Ad

Ad

30 September 2014

ການຂຸດຄົ້ນທອງ ແລະ ຄຳຂອງ ພູເບ້ຍມາຍນິ້ງ



       ບໍລິສັດຂຸດຄົ້ນບໍ່ແຮ່ສາກົນຂະໜາດໃຫຍ່ກຳລັງປະກອບສ່ວນສຳຄັນເຂົ້າໃນ ການພັດທະນາເສດຖະກິດຂອງລາວ, ເຖິງ ວ່າລາຄາຜະລິດຕະພັນຕົ້ນຕໍຂອງພວກ ເຂົາເຊັ່ນ: ທອງ ແລະ ຄຳ ຈະຫລຸດລົງກວ່າເກ່ົາກໍຕາມ ນີ້ແມ່ນໜຶ່ງໃນຫົວຂໍ້ສຳຄັນໃນ ການປຶກສາຫາລືກັນເມື່ອບໍ່ດົນມານີ້ລະຫວ່າງລັດຖະມົນຕີຊ່ວຍວ່າການກະຊວງ ການເງິນ, ພະນະທ່ານ ບຸນໂຈມ ອຸບົນປະ ເສີດ ແລະ ທ່ານ ຣ໋ອບ ອັຊເຊີ ຜູ້ຈັດ ການ ໃຫຍ່ທົ່ວໄປ ບໍລິສັດ ພູເບ້ຍ ມາຍນິງ ມາຍນິງ ຈຳກັດ PBM ທີ່ມີຂຶ້ນໃນວັນທີ 19 ກັນຍາຜ່ານມາ.
     ນັບແຕ່ປີ 2003 ເປັນຕົ້ນມາ, ບໍລິສັດໄດ້ປະກອບສ່ວນເຂົ້າໃນ ງົບປະມານແຫ່ງຊາດຂອງລາວທັງໝົດ 344 ລ້ານໂດລາ ສະຫະລັດ, ເຊິ່ງປະກອບມີພາສີຊັບພະຍາກອນແຮ່ທາດ, ອາກອນ ແລະ ຄ່າທຳນຽມຕ່າງໆ. ນອກນີ້ ໃນປີ 2013 ບໍລິສັດກໍ ໄດ້ປະກອບສ່ວນ 78,9 ລ້ານໂດລາສະຫະລັດ, ເຖິງວ່າລາຄາທອງ ແລະ ຄຳ ຈະ ຫລຸດລົງປະມານ 20% ຕະຫຼອດໄລຍະ ສອງປີຜ່ານມານີ້.

     ທ່ານ ອັຊເຊີ ໄດ້ໃຫ້ຄຳເຫັນ ຢູ່ທີ່ກອງປະຊຸມດັ່ງກ່າວວ່າ: ເຖິງ ວ່າການມອບອາການກຳໄລ ຂອງບໍລິສັດ ສຳລັບປີ 2013 ໄດ້ ຫລຸດລົງປະມານ 44% ຕ່ຳກວ່າ ປີ 2012 ໄດ້ສົ່ງຜົນໃຫ້ການປະ ກອບສ່ວນທັງໝົດຂອງບໍລິສັດ ເຂົ້າໃນລາຍຮັບແຫ່ງລັດ ຫລຸດລົງ 12% ເນື່ອງມາຈາກອາການ ກຳໄລແມ່ນເປັນພຽງແຕ່ໜຶ່ງໃນຫລາຍປະເພດອາກອນ ແລະ ຄ່າ ທຳນຽມຕ່າງໆທີ່ບໍລິ ສັດ ພູເບ້ຍ ມາຍນິງ ໄດ້ມອບພັນທະໃຫ້ແກ່ຂອງລັດຖະບານລາວ.
     ທ່ານ ອັຊເຊີ ຍັງໄດ້ກ່າວ ອີກວ່າ: ໃນເວລາທີ່ລາຄາໂລ ຫະທາດຫລຸດລົງກວ່າເດີມ, ກຳ ໄລຂອງການດຳເນີນງານຂອງ ພວກເຮົາກໍຫລຸດລົງ ສະນັ້ນ ຈຳນວນອາກອນກຳໄລທີ່ພວກເຮົາຈະມອບກໍຈະຕ້ອງຫລຸດລົງເຊັ່ນດຽວກັນ. ເຖິງແນວໃດກໍຕາມ ບໍລິສັດຍັງສືບຕໍ່ມອບຄ່າຊັບພະຍາກອນແຮ່ທາດ, ອາກອນເງິນເດືອນ ແລະ ອາກອນນຳເຂົ້າ. ນອກນັ້ນ, ພູເບ້ຍ ມາຍນິງ ຍັງໄດ້ ມອບພັນທະລ່ວງໜ້າໃນເດືອນກັນຍາ 2014 ຕາມການສະເໜີຂອງພາກລັດ ແລະ ບໍລິສັດຍັງ ໄດ້ມອບເງິນປັນຜົນໃຫ້ແກ່ລັດ ຖະບານໃນໄລຍະສອງປີຜ່ານມາ, ໃນຖານະທີ່ເປັນຜູ້ຖືຮຸ້ນ 10% ໃນບໍລິສັດ ພູເບ້ຍ ມາຍນິງ ການມອບຄ່າຊັບພະຍາກອນແຮ່ ທາດຂອງພວກເຮົາແມ່ນເພີ່ມຂຶ້ນຫຼາຍກວ່າໜຶ່ງສ່ວນສີ່, ເຊິ່ງໄດ້ຊ່ວຍ ຫັກລົບກັບລາຄາທີ່ຫລຸດລົງນັ້ນ.
    ນອກນັ້ນ ທີ່ປະຊຸມຍັງຮັບ ຮູ້ວ່າ: ລາຄາໂລຫະທາດຍັງຄົງ ສືບຕໍ່ຫລຸດລົງໃນປີນີ້ ແລະ ຄາດ ວ່າ: ລາຄາຄຳ ແລະ ທອງຈະ ຟື້ນຕົວໄດ້ໃນໄລຍະເວລາໃດໜຶ່ງ. ແຕ່ເຖິງວ່າລາຄາຈະຫລຸດລົງ ກວ່າເດີມກໍຕາມແຕ່ບັນດາບໍລິ ສັດຕ່າງໆກໍຄືບໍລິສັດ ພູເບ້ຍ ມາຍນິງຍັງເປັນແຫລ່ງລາຍຮັບທີ່ສຳຄົນສຳລັບ ສປປ ລາວ.

No comments:

Post a Comment