Ad

Ad

30 September 2014

ການກໍ່ສ້າງສະໜາມບິນສາກົນເມືອງຕົ້ນເຜິ້ງຈະເລີ່ມໃນປີໜ້າ



        ທ່ານເຈົ້າແຂວງບໍ່ແກ້ວ ຄຳໝັ້ນ ສູນວິເລີດ ໃຫ້ຮູ້ເມື່ອບໍ່ ດົນມານີ້ວ່າ: ໂຄງ ການກໍ່ສ້າງສະໜາມບິນສາກົນເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວຄາດວ່າຈະໄດ້ເລີ່ມລົງ ມືກໍ່ສ້າງໃນປີ 2015 ທີ່ຈະເຖິງນີ້, ໂດຍໂຄງການດັ່ງ ກ່າວແມ່ນພວມຢູ່ໃນຂັ້ນຕອນ ການຮ່າງສັນຍາຮ່ວມມືສອງຝ່າຍ ແລະ ການອອກແບບເພື່ອໃຫ້ຖືກກັບມາດຕະ ຖານ ແລະ ລະບຽບການຂອງອົງການການ ບິນພົນລະເຮືອນໂດຍມີທາງ ແລ່ນຂຶ້ນ- ລົງຂອງຍົນຍາວ 2.700 ແມັດ ແລະ ສາມາດຂະຫຍາຍເປັນ 3.000 ແມັດໃນອະ ນາຄົດ, ມີອາຄານຜູ້ໂດຍສານ, ອາຄານຄວບຄຸມການບິນ ແລະ ສິ່ງອຳນວຍຄວາມ ສະດວກການຄົມມານາຄົມທາງອາກາດ ອື່ນໆ, ເຊິ່ງແມ່ນກະຊວງໂຍທາທິການ ແລະ ຂົນສົ່ງຕາງໜ້າລັດຖະບານຖືຮຸ້ນ 70% ແລະ 30% ແມ່ນກຸ່ມບໍລິສັດດອກ ງິ້ວຄຳ ຈຳກັດ, ສ່ວນບັນຫາເນື້ອທີ່ດິນ ແລະ ສິ່ງປຸກສ້າງຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການແມ່ນໄດ້ມີການຊົດ ເຊີຍເປັນທີ່ຮຽບຮ້ອຍແລ້ວ.
       ທ່ານເຈົ້າແຂວງບໍ່ແກ້ວ ກ່າວວ່າ: ໂຄງການດັ່ງກ່າວ ແມ່ນການພັດທະນາພື້ນຖານໂຄງລາງການຄົມມານາຄົມຂົນສົ່ງໃຫ້
ມີຄວາມຫລາກຫລາຍກ້າວໜ້າທັນສະໄໝສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ທັງຈະອຳນວຍຄວາມສະດວກໃຫ້ ແກ່ການດຶງດູດການຄ້າ, ການລົງທຶນ, ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນສຳຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຂອງປະເທດເວົ້າລວມເວົ້າສະເພາະກໍ່ແມ່ນແຂວງບໍ່ແກ້ວໃຫ້ມີໂສມໜ້າໃໝ່.

No comments:

Post a Comment