Ad

Ad

30 September 2014

ກະຊວງອຸດສະຫະກຳ ແລະ ການຄ້າມີບົດບາດສຳຄັນໃນການຊຸກຍູ້ກວດກາຫົວໜ່ວຍທຸລະກິດເສຍອາກອນ



       ກະຊວງອຸດສະຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ເພື່ອຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບກົດໝາຍວ່າດ້ວຍວິສາ ຫະກິດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍ ວ່າດ້ວຍສ່ວຍສາອາກອນໂດຍສະເພາະເພື່ອເຮັດໃຫ້ການ ມອບພັນທະ ແລະ ເສຍອາກອນຕ່າງໆ ຂອງຫົວໜ່ວຍທຸລະກິດເຂົ້າງົບປະມານໃຫ້ຖືກຕ້ອງ ແລະ ທ່ວງທັນເວລານັ້ນ, ຂະ ແໜງອຸດສາຫະກຳ ແລະ ການຄ້າ, ໄດ້ເອົາໃຈ ໃສ່ປະສານສົມທົບກັບຂະແໜງ ການກ່ຽວຂ້ອງໂດຍສະເພາະ ພາຍຫລັງໄດ້ຮັບ ການມອບ-ໂອນການລົງທຶນໃນກິດຈະການທົ່ວ ໄປຈາກກະຊວງແຜນການ ແລະ ການລົງທຶນມາໃຫ້ກະຊວງອຸດ ສະຫະກຳ ແລະ ການຄ້າຮັບຜິດ ຊອບ, ແມ່ນໄດ້ສ້າງຕັ້ງກົມສົ່ງ ເສີມການລົງທຶນທົ່ວໄປຂຶ້ນ ແລະ ປ່ຽນຊື່ມາເປັນກົມທະບຽນ ແລະ ຄຸ້ມຄອງວິສາຫະກິດເພື່ອໃຫ້ ສອດຄ່ອງກັບພາລະບົດບາດໃນການປະກອບສ່ວນກະຕຸກຊຸກຍູ້ການພັດທະນາເສດຖະກິດ ຂອງຊາດໃຫ້ຂະຫຍາຍຕົວຕາມທິດ ສົ່ງເສີມໃຫ້ມີຫົວໜ່ວຍທຸລະກິດ ຫລາຍຂຶ້ນທີ່ຈະເປັນຖານໃຫ້ແກ່ການເກັບລາຍຮັບ ເຂົ້າງົບປະມານເພີ່ມຂຶ້ນເລື້ອຍໆຈຶ່ງໄດ້ປະສານສົມທົບກັບຂະແໜງການ ເງິນ, ໂດຍສະເພາະສ່ວຍສາອາກອນຢ່າງໃກ້ຊິດດ້ວຍ ຫລາຍຮູບການຄື: ຈັດກອງປະຊຸມແລກປ່ຽນບົດຮຽນໃນການນຳໃຊ້ ຊອບແວຂອງໜ່ວຍງານໃຫ້ສາມາດອອກເລກລະຫັດປະ
ຈຳຜູ້ເສຍອາກອນ, ກວດສອບ, ຕິດຕາມ ແລະ ສະກັດກັ້ນການບໍ່ປະຕິບັດພັນທະອື່ນໆ, ດັ່ງໃນໄລຍະຜ່ານມາ, ຂະແໜງອຸດ ສາຫະກຳ ແລະ ການຄ້າ, ໄດ້ຊ່ວຍລົງຕິດຕາມ ແລະ ກວດກາຫົວໜ່ວຍທຸລະກິດທີ່ຂະແໜງການເງິນໄດ້ຕິດຕາມກວດກາ ແລ້ວເຫັນວ່າມີຫົວໜ່ວຍທຸລະກິດບໍ່ເຄື່ອນໄຫວ, ຍົກຍ້າຍສະຖານທີ່ໂດຍບໍ່ແຈ້ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຊາບເປັນຈຳນວນ ຫລາຍ ແລະ ກໍໄດ້ຮັບການແກ້ໄຂຕາມລະບຽບກົດໝາຍໂດຍໃຫ້ຢຸດຕິການດຳເນີນທຸລະກິດຊົ່ວຄາວ ແລະ ຍົກເລີກ ແບບ ຖາວອນກໍມີ, ນອກຈາກນີ້, ຍັງໄດ້ສົ່ງໜ່ວຍສະເພາະກິດລົງຕິດຕາມຊຸກຍູ້ການເກັບລາຍຮັບຈາກຂະແໜງການ ແລະ ຫົວ ໜ່ວຍຫົວໜ່ວຍທຸລະກິດຕ່າງໆຢູ່ບັນດາແຂວງໃຫ້ມີການຕື່ນຕົວ ເສຍພັນທະອາກອນໄດ້ຖືກຕ້ອງຕາມລະບຽບກົດໝາຍ.

No comments:

Post a Comment