Ad

Ad

1 October 2014

ຈະມີວິທີກຳຈັດຂີ້ເຫຍື້ອໄລຍະບຸນຊ່ວງເຮືອປີນີ້ແນວໃດ



    ກໍດັ່ງທຸກໆປີຜ່ານມາພໍຮອດບຸນປະເພນີສຳຄັນຕ່າງໆຄືບຸນອອກພັນສາຊ່ວງເຮືອປະຈຳປີ ແລະ ບຸນນະມັດສະການພະທາດ ຫຼວງທີ່ເປັນບຸນໃຫຍ່ຂອງປະຊາຊົນລາວທັງຊາດກໍຈະມີການຄົບງັນ, ການຈັດງານຕະຫຼາດນັດຂາຍສິນຄ້າ, ເຮັດວຽກບໍລິການ ຕ່າງໆ ແລະ ມີຜູ້ຄົນເຂົ້າທ່ຽວຊົມເປັນຈຳນວນບໍ່ໜ້ອຍ, ດັ່ງນັ້ນໃນແຕ່ລະປີຜ່ານມາການຮັກສາອະນາໄມຈຶ່ງເປັນບັນຫາຢູ່ຕະ ຫຼອດຍ້ອນພາກສ່ວນກ່ຽວຂ້ອງຍັງຖືເບົາເຮັດໃຫ້ສະຖານທີ່ຈັດງານດັ່ງກ່າວເປິະເປື້ອນ, ເກີດມີກິນເໝັນເນົ່າໄປທົ່ວບໍລິເວນເບິ່ງ ແລ້ວບໍ່ຄ່ອຍງາມຕາຈົນເກີດມີສ່ຽງຈົມວ່າຈາກສັງຄົມເປັນຈຳນວນຫຼາຍ, ດັ່ງນັ້ນເພື່ອເຮັດໃຫ້ການຮັກສາອະນາໄມໃນງານບຸນ ປີນີ້ມີປະສິດທິພາບ ແລະ ສະອາດງາມຕາ, ພາກສ່ວນກ່ຽວຂ້ອງຄວນມີວິທີ ແລະ ມາດຕະການຢ່າງເຂັ້ມງວດຕໍ່ຜູ້ຮັບ ເໝົາກໍຄື ບັນດາບໍລິສັດຫ້າງຮ້ານຕ່າງໆທີ່ເຂົ້າຮ່ວມໃນງານບຸນໃຫ້ເປັນເຈົ້າການຮັກສາອະນາໄມບໍລິເວນຫ້າງຮ້ານຂອງຕົນໃຫ້ດີ ແລະ ໜ່ວຍງານຮັບຜິດຊອບກໍຕ້ອງເພີ່ມຄວາມເອົາໃຈໃສ່ໃຫ້ຫຼາຍຂຶ້ນເພື່ອຊ່ວຍກັນເຮັດໃຫ້ ການສະເຫຼີມສະຫຼອງ ແລະ ຄົບງັນໃນ ງານບຸນໃຫຍ່ດັ່ງກ່າວມີຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມຮັກສາໄດ້ມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພ ນີອັນດີງາມຂອງຕົນ, ພ້ອມສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວນັບມື້ຫຼາຍຂຶ້ນໃຫ້ສົມກັບເປັນປະເທດທີ່ໜ້າທ່ຽວ ຊົມທີ່ສຸດຂອງໂລກ.

No comments:

Post a Comment