Ad

Ad

1 October 2014

ໂຕໂຍຕ້າມອບປຶ້ມຂຽນໃຫ້ນ້ອງນັກຮຽນຈຳນວນ 1 ແສນຫົວ ເປັນປີທີ 4



     ພິທີມອບ-ຮອບປຶ້ມຂຽນຈຳນວນ 1 ແສນຫົວໃຫ້ນ້ອງນັກ ຮຽນທົ່ວປະເທດ ເປັນປີທີ 4, ໄດ້ ຈັດຂຶ້ນໃນ ວັນທີ 30 ກັນຍານີ້, ທີ່ໂຮງຮຽນປະຖົມສົມບູນ ໜອງບົວທອງໃຕ້ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ກຳພົນ ເອກ ເມທີພັນອຳນວຍການຝ່າຍການປະຕິບັດການ ສປປ ລາວ ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທຈຳກັດ, ທ່ານ ຄຳພອນ ສີບຸນ ເຮືອງຮອງຫົວໜ້າຫ້ອງ ການກະຊວງສຶກສາທິການ ແລະ ກິລາໂດຍມີຄູອາຈານ ແລະ ນ້ອງນັກຮຽນເຂົ້າ ຮ່ວມເປັນຈຳນວນຫລາຍ.
     ຈຳນວນປຶ້ມຂຽນດັ່ງກ່າວ 20.000 ຫົວ ໄດ້ມອບໃຫ້ກະຊວງ ສຶກສາທິການ ແລະ ກິລາ ແລະ ອີກ 10.000 ຫົວ ມອບ ໃຫ້ທາງພະແນກສຶກສາທິການ ແລະ ກິ ລານະຄອນຫລວງວຽງຈັນເພື່ອ ນຳໄປມອບໃຫ້ນັກຮຽນຜູ້ທຸກ ຍາກຂາດເຂີນລວມມູ ນຄ່າ 75 ລ້ານກີບ. ສ່ວນບັນດາແຂວງ ຕ່າງໆ, ຈະມີຂຶ້ນໃນຕົ້ນເດືອນຕຸ ລາ 2014 ນີ້ເຊັ່ນ: ຫລວງພະ ບາງ, ແຂວງຈຳປາສັກ, ສະ ຫວັນນະເຂດ ແລະ ໂຮງຮຽນ ພາຍໃຕ້ໂຄງການພັດທະນາເຍົາວະຊົນແຫ່ງຊາດແຫ່ງລະ 10 ພັນຫົວ.

       ທ່ານ ກຳພົນ ເອກເມທີພັນ ໄດ້ກ່າວໃນພິທີວ່າ: ເປັນອີກຄັ້ງ ໜຶ່ງທີ່ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ໄດ້ມີ ການປະກອບສ່ວນເຂົ້າໃນກະຕຸກຊຸກຍູ້ການສຶກສາຂອງລາວເພື່ອໃຫ້ນັກຮຽນ, ນັກສຶກສາ ແລະ ເຍົາວະຊົນລາວໄດ້ມີເງື່ອນ ໄຂໃນການສຶກສາຮ່ຳຮຽນ ແລະ ພັດທະນາຕົນເອງໃຫ້ກາຍເປັນກຳລັງແຮງຂອງຊາດໃນອະນາຄົດ ແລະ ໂຕໂຍຕ້າ ກໍຫວັງຢ່າງຍິ່ງ ວ່າການມອບປຶ້ມຂຽນໃນທຸກໆຄັ້ງຈະເຮັດໃຫ້ນັກຮຽນລາວທຸກຄົນຕັ້ງໃຈສຶກສາຮ່ຳຮຽນໃຫ້ດີທີ່ສຸດ.
       ໃນໂອກາດດຽວກັນ ທ່ານ ເຂັມຊາດ ພິລາພັນເດຊ ກຳມະການຜູ້ຈັດການບໍລິສັດລາວໂຕໂຍຕ້າ ບໍລິການ ຈຳກັດ ແລະ ທ່ານ ໂອຊິອອງຄຳ ພິມພະຈັນ ຜູ້ຈັດການ ບໍລິສັດ ໂຕໂຍຕ້າ ລາວ ທານີ ຈຳກັດ ກໍໄດ້ມອບອຸປະກອນກິລາມູນຄ່າ 2.500.000 ກີບ ໃຫ້ໂຮງຮຽນປະຖົມໜອງບົວທອງໃຕ້. ພິເສດ ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທຈຳກັດຍັງມອບປຶ້ມ ຂຽນໃຫ້ແກ່ເຍົາວະຊົນທີ່ຂາດເຂີນທົ່ວປະເທດຕື່ມອີກ 30 ພັນຫົວ, ລວມມູນຄ່າທັງໝົດ 250 ລ້ານກີບ. ໂດຍບັນດາໂຮງ ຮຽນໃນເປົ້າໝາຍດັ່ງກ່າວສາມາດຕິດຕໍ່ຮັບປຶ້ມໄດ້ທີ່ຕົວແທນຈຳໜ່າຍໂຕໂຍຕ້າທັງ 8 ແຫ່ງໃນທົ່ວປະເທດໄດ້ທຸກເວລາ.

No comments:

Post a Comment