Ad

Ad

30 September 2014

ຂຽນຊື່ໃຫ້ຖືກຊື່ໃນສື່ ( ຄໍລຳ ບັນຫາຈານແຍ່ )


ໂດຍ : ວິເສດ ສະແຫວງສຶກສາ
     ໃນອາທິດຜ່ານມາ, ເນື່ອງຈາກເປັນໄລຍະດຳເນີນກອງປະຊຸມໄອປາ (ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ) ຄັ້ງທີ 35, ຈານແຍ່ເຄີຍແຍ່ບັນຫາການນຳໃຊ້ຄຳສັບພາສາອັງກິດສະເພາະທີ່ໃຊ້ໃນວົງການລັດຖະສະພາພາກພື້ນ ແລະ ສາກົນລາມ ໄປເຖິງຄຳສັບສະເພາະທີ່ສະພາແຫ່ງຊາດພວກເຮົາໃຊ້ ເຊັ່ນຊື່ເອີ້ນ ຂອງກຳມາທິການ, ຊື່ກົດໝາຍ ແລະ ອື່ນໆ. ທີ່ຍົກຂຶ້ນເປັນ ພາສາອັງກິດນັ້ນກໍເພາະວ່າ: ພາສານີ້ ໃຊ້ກັນຢ່າງກວ້າງຂວາງໃນປັດຈຸບັນ.
     ສະເພາະບົດປະຈຳວັນນີ້, ຈານແຍ່ຂໍອະນຸຍາດເພີ່ມຕື່ມບັນຫາທີ່ພົວພັນກັບການຂຽນ ຫລື ສະກົດຊື່ຄົນເປັນພາສາຕ່າງປະ ເທດໃຫ້ຖືກຕ້ອງ, ຖືກຕາມລະບຽບການຂອງພາສາ ແລະ ຕາມທີ່ເຈົ້າຂອງຊື່ກຳນົດໄວ້, ທັງນີ້ກໍເພື່ອໃຫ້ຂ່າວ ແລະ ບົດຄວາມ ມີຄວາມຊັດເຈນ, ບໍ່ພາໃຫ້ເຂົ້າໃຈຜິດເຂວ ແລະ ສຳຄັນກໍເພື່ອເປັນການເຄົາລົບຕໍ່ເຈົ້າຂອງຊື່. ຜ່ານມາຈານແຍ່ເຫັນວ່າຊື່ສະ ຖານທີ່, ແຂວງ, ເມືອງ ແລະ ຊື່ຄົນໃນຂ່າວ ແລະ ບົດຕ່າງໆທີ່ເປັນພາ ສາຕ່າງປະເທດນັ້ນຍັງຂຽນ ແລະ ສະກົດກັນແບບຕາມ ໃຈ ເຊັ່ນຄຳ ວ່າ: ໄຊຍະບູລີນັ້ນ ບາງຄົນກໍຂຽນ Xayabouly, ບາງຄົນຂຽນ Saiyabouly. ສ່ວນຈຳປາສັກກໍຂຽນຕ່າງກັນ ເຊັ່ນ Champassack, Champasak, ຊື່ເມືອງນ້ຳບາກກໍຂຽນ Nambak, Nambark, ສ່ວນເອາະຫລາມກໍຂຽນ
Orlam, Olam. ຖ້າຫາກເປັນຄືແນວນີ້ ແນ່ນອນຈະພາໃຫ້ເກີດມີຄວາມສັບສົນ ໂດຍສະເພາະແມ່ນສຳລັບຄົນຕ່າງປະເທດ. ສຳລັບການຂຽນ ແລະ ການສະກົດຊື່ຄົນເປັນພາສາຕ່າງປະເທດ (ສຳລັບໜັງສືພິມ ຫລື ເອກະສານເປັນພາສາຕ່າງປະເທດ) ນັ້ນແຮງຕ້ອງເອົາໃຈໃສ່, ບໍ່ຄວນຈະຄິດເດົາເອົາເອງ ວ່າຊື່ “ສຸວັນ” ຕ້ອງຂຽນ Souvanh ສະເໝີໄປ ເພາະເຈົ້າຂອງຊື່ນີ້
ບາງທ່ານອາດຂຽນ Souwan, Suvan, Soowan ກໍເປັນໄດ້, ສ່ວນຊື່ “ຄຳແດງ” ນັ້ນ ເຈົ້າຂອງຊື່ນີ້ ອາດຂຽນ Kham daeng, Kamdang ຫລື Khumdeng ກໍເປັນໄດ້.
    ສຳລັບຄົນລາວເຮົາແລ້ວ ການຂຽນ ຫລື ສະກົດຊື່ບໍ່ຖືກນັ້ນອາດບໍ່ເປັນບັນຫາຮ້າຍແຮງ, ແຕ່ສຳລັບຄົນບາງປະເທດແລ້ວ ເຂົາບໍ່ຍອມເດັດຂາດເພາະເຂົາຖືວ່າບໍ່ນັບຖືເຂົາ. ຫວ່າງແລ້ວນີ້, ຈານແຍ່ໄດ້ມີໂອກາດເຂົ້າຮ່ວມກອງປະຊຸມກັບຜູ້ແທນຈາກ ຫລາຍປະເທດປາກົດວ່າເກືອບ 20 ນາທີ ຂອງຊົ່ວໂມງທຳອິດ, ຜູ້ແທນໄດ້ເສຍເວລານຳການແປງຊື່ຄົນເພາະຂຽນບໍ່ຖືກຕາມ ແບບຊື່ແທ້ຂອງເຂົາ. ການກວດແກ້ຖົກຖຽງກັນໄດ້ເຮັດໃຫ້ບາງຄົນມີອາລົມຈົນທ່ານປະທານກອງປະຊຸມໄດ້ຕົບໆໄວ້ເລື່ອງຈຶ່ງ ສະຫງົບລົງ.
     ສຳລັບໜັງສືພິມພາສາຕ່າງປະເທດຢູ່ບ້ານເຮົານີ້, ຈານແຍ່ຂໍສະເໜີໃຫ້ເອົາໃຈໃສ່ຂຽນຊື່ຄົນ ແລະ ສະຖານທີ່ໃຫ້ເປັນເອກະ ພາບ, ຢ່າປ່ຽນໄປປ່ຽນມາ ຄວນ ມີລະບຽບການຄັກແນ່ ເພາະສຳ ລັບຄົນຕ່າງປະເທດແລ້ວ Orlam, Orlarm ແລະ Olam ເຂົາອາດສົງ ໄສວ່າບໍ່ແມ່ນອັນດຽວກັນ. ຖ້າພວກເຮົາຂຽນ ປາກແບ່ງ ເປັນ Parbeng, Pakbang ຫລື Pakbang ຄົນຕ່າງ ປະເທດກໍອາດງົງ ບໍ່ຮູ້ວ່າເປັນປາກແບ່ງບ່ອນດຽວກັນ ຫລື ບໍ່. ສຳລັບຊື່ຄົນຕ່າງປະເທດທີ່ພວກເຮົາຂຽນລົງຂ່າວລົງບົດນັ້ນ ແຮງຄວນເອົາໃຈໃສ່. ດີທີ່ສຸດເມື່ອຖາມຊື່ນາມສະກຸນຄົນຕ່າງປະເທດແລ້ວກໍຄວນຖາມວ່າຂຽນແນວໃດນຳ ເຊັ່ນຄົນຕ່າງປະ ເທດບອກເຮົາວ່າເຂົາຊື່ “ຈອນສັນ” ເຮົາບໍ່ຄວນຈະຄິດເອົາເອງວ່າຕ້ອງຂຽນ Johnron ເພາະມີບາງຄົນນັ້ນ ອາດຂຽນ Johnsson ກໍເປັນໄດ້.
     ຈານແຍ່ຂໍຍົກເອົາບັນຫານີ້ມາແລກປ່ຽນກໍເພື່ອໃຫ້ວົງການສື່ຂອງພວກເຮົາເອົາໃຈໃສ່ຂຽນ ແລະ ສະກົດຊື່ຄົນລາວ, ຄົນຕ່າງປະເທດເປັນພາສາຕ່າງປະເທດໃຫ້ຖືກຕ້ອງ ແລະ ເປັນເອກະພາບເພື່ອຄວາມເປັນມືອາຊີບດ້ານວິຊາການທັງເປັນການ ເພີ່ມສັດທາໃຫ້ວົງການສື່ຂອງພວກເຮົາໃນຍຸກເຊື່ອມໂຍງນີ້ອີກດ້ວຍ.

No comments:

Post a Comment