ເຈົ້າໜ້າທີ່ພະແນກຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ:
ໃນອາທິດຜ່ານມາ, ໄດ້ມີອຸປະຕິເຫດເກີດຂຶ້ນຫລາຍ ກໍລະນີ, ແຕ່ອັນພົ້ນເດັ່ນ ແລະ ເປັນອຸທາຫອນສະທ້ອນໃຫ້ເຫັນວ່າການຂັບຂີ່ແບບປະໝາດ
ແລະ ບໍ່ເຄົາລົບກົດລະບຽບຈະ ລາຈອນນັ້ນພຽງສ້ຽວວິນາທີກໍເຖິງແກ່ຄວາມຕາຍໄດ້, ດັ່ງອຸປະຕິເຫດ
ເກີດຂຶ້ນເມື່ອເວລາປະມານ 1 ໂມງເຊົ້າຂອງວັນທີ 27 ກັນ ຍາ 2014 ຢູ່ເສັ້ນທາງໄກສອນພົມວິຫານ
ເຂດບ້ານຊ້າງຄູ ເມືອງໄຊທານີ, ລົດຈັກຍີ່ຫໍ້ເທນາ (Tena) ໝາຍເລກທະບຽນ ຈຂ 5516 ກຳແພງນະຄອນຂັບຂີ່
ໂດຍທ້າວ ສອນເພັດ ອາຍຸ 25 ປີ ຢູ່ບ້ານດອນໜູນ ເມືອງໄຊທາ ນີ ນະຄອນຫລວງວຽງ ຈັນ ມາດ້ວຍຄວາມໄວຕຳປະທະເຊິ່ງໜ້າຢ່າງຮຸນແຮງກັບລົດຈັກຍ່ີຫໍ້ເອລ
ເອັສ (LS) ໝາຍເລກທະບຽນ ຈສ 9303 ກຳແພງນະ ຄອນຂັບຂີ່ໂດຍທ້າວ
ຈອນນີ ອາຍຸ 20 ປີຢູ່ບ້ານພະຂາວ, ເມືອງໄຊທານີ ແລະ ມີໝູ່ນັ່ງຊ້ອນທ້າຍມານຳໜຶ່ງຄົນ, ເຮັດໃຫ້
ຜູ້ຂັບລົດຈັກທັງສອງຄັນຟົ້ງໄປໄກຫລາຍສີບແມັດ ແລະ ເສຍຊີວິດຄາທີ່ສ່ວນຜູ້ນັ່ງຊ້ອນທ້າຍໄດ້ຮັບບາດເຈັບສາຫັດ.
ຜ່ານການສອບສວນ-ສືບສວນຂອງເຈົ້າໜ້າທີ່ຮູ້ວ່າ: ທ້າວ
ສອນເພັດແມ່ນໄດ້ຂັບຂີ່ມາແຕ່ເສັ້ນທາງໜອງໜ່ຽງເພື່ອມຸ້ງໜ້າ ໄປທາງດົງໂດກແຕ່ຂັບຂີ່ຜິດເບື້ອງ,
ມີອາການມຶນເມົາ ແລະ ຂັບດ້ວຍຄວາມໄວຈຶ່ງຕຳກັບລົດຈັກທີ່ຂີ່ສວນທາງມາ, ເຊິ່ງກໍລະ ນີນີ້ຖືວ່າແມ່ນການຂັບຂີ່ດ້ວຍຄວາມປະໝາດ
ແລະ ບໍ່ເຄົາລົບກົດລະບຽບຈະລາຈອນຈົນກໍໃຫ້ເກີດອຸປະຕິເຫດດັ່ງກ່າວ.
ຂ່າວໃຫ້ຮູ້ອີກວ່າ: ໃນສອງອາທິດຜ່ານມານີ້, ຢູ່ນະຄອນຫລວງວຽງຈັນມີອຸປະຕິເຫດບົນທ້ອງຖະໜົນເກີດຂຶ້ນ
50 ກໍລະ ນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ, ມີຜູ້ໄດ້ຮັບບາດເຈັບສາຫັດ 11 ຄົນ, ພາຫະນະເປ່ເພສົມຄວນ
52 ຄັນ ແລະ ໃຊ້ການບໍ່ໄດ້ 1 ຄັນ, ຕົກເປັນມູນຄ່າເສຍຫາຍທັງໝົດຫລາຍກວ່າ 270 ລ້ານກີບ, ສາເຫດຕົ້ນຕໍທີ່ພາໃຫ້ເກີດອຸປະຕິ
ເຫດດັ່ງກ່າວຍັງແມ່ນ ການດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ຂັບຂີ່ລົດໄວ ແລະ ລ່ວງລະເມີດລະບຽບຈະລາຈອນກໍຍັງມີຫລາຍ,
ຈຳນວນອຸປະຕິເຫດ ເກີດຂຶ້ນຫລາຍແມ່ນກຸ່ມໄວໜຸ່ມນັກຮຽນ, ນັກສຶກສາ ແລະ ກຳມະກອນໂຮງຈັກໂຮງງານຕ່າງໆ,
ຊຶ່ງຍັງຂາດຄວາມຮູ້ດ້ານລະ ບຽບຈະລາຈອນ.
No comments:
Post a Comment