Ad

Ad

29 September 2014

65 ປີ ສປ.ຈີນ ໄດ້ຮັບບົດຮຽນອັນລ້ຳຄ່າຫລາຍຢ່າງໃນການພັດທະນາປະເທດ



    ໃນໂອກາດສະເຫລີມສະຫຼອງ ວັນສະຖາປະນາ ສປ ຈີນ ຄົບ ຮອບ 65 ປີ, ວັນທີ 1 ຕຸລາທີ່ຈະມາເຖິງໃນຕອນເຊົ້າວັນທີ 25 ກັນຍານີ້, ທ່ານ ກົ່ວ ຮົວປິງ (Guan Houabing) ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດ ເຕັມແຫ່ງ ສປ. ຈີນ ປະຈຳ ສປປ ລາວ, ໄດ້ ໃຫ້ກຽດເປີດການຖະ ແຫລງຂ່າວຂຶ້ນ, ຢູ່ສະຖານທູດ ຂອງຕົນທີ່ນະຄອນຫລວງວຽງ ຈັນເພື່ອຊີ້ແຈງ ຜົນສຳເລັດຮອບດ້ານໃນການສ້າງສາພັດທະນາປະເທດຊາດພາຍໃຕ້ການຊີ້ນຳ- ນຳພາຂອງພັກກອມມູນິດຈີນ ຕະຫລອດໄລຍະ 65 ປີຜ່ານມາ ແລະ ຜ່ານຈາກໄຊຊະນະດັ່ງກ່າວ ປະຊາຊົນຈີນໄດ້ຮັບບົດຮຽນອັນລ້ຳຄ່າຫລາຍ ຢ່າງໃນຂະບວນວິວັດດັ່ງກ່າວ.
    ທ່ານເອກອັກຄະລັດຖະທູດຊີ້ແຈງວ່າ: ບົດຮຽນອັນທີໜຶ່ງການພັດທະນາແມ່ນລູກກຸນແຈ ທີ່ໄຂບັນຫາທຸກປະການຂອງປະ ເທດຈີນ, ອັນທີສອງແມ່ນການປະຕິຮູບ ແລະ ເປີດປະຕູສູ່ພາຍ ນອກແມ່ນກຳລັງແຮງທີ່ບໍ່ຢຸດຢັ້ງຂອງການພັດທະນາ ແລະ ອັນທີ ສາມແມ່ນຄວາມໝັ້ນຄົງມີຄວາມຮັບປະກັນ ແລະ ເປັນພື້ນ ຖານເບື້ອງຕົ້ນຂອງການພັດທະນາ ແລະ ແມ່ນບົດຮຽນ ຂອງປະຊາຊົນຈີນພາຍໃຕ້ການຊີ້ນຳ-ນຳພາຂອງພັກກອມມູນິດຈີນ.
     ທ່ານທູດກ່າວວ່າ: ຈີນເປັນ ປະເທດທີ່ກຳລັງພັດທະນາມີພົນ ລະເມືອງທັງໝົດ 1,3 ຕື້ຄົນ ແລະ ໃນຜ່ານມາ ສປ.ຈີນ
ໄດ້ຜະເຊີນ ໜ້າກັບບັນຫາຕ່າງໆເປັນຕົ້ນ ບັນຫາຄວາມບໍ່ດຸ່ນດ່ຽງ, ບໍ່ປອງດອງກົມກຽວ ແລະ ຄວາມບໍ່ຍືນຍົງໃນການພັດທະ ນາ. ສະ ນັ້ນຈີນຕ້ອງໄດ້ລົງເລິກປະຕິ ຮູບຮອບດ້ານ, ເປີດກວ້າງການເປີດປະຕູສູ່ພາຍນອກ, ປ່ຽນຮູບ ແບບພັດທະນາເສດຖະ ກິດ, ປັບ ປຸງໂຄງປະກອບເສດຖະກິດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ປົກປັກຮັກສາສະພາບ ແວດລ້ອມລະບົບນິ ເວດ ແລະ ເຮັດໃຫ້ປະຊາຊົນຈີນມີຄວາມໝັ້ນໃຈຕໍ່ອະນາຄົດເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຕົນໄດ້ສ້າງໂອກາດສຳ ຄັນໃຫ້ແກ່ທົ່ວໂລກກໍຄືປະເທດອ້ອມຂ້າງຂອງຕົນພ້ອມນັ້ນປະຊາຊົນຈີນສູ້ຊົນເພື່ອບັນລຸຄວາມໄຝ່ຝັນຂອງຕົນກໍຄືປະເທດ ຊາດໃຫ້ມີຄວາມຈະເລີນເຂັ້ມແຂງ, ຊາດຮຸ່ງເຮືອງສີວິໄລ ແລະ ປະຊາຊົນມີຄວາມຜາສຸກເພື່ອສັນຕິພາບ ແລະ ການພັດທະນາ. ພວກຂ້າພະເຈົ້າຈະສືບຕໍ່ຢຶດໝັ້ນການພັດທະນາໂດຍສັນຕິແນໃສ່ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກ ພື້ນ ແລະ ສາກົນຢ່າງສະເໝີຕົ້ນສະເໝີປາຍ.
     ທ່ານທູດຍັງໄດ້ຊີ້ໃຫ້ເຫັນຜົນສຳເລັດອັນໃຫຍ່ຫລວງຂອງສປ. ຈີນ ຕະຫລອດ 65 ປີ ຜ່ານມາ, ຊຶ່ງມັນສະແດງອອກ ໃຫ້ຊາວໂລກເຫັນຢ່າງປະຈັກຕາໃນການປູພື້ນຖານເຂັ້ມແຂງແກ່ການ ສ້າງສາສັງຄົມໃຫ້ອິ່ມໜຳສຳລານຢ່າງຮອບດ້ານ ໃນນີ້ ຍອດ ມູນຄ່າລວມຂອງເສດຖະກິດຈີນເລີ່ມຈາກ 100 ຕື້ໂດລາສະຫະລັດ ໃນໄລຍະເລີ່ມຕົ້ນຂອງການສະຖາປະນາ ສປ.ຈີນ ໄດ້ບັນລຸເຖິງ 9.300 ຕື້ໂດລາສະຫະລັດໃນປີ 2013, ຢືນຢູ່ອັນດັບທີ 2 ຂອງ ໂລກ ແລະ ຄາດວ່າມູນຄ່າລວມຂອງເສດຖະ ກິດຈີນປີນີ້ຈະບັນລຸໄດ້ເຖິງ 10 ພັນຕື້ໂດລາສະຫະລັດ, ຄິດສະເລ່ຍ 3.500 ໂດລາສະຫະລັດ/ຄົນ ແລະ ຄາດວ່າໃນ ອະນາ ຄົດຈຸບັນລຸໄດ້ 6.800 ໂດ ລາສະຫະລັດ, ເຊິ່ງມາຮອດປັດຈຸບັນໄດ້ເພີ້ມຂຶ້ນ 200 ເທົ່າ. ໃນຖານະເປັນປະເທດກຳລັງພັດທະ ນາທີ່ໃຫຍ່ທີ່ສຸດຂອງຈີນກໍໄດ້ ສ້າງຜົນປະໂຫຍດແກ່ການພັດ ທະນາຂອງທົ່ວໂລກນຳອີກ. ປະເທດຈີນໄດ້ເປັນຄູ່ຮ່ວມການຄ້າ ທີ່ໃຫຍ່ທີ່ສຸດຂອງ 120 ປະເທດທຸກປີໄດ້ນຳເຂົ້າສິນຄ້າທີ່ມີມູນຄ່າສູງເຖິງ 2.000 ຕື້ໂດລາສະຫະລັດ, ສາມາດປະກອບສ່ວນ ເຂົ້າໃນການເພີ່ມຂຶ້ນຂອງເສດຖະກິດໂລກ 30%, ສ້າງວຽກເຮັດງານທຳ ແລະ ການລົງທຶນແກ່ຄູ່ຮ່ວມການຄ້າໃນທົ່ວໂລກ. ໃນ 5 ປີຕໍ່ ໜ້າຍອດມູນຄ່າການລົງທຶນຂອງປະເທດຈີນຕໍ່ຕ່າງປະເທດຈະໃຫ້ບັນລຸໄດ້ 500 ຕື້ໂດລາສະຫະລັດ. ຮອດປີ 2020 ນັກທ່ອງທ່ຽວຈີນ ຈະອອກໄປຕ່າງປະເທດຄາດວ່າຈະບັນລຸ 200 ລ້ານເທື່ອຄົນ ຈາກ 100 ລ້ານເທື່ອຄົນໃນປັດຈຸບັນ.
     ສຳລັບການພົວພັນສອງປະເທດຈີນ-ລາວທ່ານທູດໄດ້ຕີລາຄາວ່າ: ໃນໄລຍະ 53 ປີທີສອງ ປະເທດໄດ້ສ້າງຕັ້ງສາຍພົວພັນ ທາງການທູດນຳກັນເປັນຕົ້ນມາ, ສາຍພົວພັນຈີນ-ລາວໄດ້ມີຂະບວນການພັດທະນາທີ່ບໍ່ທຳມະດາ, ບໍ່ວ່າຈະຢູ່ໃນໄລຍະການຕໍ່ ສູ້ກູ້ຊາດຂອງປະເທດລາວເພື່ອ ຍາດແຍ່ງຄວາມເປັນເອກະລາດຂອງຊາດກໍຄືໃນໄລຍະສ້າງສາພັດທະນາປະເທດຊາດຂອງຕົນ, ປະຊາຊົນສອງຊາດກໍໄດ້ຄຽງບ່າຄຽງໄລ່ກັນສະໜັບສະໜູນ ເຊິ່ງກັນ ແລະ ກັນ ບົດພື້ນຖານແຫ່ງໄມຕີຈິດບ້ານໃກ້ເຮືອນ ຄຽງ, ເຊິ່ງມັນສະແດງອອກຢູ່ໃນຄຳເຫັນຂອງທ່ານ ຊິ ຈິນພິງ ປະທານປະເທດ ສປ. ຈີນ ໃນເວລາພົບປະກັບ ທ່ານ ຈູມມະລີ ໄຊຍະ ສອນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວປະທານປະເທດແຫ່ງ ສປປ ລາວ ລະຫວ່າງ ການຢ້ຽມຢາມ ສປ. ຈີນ ປີ 2013 ວ່າ: ສາຍພົວພັນຈີນລາວບໍ່ແມ່ນສາຍພົວພັນແບບທຳມະດາແຕ່ແມ່ນຄູ່ຮ່ວມຊະຕາກຳທີ່ມີ ຜົນປະໂຫຍດຮ່ວມກັນຢ່າງ ກວ້າງຂວາງ, ຝ່າຍຈີນຈະສຸມ ໃສ່ເສີມຂະຫຍາຍສາຍພົວພັນຄູ່ ຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວທີ່ມີລັກສະນະໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ສ້າງຜົນປະໂຫຍດໃຫ້ແກ່ກັນ. ນັບແຕ່ຕົ້ນປີມານີ້ການນຳພັກ- ລັດລາວ ທ່ານ ຈູມມະລີ ໄຊຍະ ສອນ ປະທານປະເທດ, ທ່ານ ທອງສິງ ທຳມະວົງ ນາຍົກລັດ ຖະມົນຕີ, ທ່ານ ບຸນຍັງ ວໍລະ ຈິດ ຮອງປະທານປະເທດກໍໄດ້ຢ້ຽມຢາມປະເທດຈີນກໍຄືເຂົ້າຮ່ວມ ກອງປະຊຸມສຳຄັນຢູ່ປະເທດຈີນ ແລະ ທ່ານ Chang Wanquan ທີ່ປຶກສາລັດລັດຖະມົນຕີວ່າການ ປ້ອງກັນປະເທດຈີນກໍໄດ້ຢ້ຽມ ຢາມປະເທດລາວການພົບປະ ແລະ ແລກ ປ່ຽນຢ້ຽມຢາມຢ່າງ ສະໜິດສະໜົມລະຫວ່າງການນຳຂັ້ນສູງດັ່ງກ່າວໄດ້ເພີ່ມທະວີກຳລັງແຮງແກ່ການຮ່ວມມືໃນຂົງເຂດ ຕ່າງໆໃຫ້ນັບມື້ໜັກແໜ້ນຍິ່ງຂຶ້ນ.

No comments:

Post a Comment