ໃນວັນທີ 29-30 ກັນຍານີ້, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາ
ປະ ກອບຄຳຄິດຄຳເຫັນໃສ່ຫລາຍບັນຫາທີ່ສຳ ຄັນຂອງຊາດໃນກອງປະຊຸມປະຈຳເດືອນ ກັນຍາ
2014 ຢູ່ຫ້ອງປະຊຸມຄະນະປະຈຳສະພາແຫ່ງຊາດ, ພາຍໃຕ້ການເປັນປະ ທານຂອງ ທ່ານນາງ
ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.
ໃນວາລະດຳເນີນກອງປະ
ຊຸມ, ໄດ້ຜ່ານຮ່າງບົດສະຫລຸບຕີລາຄາຜົນສຳເລັດຂອງກອງປະ ຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ
ຫລື ໄອປາ ( AIPA) ຄັ້ງທີ 35 ທີ່ ສປປ ລາວ
ເປັນເຈົ້າພາບຮ່າງແຜນການດຳເນີນກອງປະຊຸມສະໄໜສາມັນເທື່ອທີ 8 ຂອງສະພາແຫ່ງຊາດ
ຊຸດທີ VII ແລະ ຮ່າງແຜນຈັດກອງປະຊຸມຄົ້ນຄວ້າບັນດາຮ່າງກົດໝາຍທີ່ຈະນຳເຂົ້າພິຈາລະ
ນາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VII, ພ້ອມທັງຮັບຟັງການລາຍງານການຄົ້ນຄວ້າຂໍອະນຸນັດສ້າງຕັ້ງອົງການ
ໄອຍະການປະຊາຊົນເຂດ
1 ແຂວງໄຊສົມ ບູນ, ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງກົມຄຳຮ້ອງຂໍຄວາມເປັນທຳ
ແລະ ບັນຫາສັນຊາດໃນໄລຍະຜ່ານມາ ແລະ ທິດທາງຕໍ່ໜ້າ, ລາຍງານກ່ຽວກັບສະພາບການ
ຈັດແບ່ງງົບປະມານແຫ່ງລັດ ສົກປີ 2014-2015, ລາຍງານກ່ຽວກັບໂຄງການກໍ່ສ້າງເສັ້ນທາງຂຶ້ນພູເບ້ຍ
ແລະ ໂຄງການກໍ່ສ້າງເສັ້ນ ທາງ ເຕຼຍເບຼ ຫາ ພູກ່ອງເຂົ້າ ແຂວງໄຊສົມບູນ, ຮັບຟັງການລາຍງານຄືນການຂໍພິຈາລະນາອະນຸມັດ
ແລະ ອອກມະຕິຕົກລົງຂອງສະພາແຫ່ງຊາດກ່ຽວກັບເຂື່ອນໄຟຟ້ານ້ຳຕົກນ້ຳກົງ 2 ແຂວງອັດຕະປື
ແລະ ພິຈະລະນາວຽກງານສຳຄັນອີກຈຳນວນ ໜຶ່ງ.
No comments:
Post a Comment