Ad

Ad

30 September 2014

ພາກສ່ວນກ່ຽວຂ້ອງຄວນເບິ່ງຄືນລາຄາເຊົ່າສະຖານທີ່ໃນງານບຸນປເພນີ



    ຄືດັ່ງທີ່ພວກເຮົາຮູ້ນຳກັນ ແລ້ວວ່າ: ພໍກ້າວເຂົ້າສູ່ລະດູແລ້ງປະເທດເຮົາມັກຈະ ມີງານບຸນປະເພນີຕ່າງໆເກີດຂຶ້ນຢ່າງ ຕໍ່ເນື່ອງ ຄື: ໃນມໍ່ໆນີ້ສຳລັບຢູ່ນະຄອນຫຼວງ ວຽງຈັນກໍຈະມີບຸນອອກພັນສາ ແລະ ຊ່ວງເຮືອປະເພນີ, ບຸນນະມັດສະການພະ ທາດຫຼວງ ທີ່ເປັນບຸນໃຫຍ່ຂອງທົ່ວປວງຊົນລາວທັງຊາດຈະຖືກຈັດຂຶ້ນດັ່ງ ທຸກໆປີ ທີ່ມີມາ, ເພື່ອເປັນການສົ່ງເສີມ ແລະ ປົກປັກ ຮັກສາ ໄວ້ວັດທະນະທຳ ແລະ ຮີດ ປະເພນີອັນດີງານຂອງຊາດ, ພ້ອມເປັນການເຕົ້າໂຮມຄວາມສາມັກຄີປັນປຶກແຜ່ນ ໃນໝູ່ປະ ຊາຊົນ ບັນດາເຜົ່າ,  ແຕ່ມາປັດຈຸບັນຄົນສ່ວນໜຶ່ງໄດ້ເບິ່ງຂ້າມໄປເຫັນ ແຕ່ໂອກາດເພື່ອຫາລາຍຮັບຈາກງາມບຸນດັ່ງກ່າວພຽງຍ່າງ ດຽວ, ໂດຍສະເພາະແມ່ນບ່ອນຕັ້ງຮ້ານວາງສະແດງ ແລະ ຂາຍສິນ ຄ້າດັ່ງທີເຄີຍເປັນມາໂດຍຈະມີຜູ້ເຂົ້າໄປສຳປະທານແລ້ວ ຂາຍ ໃຫ້ຜູ້ປະກອບການຕ່າງໆເຂົ້າຈັບຈອງໃນລາຄາສູງ,  ເຮັດໃຫ້ມີ ຫາງສຽງຈົ່ມວ່າເປັນຈຳນວນບໍ່ໜ້ອຍ ແລະ ບໍ່ພຽງແຕ່ເທົ່ານັ້ນ ຍັງສົ່ງຜົນກະທົບຕໍ່ລາຄາສິນຄ້າ, ຊຶ່ງຜູ້ປະກອບການຕ້ອງໄດ້ ຂາຍແພງຂຶ້ນຈຶ່ງຈະກຸ້ມຄ່າ, ຕົວຢ່າງ: ເມື່ອກ່ອນສິນຄ້າທີ່ວາງຂາຍ ແລະ ເປັນເອກະລັກຂອງງານບຸນປະເພນີແມ່ນເຂົ້າຫຼາມ
ປີ້ງໄກ່, ແຕ່ເນື່ອງຈາກລາຄາເຊົ່າດິນແພງ ຈຶ່ງເຮັດໃຫ້ສິນຄ້າເຫຼົ່ານີ້ໜ້ອຍລົງ, ເຮັດໃຫ້ການສົ່ງເສີມມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຄຸນຄ່າ ຂອງບຸນປະ ເພນີມີອັນປ່ຽນໄປກາຍເປັນເລື່ອງທີ່ແກ້ໄຂຍາກ, ດັ່ງນັ້ນຕໍ່ບັນ ຫານີ້ທາງຄະນະກຳມະການຈັດງານບຸນຄວນທົບທວນຄືນ ແລະ ຫາທາງແກ້ໄຂ, ເພື່ອເຮັດແນວໃດໃຫ້ການສະເຫຼີມສະຫຼອງ ແລະ ຄົບງັນໃນງານບຸນປະເພນີ ດັ່ງກ່່າວດຳເນີນໄປດ້ວຍບັນຍາ ກາດອັນເບີກບານມ່ວນຊື່ນ, ຮັບປະກັນໄດ້ມູນເຊື້ອວັດ ທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດລາວ ແລະ ທັງເປັນການສົ່ງເສີມ ແລະ ດຶງດູດການທອງທ່ຽວຂອງ ປະເທດເຮົານັບມື້ຂະຫຍາຍຕົວກວ້າງຂວາງ.

No comments:

Post a Comment