Ad

Ad

29 September 2014

ອົງຄະນະພັກກະຊວງ ຖວທ ເປີດຂະບວນການແຂ່ງຂັນສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ IV



     ໃນວັນທີ 26 ກັນຍານີ້, ຢູ່ກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ, ໄດ້ມີພິທີເປີດຂະບວນການແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມ ໃຫຍ່ຄັ້ງທີ IV ຂອງອົງຄະ ນະພັກກະຊວງ (ຖວທ) ໂດຍມີ ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ວ່າການກະຊວງ ຖວທ ແລະ ມີ ຄະນະປະຈຳພັກ, ລັດຖະ ມົນຕີຊ່ວຍວ່າການເຂົ້າ ຮ່ວມ.
      ທ່ານ ຈະເລີນ ວາລິນທະລາສັກ ຄະນະພັກ ລັດຖະມົນຕີຊ່ວຍວ່າການກະຊວງ (ຖວທ) ທັງເປັນຫົວໜ້າອະນຸກຳມະ ການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ (ຖວ ທ) ໄດ້ຂຶ້ນຜ່ານເນື້ອໃນຂໍ້ ແຂ່ງຂັນໂດຍມີຈຸດສຸມໃຫ້ຄະນະພັກທຸກຂັ້ນຕ້ອງມີການແຂ່ງຂັນກັນປັບປຸງ ແລະ ສ້າງໃຫ້ສະມາຊິກພັກ, ພະນັກງານ-ລັດຖະ ກອນທີ່ຢູ່ໃຕ້ການນຳພາຂອງຕົນມີຄວາມສະຫງົບ, ອຸ່ນອ່ຽງທຸ່ນ ທ່ຽງ, ຕັ້ງໜ້າປະຕິບັດວຽກງານ ແລະ ມະຕິຄຳສັ່ງຕ່າງໆຂອງ
ຂັ້ນເທິງວາງອອກທັງຮັກສາຄວາມສາມັກຄີພາຍໃນເປັນເອກະພາບ ແລະ ນອກຂະແໜງການດ້ວຍບັນຍາກາດຫ້າວຫັນມ່ວນ ຊື່ນ, ຕັ້ງໜ້າປະຕິບັດວິຊາສະເພາະໃຫ້ບັນລຸຕາມຕົວເລກຄາດໝາຍທີ່ກົມກອງວາງອອກ,ຕັ້ງໜ້າປັບປຸງກໍ່ສ້າງໜ້ວຍພັກເຂັ້ມ ແຂງຮູ້ນຳພາຮອບດ້ານ ແລະສູ້ຊົນຂະຫຍາຍສະມາຊິກພັກໃໝ່ໃຫ້ໄດ້ຕາມຕົວເລກຄາດໝາຍຂອງແຕ່ລະໜ່ວຍພັກວາງອອກ, ຕັ້ງໜ້າປັບປຸງການຈັດຕັ້ງບັນດາກົມ, ອົງການ, ສະຖາບັນ, ກອງວິຊາການຕ່າງໆໃຫ້ມີຄຸນນະພາບ ແລະ ປະສິດທິຜົນ, ບັນຈຸ ສັບຊ້ອນພະນັກງານເຂົ້າໃສ່ຕຳແໜ່ງງານຂອງກົງຈັກການຈັດຕັ້ງໃຫ້ສຳເລັດຕາມແຜນທີ່ ວາງໄວ້, ຊຸກຍູ້ອົງການຈັດຕັ້ງມະຫາ ຊົນດຳເນີນການເຄື່ອນໄຫວຕາມພາລະບົດບາດຂອງຕົນ, ເຂົ້າຮ່ວມຂະບວນການ ວຽກງານປ້ອງກັນຄວາມສະຫງົບ, ຈັດສັນ ຄວາມເປັນລະບຽບຮຽບຮ້ອຍໃນສຳນັກງານອົງການ, ເປັນເຈົ້າການຈັດຕັ້ງຂະບວນການກິລາກາຍະກຳ ແລະ ສິລະປະວັນນະ ຄະດີໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນຢ່າງຕໍ່ເນື່ອງ ແລະ ປຸກລະດົມທຸກພາກສ່ວນອ້ອມຂ້າງກະຊວງ (ຖວທ) ເຂົ້າຮ່ວມ ກິດຈະກຳການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງລຸ້ນອາວຸໂສ, ຊາວໜຸ່ມ, ແມ່ຍິງເພື່ອຊີງຂັນລັດຖະມົນຕີວ່າການກະ ຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ.
     ໂອກາດດັ່ງກ່າວທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ກໍໄດ້ໃຫ້ທິດຊີ້ນຳໂດຍເນັ້ນໃຫ້ບັນດາຄະນະພັກຮາກຖານ, ຄະນະ ໜ່ວຍພັກ ແລະ ສະມາຊິກພັກອ້ອມຂ້າງກະຊວງ (ຖວທ) ນຳເອົາຂໍ້ແຂ່ງຂັນດັ່ງກ່າວໄປຈັດຕັ້ງປະຕິບັດ, ແບ່ງຄວາມຮັບຜິດ ຊອບຊີ້ນຳຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຕ່າງໆທີ່ໄດ້ກຳນົດໄວ້ຢ່າງໃກ້ຊິດ ແລະ ໃຫ້ມີຜົນສຳເລັດຢ່າງ ຈົບງາມ ແລະ ເປີດບັ້ນແຂ່ງຂັນສ້າງຂະບວນການຕ້ອນຮັບກອງປະຊຸມດັ່ງກ່າວຢ່າງເປັນທາງການ.

No comments:

Post a Comment