Ad

Ad

1 October 2014

ໂຮງແຮມລາດຊະວົງສັນຍະລັກໃໝ່ຂອງການຮ່ວມມືລາວ-ຈີນ



     ພິທີເປີດໂຄງການກໍ່ສ້າງໂຮງແຮມລາດຊະວົງພລາຊາ, ຕັ້ງຢູ່ຖະໜົນໄກສອນພົມ ວິຫານ, ນະຄອນຫລວງວຽງຈັນ, ມີຂຶ້ນໃນວັນທີ 29 ກັນຍາຜ່ານມານີ້, ໂດຍການ ເຂົ້າຮ່ວມຂອງທ່ານ ພົນໂທ ແສງນວນ ໄຊຍະລາດ ລັດຖະມົນຕີວ່າການກະຊວງ ປ້ອງກັນປະເທດ, ທ່ານນາງ ເຂັມ ມະນີ ພົນເສນາ ລັດຖະມົນຕີວ່າການກະຊວງ ອຸດສະຫະກຳ ແລະ ການຄ້າ, ທ່ານ ຟານຢຽນ ປະທານບໍລິສັດ ຊົງຊິງຟາງເຕີ ພັດ ທະນາອະສັງຫາລີມະຊັບ ສປ ຈີນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຈຳນວນຫລວງຫລາຍ.
    ໂຮງແຮມແຫ່ງນີ້, ເກີດຂຶ້ນພາຍໃຕ້ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດລາວ ແລະ ບໍລິສັດ ຊົງຊິງຟາງເຕີ ພັດ ທະນາອະສັງຫາລີມະຊັບຈາກ ສປ ຈີນ, ເປັນໂຮງແຮມລະດັບ 5 ດາວ, ມີອາຄານສູງ 30 ຊັ້ນ, ມີ ສູນການຄ້າທັນສະໄໝ, ສູນຮັກສາສຸຂະພາບ ແລະ ການບໍລິການ ອື່ນໆໃນເນືອທີ່ 150 ພັນຕາແມັດ, ມີມູນຄ່າກໍ່ສ້າງ 1,5 ຕື້ໂດ ລາສະຫະລັດ ແລະ
ຄາດວ່າການກໍ່ສ້າງຈະໃຫ້ສຳເລັດໃນກາງປີ 2016 ເພື່ອໃຫ້ທັນກັບການຈັດກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບ ກຽດເປັນເຈົ້າພາບໃນທ້າຍປີ 2016.
     ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດພົນໂທ ແສງນວນ ໄຊຍະລາດ ກ່າວວ່າ: ໂຮງແຮມແຫ່ງນີ້ເມື່ອກໍ່ສ້າງ ສຳເລັດຈະເພີ່ມສີສັນໂສມໜ້າໃໝ່ໃຫ້ນະຄອນຫລວງວຽງຈັນ ແລະ ຈະເປັນສັນຍະລັກໃໝ່ແຫ່ງມິດຕະພາບ ແລະ ການພົວ ພັນຮ່ວມມືລະຫວ່າງລາວ-ຈີນ ແລະ ໄລ ຍະຜ່ານມາ, ການລົງທຶນຂອງ ສປ ຈີນຢູ່ລາວ ແມ່ນມີມູນຄ່າມະຫາສານ ແລະ ກາຍ ເປັນອັນດັບໜຶ່ງນັບແຕ່ປີ 2008 ເປັນຕົ້ນມາ ແລະ ໃນ 6 ເດືອນຕົ້ນປີນີ້ມີນັກ ລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນຫລາຍ ກວ່າ 700 ໂຄງການ, ລວມມູນຄ່າຫລາຍກວ່າ 4 ຕື້ໂດລາສະຫະລັດ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນຢ່າງດີ.

No comments:

Post a Comment