Ad

Ad

30 September 2014

ສື່ມວນຊົນລາວຮຽນຮູ້ການນຳໃຊ້ ກູເກີລ ໃຫ້ສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ



      ໃນວັນທີ 29 ກັນຍານີ້, ຢູ່ໂຮງແຮມລາວພລາຊານະ ຄອນຫລວງວຽງຈັນ, ໄດ້ຈັດ ໃຫ້ມີການສອນທັກສະໃນການ ນຳໃຊ້ ຄຸນສົມບັດຂອງ ກູເກີລ ໃຫ້ວ່ອງໄວ ແລະ ສະດວກຍິ່ງ ຂຶ້ນ, ໂດຍທ່ານ ໄມ ແນວຊັນ Mike Nelson ຮອງປະທານ ກູເກີລ ເອເຊຍ ປາຊີຟິກ ຫົວໜ້າ ຝ່າຍການສື່ສານ ແລະ ກິດຈະ ການສາທາລະນະ ແລະ ສື່ມວນ ຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ ເປັນຈຳນວນຫລາຍ.
     ການເຝິກອົບຮົມໃນຄັ້ງນີ້ ແມ່ນຈັດຂຶ້ນສຳລັບຜູ້ເຮັດວຽກສື່ມວນຊົນໂດຍສະ ເພາະ, ພ້ອມຍັງໄດ້ຮຽນຮູ້ວິທີການນຳໃຊ້ອິນ ເຕີເນັດ ແລະ ຄຸນສົມບັດຕ່າງໆ ຂອງກູເກີລ, ເປັນຕົ້ນການຊອກ ຫາຮູບພາບ, ຂ່າວສານ ຫລື ຂໍ້ມູນຕ່າງໆທີ່ເຮົາຕ້ອງການ, ໂດຍບໍ່ຕ້ອງເສຍເວລາ ແລະ ໄດ້ຄຳ ຕອບແບບສັ້ນກະທັດຮັດເຮັດໃຫ້ ເຮົາເຂົ້າໃຈ ງ່າຍ ແລະ ສະດວກໃນການເຂົ້າໄປຊອກຫາຂໍ້ມູນຕ່າງໆນັ້ນ ແລະ ກໍເປັນສິ່ງໜຶ່ງທີ່ກູເກີລຢາກໃຫ້ທຸກຄົນເຮັດວຽກໄດ້ຢ່າງ ວ່ອງໄວຂຶ້ນ ແລະ ສາມາດນຳເອົາໄປໃຊ້ເຂົ້າໃນ ການເຮັດວຽກງານຕົວຈິງໃນອະນາຄົດ.

     ການສອນທັກສະໃນການນຳໃຊ້ຄຸນນະບັດຂອງ ກູເກີລ ທັງຫລາຍເຫລົ່ານີ້, ແມ່ນໄດ້ດຳເນີນການມາຫລາຍກວ່າ 100 ປະເທດແລ້ວ, ຊຶ່ງໃນແຕ່ລະປະເທດກໍໄດ້ໃຫ້ການເຂົ້າຮ່ວມເພື່ອຮຽນຮູ້ຢ່າງເລິກເຊິ່ງ ແລະ ຊ່ວຍໃຫ້ສື່ມວນຊົນປະເທດ ຕ່າງໆ, ໄດ້ນຳເອົາຄວາມຮູ້ຈາກທີມງານຜູ້ຊ່ຽວຊານທີ່ໄດ້ສອນທັກສະຕ່າງໆນັ້ນໄປນຳໃຊ້ເຂົ້າໃນການເຮັດວຽກຂອງຕົນໃຫ້ປະ ສົບຜົນສຳເລັດ.

No comments:

Post a Comment