​ເຫດ​ທີ່ ​ໄຟ​ເຍືອງ​ທາງ​ຢູ່​ຈຸດ​ເສັ້ນທາງ​ຄູ​ວຽງ, ​ໂພນ​ປ່າ​ເປົ້າຍ້ອນ​ການ​ເກີດ​ ອຸປະຕິ​ເຫດ​ລົດ​ຕຳ​ເສົາ​ໄຟ ​ແລະ ການ​ຊຸດ​ໂຊມ​ຂອງ​ດອກ​ໄຟ​, ​ແຕ່​ຂອດສະ​ເໜີ​ຂໍ​ງົບປະມານຊັກ​ຊ້າ ​ແລະ ​ເຮັດ​ໃຫ້​ໄຟ​ເຍືອງ​ທາງ​ຢູ່​ຈຸດ​ດັ່ງກ່າວ​ໄດ້​ມອດ​ໄປ​ໄລຍະ ໜຶ່ງ​, ຂະນະ​ທີ່ຢູ່​ເສັ້ນທາງ 450 ປີນີ້ ສາ​ເຫດ​ທີ່​ບໍ່ມີ​ໄຟ​ເຍືອງ​ທາງ​​ເນື່ອງ​ຈາກ​ວ່າ​ມີ​ກຸ່ມ​ຄົນ​ບໍ່ດີ​ຈຳນວນໜຶ່ງ​ໄດ້ໄປລັກ​ຕັດ​ສາຍ​ໄຟ, ຢູ່ຕາມຫຼັກ​ເສົາ​ໄຟ​ເຍືອງ​ທາງ ເຊິ່ງ​ປັດຈຸ​ບັນ ທາງ​ໄຟຟ້າກໍ​ຕິດຕາມ​ຜູ້ກໍ່​ເຫດ​ດັ່ງກ່າວ​ເພື່ອ​ດຳ​ເນີນ​ຄະດີ ແລະ ກໍ​ຍອມຮັບ​ວ່າບັນຫາ​​ໄຟ​ເຍືອງ​ທາງ​ດັ່ງກ່າວ​ອາດ​ສົ່ງ​ຜົນ​ກະທົບ​ຕໍ່ຜູ້​ໃຊ້​ຖະໜົນບໍ່ໜ້ອຍແຕ່​ແນວ​ໃດທາງ​ໄຟຟ້າ​ນະຄອນຫຼວງວຽງຈັນ ກໍ​ເລັ່ງ​ແກ້​ໄຂ​​ໂດຍ​ໄວ.
         ທ່ານ ຫົວໜ້າຫ້ອງການ​ຄຸ້ມ​ຄອງ​ໄຟ​ເຍືອງ​ທາງ ແລະ ໄຟອຳ ນາດ, ​ໄຟຟ້ານະຄອນຫຼວງວຽງ ຈັນ ໃຫ້​ຮູ້​ວ່າ:ພາຍ ຫຼັງ​ໄດ້​ມີ​ການ​ໂອນ​ມອນ​
ຄວາມ​ຮັບຜິດຊອບ ​ໄຟ​ເຍືອງ​ທາງ ​ແລະ ​ໄຟ​ຟອຳນາດ ຈາກ ອພບ ​ໃນ​ປີ 2012 ຜ່ານມາ ​ເພື່ອ​ໃຫ້​ໄຟຟ້ານະຄອນຫຼວງວຽງ ຈັນ ເປັນ​ຜູ້​ຮັບຜິດຊອບ​ຄຸ້ມ​ຄອງ​ໂດຍ​ກົງນີ້ ກໍ​ເຫັນ​ວ່າ​ມີຫຼາຍອັນ​ໄດ້​ຮັບການ​ພັດທະນາດີ​ຂື້ນ, ໂດຍສ​ະ​ເພາະ​ແມ່ນ​ການ​ຄຸ້ມ​ຄອງ​ຮັກສາ ​ແລະ ສ້ອມ​ແປງ​ເມື່ອ ມີ​ສະພາບ​ເປ່​ເພ ​ແລະ ​ໄຟ​ດັບ​ມອດ ກໍ​ໄດ້​ຮີບ​ຮ້ອນ​ແກ້​ໄຂ​ເພາະ​ປັດຈຸ​ບັນພວກ​ເຮົາ​ໄດ້​ຈັດຕັ້ງໜ່ວຍງານ​ຮັບຜິດ ຊອບ ​ໂດຍ​ກົງ ກໍ​ຄື ຫ້ອງການ​ຄຸ້ມ​ຄອງ ​ໄຟ​ອຳນາດ ​ແລະ ​ໄຟ​ເຍືອງ​ທາງ ​ແລະ ​ໄດ້​ມີ​ການ​ຂື້ນ​ແຜນ​ບຳ ລຸງ​ສ້ອມ​ແປງ​ຢູ່ເປັນ​ແຕ່ລະ​ໄລ ຍະ, ຂະນະ​ທີ່​ຜ່ານ​ມາສາ​ເຫດ​ໄຟ​ເຍືອງ​ທາງ​ຕາມ​ຖະໜົນດັບ​ມອດ ​ແມ່ນ​ຍ້ອນ ມາ​ຈາກ​ການ​ເກີດ​ອຸ ປະຕິ​ເຫດ​ລົດ​ຕຳ​ເສົາ​ໄຟ, ລະບົບ ດອກ​ໄຟ​ເປ່​ເພ​ຊຸດ​ໂຊມ ​ແລະ ບັນ ຫາ​ກຸ່ມ​ຄົນ​ບໍ່ດີ​ລັກ​ຕັດ​ສາຍ​ໄຟ​ໄປ​ຂາຍ ຈຶ່ງ​ເຮັດ​ໃຫ້​ໄຟ​ດັບ​ມອດ, ​ແນວ​ໃດ​ກໍ​ດີ ເມື່ອ​ທາງ​ຫ້ອງການ​ໄດ້​ຮັບ​ແຈ້ງ​ຈາກ​ສັງຄົມ ກໍ​ຈະຮີບ​ຮ້ອນ​ລົງ​ໄປ​ສ້ອມ​ແປງ​ເພື່ອ​ໃຫ້​​ສະພາບ​ດີ​ຂື້ນ.
          ​ປັດຈຸ​ບັນ ນະຄອນຫຼວງວຽງຈັນມີ​ການ​ຕິດຕັ້ງດອກ​ໄຟ​ເຍືອງ​ທາງກວ່າ 5000 ດອກ ​ແລະ ມີ 35 ເສັ້ນທາງ​ທີ່ຕິດຕັ້ງສຳ​ເລັດ​ແລ້ວ ເຊິ່ງ​ຍັງ​ພວມ​ເລັ່ງຕິດຕັ້ງ​ເພີ່ມອີກ 3 ພັນ​ກ່ວາດ​ອກ ໃນ​ເສັ້ນ ທາງ​ຕ່າງໆ ທົ່ວນະຄອນຫຼວງ ວຽງຈັນ ເພື່ອ​ໃຫ້​ຄຳ​ຂັວນ ບັນລຸ​ໄດ້ ສ. ສະຫວ່າງ ​ທີ່​ວາງ​ໄວ້ ແລະ ​ແຕ່​ລະ​ວັນ​ຈະ​ເປີດ​ໄຟ​ເຍືອງ​ທາງ​ ​ແຕ່ເວລາ 18 ໂມງ ຫາ 5​ ໂມງ​ເຊົ້າ ເຊິ່ງ​ອາດ​ມີ​ບາງ​ບ່ອນ​ຈະ​ຕິດຕັ້ງ​ເປີດ​ໃນ​ຊ່ວງ 17 ໂມງ ຫາ 21 ໂມງ ​ແລະ 21 ໂມງ ຫາ 1​ ໂມງ ສະນັ້ນ ຈຶ່ງ​ມີ​ບາງ​ຈຸດ​ທີ່​ດອກ​ໄຟ​ອາດ​ຈະ​ຮຸ່ງ​ເປັນ​ບາງ​ດອກ ​ແລະ ດັບ​ມອດ​ເປັນ​ບາງ​ດອກທັງ​ນີ້ກໍ​ເພື່ອ​ເປັນ​ການປະ​ຢັດພະລັງງານຕາມ​ການ​ໃຫ້​ຂໍ້​ມູນ​ຂອງ​ໄຟຟ້ານະຄອນຫຼວງວຽງຈັນ.

No comments:

Post a Comment