Ad

Ad

1 October 2014

ລາວ ແລະ ຫວຽດນາມ ເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ



     ໃນວັນທີ 27 ກັນຍາຜ່ານມານີ້, ຢູ່ຫ້ອງວ່າການລັດຖະບານຫວຽດນາມ, ຮອງນາຍົກລັດຖະມົນຕີ ຫວູ ວັນ ນິງ, ໄດ້ຕ້ອນ ຮັບທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ທີ່ນຳພາຄະນະຜູ້ແທນຂອງລາວໄປຢ້ຽມຢາມ ແລະ ເຮັດວຽກກັບກຸ່ມບໍລິສັດນ້ຳມັນເຊື້ອໄຟແຫ່ງຊາດຫວຽດນາມແນໃສ່ຊຸກຍູ້ ການ ຮ່ວມມືໃນຂົງເຂດພະລັງງານ ແລະ ບໍ່ແຮ່ກັບຫວຽດນາມໃຫ້ມີຄວາມຄືບໜ້າໃໝ່, ໃນນັ້ນລວມມີການຂຸດຄົ້ນຄວາມອາດສາມາດບົ່ມຊ້ອນດ້ານແມ່ນ້ຳລຳເຊຂອງ ລາວເພື່ອສ້າງໂຄງການ ໄຟຟ້ານ້ຳຕົກ.
     ໃນໂອກາດນີ້,  ຮອງນາຍົກລາວ ແລະ ຫວຽດນາມ, ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືຮອບດ້ານລະຫວ່າງສອງ ປະເທດໃນໄລຍະທີ່ຜ່ານມາກ່ຽວກັບການຮ່ວມມືໃນຂົງເຂດພະລັງງານ ແລະ ໄດ້ສະແດງຄວາມຊົມຊື່ນຍິນດີທີ່ເຫັນວ່າສອງ ປະເທດໄດ້ມີແຜນຈະຮ່ວມມືກັນປະຕິບັດໂຄງການທີ່ສຳຄັນຈຳນວນໜຶ່ງເຊັ່ນ: ລະບົບສາເກັບນ້ຳມັນ ແລະ ທໍ່ສົ່ງນ້ຳມັນຈາກ ທ່າເຮືອຮອນລາແຂວງກວາງບິງຫວຽດນາມມາແຂວງຄຳມ່ວນຂອງລາວ ແລະ ໂຄງການສາຍສົ່ງໄຟຟ້າເຊື່ອມຕໍ່ລາວກັບຫວຽດ ນາມຢູ່ພາກໃຕ້. ຮອງນາຍົກທັງສອງໄດ້ເປັນເອກະພາບກັນວ່າຈຸດໝາຍລວມຂອງສອງປະເທດແມ່ນຮ່ວມມືກັນຂຸດຄົ້ນທ່າ
ແຮງບົ່ມຊ້ອນທາງທຳມະຊາດໃຫ້ເໝາະສົມເພື່ອການພັດທະນາແບບຍືນຍົງ, ຮັບປະກັນຜົນປະໂຫຍດຂອງສອງຝ່າຍ.
     ທ່ານຮອງນາຍົກ ຫວູ ວັນ ນິງ, ສະເໜີໃຫ້ລັດຖະບານລາວສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາຫົວໜ່ວຍ ທຸລະກິດຂອງຫວຽດນາມທີ່ພວມລົງທຶນຢູ່ລາວ, ໃນນັ້ນມີໂຄງການເຂື່ອນໄຟຟ້ານ້ຳຂອງຫຼວງພະບາງຂອງກຸ່ມບໍລິສັດພະລັງ ງານໄຟຟ້າ ແລະ ນ້ຳມັນເຊື້ອໄຟຫວຽດນາມ, ທ່ານໄດ້ເນັ້ນວ່າລັດຖະບານຫວຽດນາມໄດ້ຊີ້ນຳກຸ່ມບໍລິສັດດັ່ງກ່າວໃຫ້ສືບຕໍ່ລົງ ທຶນໃນໂຄງການນີ້ດັ່ງທີ່ໄດ້ໃຫ້ຄຳໝັ້ນສັນຍາກັບລັດຖະບານລາວແລ້ວຖ້າຫາກວ່າຜົນຂອງການສຶກສາ, ຕີລາຄາຂອງອົງການ ແມ່ນ້ຳຂອງເຫັນວ່າໂຄງການນີ້ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ແຫລ່ງນ້ຳຂອງແມ່ນ້ຳຂອງ.
     ທ່ານຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃນຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ, ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນໃຫຍ່ຫລວງແກ່ ພາລະກິດປະຕິວັດລາວຕະຫລອດຫລາຍສິບປີຜ່ານມາ, ພ້ອມກັນນັ້ນກໍຢືນຢັນວ່າເຖິງວ່າໂລກຈະມີການປ່ຽນແປງໄປແນວ ໃດກໍຕາແຕ່ການຮ່ວມມືຮອບດ້ານ ແລະ ຄວາມສາມັກຄີພິເສດລະຫວ່າງສອງປະເທດລາວ-ຫວຽດນາມຈະບໍ່ມີວັນປ່ຽນແປງ.

No comments:

Post a Comment