Ad

Ad

30 September 2014

ເກີດໄຟໄໝ້ຕະຫລາດຫລັກ 20 ເມືອງຄຳເກີດເສຍຫາຍຫລາຍກວ່າ 20 ຕື້ກີບ



       ໃນເວລາປະມານ 11:40 ໂມງຂອງວັນທີ 28 ກັນຍານີ້, ໄດ້ ເກີດເຫດການໄຟ ໄໝ້ຕະຫລາດ ຫລັກ 20, ເມືອງຄຳເກີດ, ແຂວງ ບໍລິຄຳໄຊຢ່າງຮຸນແຮງ, ຂະນະທີ່ ຄົນຍາມຕະຫລາດບອກວ່າມີ ສຽງດັງຂຶ້ນກາງຕະຫລາດກ່ອນໄຟຈະລຸກລາມໃໝ້ຢ່າງ ໄວວາ.
      ທ່ານພັນໂທ ແກ້ວສຸວັນ ວັນນະແຝງ ຮອງຫົວໜ້າກອງ ບັນຊາການ ປກສ ເມືອງຄຳເກີດ ໃຫ້ຮູ້ວ່າ: ພາຍຫລັງ, ໄດ້ຮັບ ແຈ້ງວ່າເກີດເຫດໄຟໃໝ້ຕະຫລາດ ຫລັກ 20 ກໍໄດ້ນຳລົດ ມອດໄຟໜຶ່ງຄັນ ແລະ ກຳລັງເຈົ້າໜ້າທີ່ຈຳນວນຫລາຍຮີບ ຮ້ອນໄປສະຖານທີ່ເກີດເຫດທັນທີ ແລະ ໄດ້ໃຊ້ລົດມອດໄຟສີດນ້ຳ ສະກັດກະແສໄຟ ແລະ ລະດົມ ສາຍນ້ຳຢູ່ໃກ້ຄຽງມາ ຊ່ວຍສະກັດບໍ່ໃຫ້ໄຟລຸກລາມໄປບ່ອນອື່ນ ໂດຍໃຊ້ເວລາປະມານ 3 ຊົ່ວໂມງ ຈຶ່ງສາມາດຄວບຄຸມໄຟໄວ້ໄດ້ ແລະ ຜ່ານການ ສຶບສວນ-ສອບສວນຄົນຍາມຕະຫລາດດັ່ງກ່າວຂອງເຈົ້າໜ້າທີ່ຮູ້ວ່າ: ກ່ອນເກີດເຫດແມ່ນມີຟ້າເຫລືອມຟ້າຮ້ອງຄືມືດຝົນ,
ຫລັງຈາກ ນັ້ນ, ກໍໄດ້ຍິນສຽງດັງຂຶ້ນຢ່າງແຮງໃນ ຮ້ານຂາຍເຄື່ອງແຫ້ງຫ້ອງໜຶ່ງ ກາງຕະຫລາດແລ້ວເກີດມີໄຟລຸກໄໝ້ ແລະ ລາມໄປຢ່າງ ໄວວາ, ເຊິ່ງເຫດໄຟໄໝ້ຄັ້ງນີ້ມີຮ້ານຄ້າ ຖືກໄຟໄໝ້ທັງໝົດ 311 ຫ້ອງ, ລວມມູນຄ່າເສຍຫາຍຫລາຍ ກວ່າ 20 ຕື້ກີບ ແລະ ເບື້ອງຕົ້ນເຈົ້າໜ້າທີ່ຄາດວ່າເຫດໄຟໄໝ້ຄັ້ງນີ້ແມ່ນເກີດຂຶ້ນຈາກໄຟຟ້າລັດວົງຈອນ.
    ທ່ານຮອງຫົວໜ້າກອງບັນ ຊາການ ປກສ ເມືອງຄຳເກີດ ໃຫ້ຮູ້ວ່າ: ຕະຫລາດແຫ່ງນີ້ສ້າງ ຕັ້ງມາໄດ້ 10 ກວ່າປີແລ້ວ ແລະ ເປັນຕະຫລາດໃຫຍ່ແຫ່ງດຽວຢູ່ໃຈກາງເມືອງຄຳເກີດ.

No comments:

Post a Comment