Ad

Ad

30 September 2014

ປກສ ຈຳປາສັກຈັບຂະບວນ ການຕົ້ມຕຸນຕົວອັນຕະລາຍມາດຳເນີນຄະດີ

      ພາຍຫລັງໄດ້ຮັບແຈ້ງຈາກ ຜູ້ທີ່ຕົກເປັນເຫຍື່ອຫລາຍລາຍວ່າໄດ້ມີຂະບວນການຕົ້ມຕຸນຈຳນວນໜຶ່ງມາເຄື່ອນໄຫວຕົວະ ຍົວະເອົາຊັບສີນເງິນຄຳຂອງປະຊາຊົນໄປເປັນຈຳນວນຫລາຍ ແລ້ວ, ໂດຍແອບອ້າງວ່າເປັນພະນັກງານບໍລິສັດເຄື່ອງດາວຢູ່ ເມືອງປາກເຊ, ແຂວງຈຳປາ ສັກ. ຕໍ່ສະພາບດັ່ງກ່າວເຈົ້າໜ້າທີ່ ປກສ ແຂວງຈຶ່ງໄດ້ຈັດກຳລັງລົງ ຕິດຕາມ ແລະ ສາມາດຈັບຕົວ ຂະບວນການດັ່ງກ່າວມາດຳເນີນ ຄະດີໂດຍໄດ້ຜູ້ຕ້ອງຫາຄື: ທ້າວ ເຕື່ອຍ ອາຍຸ 29 ປີ ແລະ ນາງ ວິໄລພອນ ອາຍຸ 24 ປີທັງ ສອງເປັນຜົວເມຍກັນຢູ່ບ້ານມີໄຊ, ເມືອງຄົງເຊໂດນ, ແຂວງສາລະ ວັນ,ໂດຍທັງສອງຮັບສາລະພາບວ່າ: ໃນປີ 2014 ໄດ້ຮ່ວມ ກັນເຄື່ອນໄຫວຕົວະຍົວະເອົາຊັບສີນຂອງປະຊາຊົນມາແລ້ວຫລາຍ ເຖິງ 17 ຄັ້ງໃນຫລາຍແຂວງ ເຊັ່ນ: ສະຫວັນນະເຂດ, ສາ ລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ແລະ ໄດ້ຊັບສີນໄປ ຫລາຍກວ່າ 200 ລ້ານກີບ, ໂດຍ ແຕ່ລະຄັ້ງໃຊ້ຮູບການ ຫລອກລວງວ່າ: ພວກຕົນເປັນພະນັກງານມາຈາກບໍລິສັດເຄື່ອງດາວ ຕັ້ງໃໝ່ຢູ່ເມືອງປາກເຊ, ເຊິ່ງໃຫ້ ບໍລິການປ່ອຍສີນຄ້າ
ເຄື່ອງດາວປະເພດພາຫານະ ແລະ ກົນຈັກຕ່າງໆໂດຍສະເພາະແມ່ນຈ່າວ ຂາຍລົດໄຖນາແບບບໍ່ມີດອກ ເບ້ຍ, ແຕ່ລູກຄ້າຜູ້ທີ່ ຈະເອົາຕ້ອງໄດ້ມັດຈຳເງິນໄວ້ນຳພວກກ່ຽວກ່ອນຈຳນວນ 3 ລ້ານກີບ, ຫລັງ ຈາກນັ້ນກໍໃຊ້ອຸບາຍຊັກຊວນລູກຄ້າໄປເບິ່ງສີນຄ້າ ຢູ່ຕະຫລາດແລ້ວສວຍໂອກາດເອົາຕົວຫລົບໜີຈຶ່ງຖືກເຈົ້າໜ້າທີ່ນຳຈັບຕົວມາດຳເນີນຄະດີ.

No comments:

Post a Comment