Ad

Ad

30 September 2014

ຫຼາຍເສັ້ນທາງອອກສູ່ຊານເມືອງເປ່ເພໜັກຍັງບໍ່ໄດ້ຮັບການສ້ອມແປງ



           ປັດຈຸບັນເສັ້ນທາງຕ່າງໆ ນັບທັງທາງຊອຍໃນເທດສະບານ ແລະ ເສັ້ນທາງ ອອກສູ່ຊານ ເມືອງຫຼາຍສາຍຕົກຢູ່ໃນສະ ພາບເປ່ເພເປັນບວກຂຸມສ້າງຄວາມຫຍຸ້ງ ຍາກລຳບາກໃຫ້ແກ່ການສັນຈອນໄປມາເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບ ຝົນຕົກນ້ຳຖ້ວມ ແລະ ບໍ່ຮູ້ວ່າເມື່ອງໃດພາກສ່ວນກ່ຽວຂ້ອງຈຶ່ງຈະເລີ່ມປົວແປງເສັ້ນ ທາງເປ່ເພດັ່ງກ່າວ, ພຽງພາກສ່ວນກ່ຽວຂ້ອງຕອບວ່າຈະເລີ່ມສ້ອມແປງເມື່ອສິ້ນສຸດ ລະດູຝົນ, ດັ່ງນັ້ນຈຶ່ງຂໍສະເໜີໃຫ້ ພາກສ່ວນກ່ຽວຂ້ອງຮີບຮ້ອນສ້ອມແປງເພື່ອ ບໍ່ໃຫ້ເສັ້ນທາງເປ່ເພຫຼາຍໄປກວ່ານີ້.
   ສະພາບເປ່ເພຂອງເສັ້ນທາງໜັກໜ່ວງແມ່ນເສັ້ນທາງຈາກນະຄອນຫຼວງວຽງຈັນໄປບັນດາ ແຂວງພາກເໜືອ, ເຖິງວ່າພາກ ສ່ວນກ່ຽວຂ້ອງໄດ້ມີການສ້ອມ ແປງຊົວຄາວ, ແຕ່ບາງຄັ້ງຄາວ ເສັ້ນທາງກໍຖືກຕັດຂາດຍ້ອນດິນ ເຈື່ອນຖົມ, ເສັ້ນທາງເປັນຂຸມ ເລິກເຮັດໃຫ້ຜູ້ທຽວທາງພົບຄວາມຫຍຸ້ງຍາກຫຼາຍຄື: ເສັ້ນ ທາງເລກ 13 ໃຕ້ກໍເຫັນວ່າມີສະພາບເປ່ເພເຊັ່ນດຽວກັນ, ເນື່ອງ
ຈາກເສັ້ນທາງສາຍນີ້ເປັນເສັ້ນທາງເກົ່າມີລົດບັນທຸກໜັກທຽວ ໄປມາບໍ່ຂາດໄລຍະ, ບວກກັບສະພາບຝົນຕົກນ້ຳຖ້ວມຈຶ່ງກໍ່ ໃຫ້ເກີດມີການເປ່ເພຫຼາຍ, ແຕ່ເຖິງ ຢ່າງໃດກໍຕາມຜູ້ໃຊ້ລົດໃຊ້ທະ ໜົນ ແລະ ປະຊາຊົນທີ່ຕັ້ງບ້ານ ເຮືອນຢູ່ລຽບຕາມເສັ້ນ ທາງກໍຍັງຄອງຄອຍໃຫ້ພາກສ່ວນກ່ຽວຂ້ອງດຳເນີນການປົວແປງໂດຍ ໄວເພື່ອໃຫ້ມີຄວາມສະດວກໃນ ການໄປມາ ແລະ ກໍຍິນດີນຳຂະແໜງການກ່ຽວຂ້ອງເພາະໄດ້ຍິນວ່າຈະມີການກໍ່ສ້າງເສັ້ນທາງດົງໂດກ-ໜອງບຶກຕັດອອກສູ່ ເສັ້ນທາງເລກ 13 ເໜືອເປັນເສັ້ນ ທາງມາດຕະຖານໃນໄວໆນີ້, ໂດຍບໍລິສັດຢູນນານ ສປ ຈີນ ຈະເປັນຜູ້ຮັບເໝົາກໍ່ສ້າງ, ແຕ່ ແນວໃດກໍ່ຂໍໃຫ້ຂະ ແໜງການກ່ຽວຂ້ອງຝ່າຍເຮົາເອົາໃຈໃສ່ ກວດກາມາດຕະຖານໃຫ້ດີ, ເພື່ອການນຳໃຊ້ງານໄດ້ຍາວ ານສົມກັບການລົງທືນອັນ ຫຼວງຫຼາຍຂອງລັດ.

No comments:

Post a Comment