Ad

Ad

29 September 2014

ອຸດົມໄຊມີຄວາມພ້ອມແລ້ວສຳລັບງານມະຫະກຳກິລາແຫ່ງຊາດຄັ້ງທີ X



     ໃນວັນທີ 25 ກັນຍາຜ່ານມາ, ຢູ່ໂຮງແຮມລ້ານຊ້າງນະຄອນຫລວງວຽງຈັນ, ໄດ້ຈັດພິທີຖະແຫລງຂ່າວກ່ຽວກັບຄວາມພ້ອມໃນການຈັດງານມະຫະກຳກິລາແຫ່ງ ຊາດຄັ້ງທີ X ຢູ່ແຂວງອຸດົມໄຊ, ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ພັນຄຳ ວິພາ ວັນ ຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳຫລ້າ ລີ້ງ ນະສອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະຮັບຜິດຊອບຈັດ ງານດັ່ງກ່າວ, ຜູ້ອຳນວຍການບໍລິສັດ, ຫ້າງຮ້ານຕ່າງໆທີ່ໃຫ້ການອຸປະຖຳເຂົ້າຮ່ວມ ເປັນຈຳນວນຫລາຍ.
     ທ່ານເຈົ້າແຂວງອຸດົມໄຊ ລາຍງານວ່າ:  ມະຫະກຳກິລາແຫ່ງຊາດຄັ້ງທີ X ຈັດຂຶ້ນເພື່ອເປັນການພັດທະນາກິລາລາວຕາມ ແນວທາງນະໂຍບາຍຂອງພັກ-ລັດ ແລະ ທັງເປັນການທົດສອບກຳລັງກິລາລາວເພື່ອເຂົ້າຮ່ວມແຂ່ງຂັນໃນກິລາອະນຸພາກພື້ນ ແລະ ສາກົນ ພ້ອມນັ້ນຍັງເປັນການເຕົ້າໂຮມຄວາມສາມັກຄີບັນດາເຜົ່າໃນທົ່ວປະເທດ, ໂດຍຜ່ານການຈັດງານມະຫາກຳກິລາ ແຫ່ງຊາດໃຫ້ເປັນກິລາເພື່ອສຸຂະພາບ, ມິດຕະພາບ ແລະ ເພື່ອການພັດທະນາ.

      ມະຫະກຳກິລາແຫ່ງຊາດແມ່ນການຈັດຕັ້ງແຂ່ງຂັນກິລາທີ່ມາຈາກທຸກແຂວງ, ນະຄອນ ຫລວງກະຊວງ ແລະ ຂະແໜງ ການຕ່າງໆໃນທົ່ວປະເທດ. ການແຂ່ງຂັນຈະໄດ້ຈັດຂຶ້ນໃນ ທຸກໆ 3 ປີ, ໂດຍແຕ່ລະແຂວງ ຈະໄດ້ຜັດປ່ຽນກັນເປັນເຈົ້າພາບ, ເຊິ່ງໃນປີນີ້ແມ່ນແຂວງອຸດົມໄຊ ໄດ້ຮັບກຽດເປັນເຈົ້າພາບທີ່ຈະ ຈັດຂຶ້ນໃນລະຫວ່າງວັນທີ 13-21 ທັນວາທີ່ຈະມາເຖິງນີ້, ຊຶ່ງໄດ້ກຳນົດເອົາ 25 ປະເພດກິລາເຂົ້າ ຮ່ວມແຂ່ງຂັນ ແລະ ລວມມີ 328 ລາຍການ, ຊຶ່ງໄດ້ກຳນົດເອົາຫລຽນທັງໝົດຈຳ ນວນ 3.327 ຫລຽນເຊັ່ນ: ມີຫລຽນຄຳ 1.009 ຫລຽນ, ຫລຽນເງິນ 1.009 ຫລຽນ ແລະ ຫລຽນທອງ 1.909 ຫລຽນ ແລະ ສຳລັບລາຍການທີ່ ຈະສະແດງມື້ເປີດມີ 5 ລາຍການ, ມື້ປິດ 2 ລາຍການ. ພ້ອມນັ້ນ ໄດ້ກຳນົດເອົາເຄື່ອງໝາຍໂລໂກ ຂອງງານແມ່ນພະທາດລັດຕະ ນະມິ່ງເມືອງຂອງແຂວງອຸດົມໄຊ ແລະ ສັດນຳໂຊກແມ່ນໂຕມ້າ, ຊຶ່ງເປັນສັນຍາລັກເຖິງຄວາມ ແຂງແຮງ, ວ່ອງໄວ ແລະ ສວຍງາມເປັນສັດຄູ່ບ້ານຄູ່ເມືອງຂອງປະຊາຊົນລາວມາແຕ່ໃດໆ.
     ໃນງານຖະແຫລງຂ່າວ ດັ່ງກ່າວຍັງມີບັນດາບໍລິສັດ, ວິສາຫະກິດທັງພາກລັດ ແລະ ເອ ກະຊົນ, ນັກທຸລະກິດ, ພໍ່ຄ້າຊາວ ຂາຍທີ່ໄດ້ປະກອບສ່ວນສະໜັບສະໜູນເຂົ້າໃນງານມະຫະກຳກິລາແຫ່ງຊາດໃນຄັ້ງນີ້ຫລາຍກວ່າ 3 ຕື້ກີບແລ້ວ.

No comments:

Post a Comment