Ad

Ad

29 September 2014

ໂຮງງານ​​ແປ້ງ​ມັນຕົ້ນ​ລາວ​ອິນ​ໂດ​ໄຊ​ນາ​ສົ່ງ​ກີ່ນ​ເໝັ່ນ​ຮຸນແຮງໃຜຈະເປັນຜູ້ຮັບຜິດຊອບ



    ພາຍຫລັງທີ່​ໂຮງງານ​ຜະລິດ​ແປ້ງ​ມັນຕົ້ນ​ລາວ​ອິນ​ໂດ​ໄຊ​ນາທີ່ຕັ້ງ​ຢູ່ບ້ານ​ນາຊອນເມືອງ​ປາກງື່ມ ນະຄອນຫລວງວຽງ ຈັນ ​ໄດ້​ຜະ​ເຊີນວິ​ກິດທາງ​ດ້ານ​ການ​ເງິນຢ່າງ​ໜັກ​ໜ່ວງ​ນັບ​ແຕ່​ທ້າຍ​ປີ 2013 ​ເປັນຕົ້ນ​ມາຈຶ່ງ​ເຮັດ​ໃຫ້​ເຈົ້າ​ຂອງ​ໂຮງງານ​ຕັດ​ສີນ​ໃຈ​ຢຸດ​ຕິ ການ​ເຄື່ອນ​ໄຫວ​ພາຍ​ໃນ​ໂຮງງານຕັ້ງ​ແຕ່​ນັ້ນມາ,​ ແຕ່​ປັດ ຈຸບັນ​ອ່າງ​ເກັບ​ນ້ຳ​ເປື້ອ​ນພາຍ​ໃນ​ໂຮງງານຍັງສົ່ງ​ກິນ​ເໝັນ​ຮຸນ​ແຮງສ້າງ​ຄວາມ​ເດືອນ​ຮ້ອນ​ໃຫ້​ກັບ​ປະຊາຊົນ​ອາ​ໄສ​ຢູ່​ໃກ້​ຄຽງ ແລະ ຜູ້ຜ່ານ​ໄປມາບໍລິ​ເວນ​ເສັ້ນ ທາງ​ດັ່ງກ່າວ ແລະ ແມ່ນໃຜຈະ ເປັນຜູ້ ຮັບຜິດຊອບແກ້ໄຂ.
    ທ່ານ ​ແຊວ ນາຍບ້ານ​ນາທາມ ​​ໃຫ້​ຮູ້​​ເມື່ອ​ບໍ່​ດົນ​ນີ້ວ່າ: ຄວາມຈິງ​ແລ້ວ​ສະພາບ​ກິ່ນ​ເໝັນ​ຈາກ​ໂຮງງານ​​ແຫ່ງ​ນີ້, ແມ່ນ​ເກີດ​ມີນັບ​​ແຕ່​ໂຮງງານ​ເລີ່​ມການຜະລິດ​ແປ້ງ ແລະ ທັງ​ມີ​ນ້ຳ​ເປື້ອນ​ໄຫລອອກ ຈາກໂຮງງານ​ລົງສູ່ຫ້ວຍ​ນ້ຳສຳ ຄັນ​ຫລາຍ​ສາຍ​ອັນ​ກໍ​ໃຫ້​ເກີດ​ມີ​ສະພາບ​ປາ​ໃນ​ໜອງ​ນ້ຳ​ທຳ​ມະ​ຊາດ​ຕາຍ​ເປັນ​ຈຳນວນ​ຫລາຍ,​ຫລັງ​ຈາ​ກນັ້ນ,​ ປະຊາຊົນພາຍ​ໃນ​ບ້ານ ​ແລະ ບ້ານ​ໃກ້​ຄຽງ​ໄດ້ ສະ​ເໜີ​ຕໍ່​ອຳນາດ​ການ​ປົກຄອງ​ເມືອງ, ນະຄອນຫລວງ ​ແລະ ພາກສ່ວນ​ກ່ຽວ​ຂ້ອງລົງຊຸກຍູ້​ໃຫ້​ເຈົ້າ​ຂອງ​ໂຮ​ງງານ​ມີ​
ຄວາມ​ຮັບ​ຜິດ ຊອບ​ຕໍ່​ສະພາບ​ເກີດ​ຂຶ້ນ ​ແລະ ປັບປຸງ​ລະບົບ​ອ່າງ​ເກັບນ້ຳ​ເປືອ​ນ​ໃຫ້ມີ​ມາດຕະຖານດີກ່ອນ​ປ່ອຍລົງ​ສູ່​ຫ້ວຍ​ນ້ຳ​ທຳ​ມະ​ຊາດ​ໄດ້, ຊຶ່ງ​ບໍລິສັດກໍ​​ໄດ້​​ລົງທຶນ​​ປັບປຸງ​ລະ ບົບ​ອ່າງ​ເກັບ​ນ້ຳ​ຄືນ​ໃໝ່ ​ແລະ ປາ​ກົດ​ວ່າ​​ເບື້ອງຕົ້ນ​ສະພາບ​ກິ່ນ​ເໝັນ​ ​ແລະ ບັນຫານ້ຳ​​ເປືອ​ນ​ໄດ້​ຫລຸດ ຜ່ອນ​ລົງ, ແຕ່ຕົກ​ມາຮອດ​ປີ 2013 ຈົນ​ເຖິງ​ປັດຈຸບ​ັນ,​ ປາກົດ​ວ່າໂຮງງານ​ໄດ້​ຢຸດຕິ​ການ​​ເຄື່ອນ​ໄຫວ​​ຈຶ່ງ​ເຮັດ​ໃຫ້​ເກີດ​ມີ​ສະພາບ​ນ້ຳ​​ເປື້ອນໃນ​ອ່າງບຳບັດ​ຂາດ​ການ​ຄວບ​ຄຸມແລ້ວ​ສົ່ງ​ກິນ​ເໝັນ​ຮຸນ​ແຮງຄື​ດັ່ງກ່າວ ​ແລະ ຕໍ່​ບັນ​ຫານີ້ຜ່ານ​ມາອຳນາດ​ການ​ປົກຄອງ​ບ້ານ ​ແລະ ບ້ານ​ໃກ້​ຄຽງ​ກໍ​ເຄີຍ​ສະ​ເໜີ​ຫາ​ອຳນາດ​ການ​ປົກຄອງຂັ້ນເມືອງ, ນະຄອນຫລວງ​ ແລະ ປະຊຸມຮ່ວມກັນ ຫລາຍ​ຄັ້ງ​​ເພື່ອ​ຫາ​ວິທີ​​ແກ້​ໄຂ​ບັນ ຫາ​ດັ່ງກ່າວ,​ ແຕ່​​ປະກົດ​ວ່າ​ບໍ່​ມີຄວາມ​ຄືບ​ໜ້າ​ແນວ​ໃດ ແລະ ຕໍ່ ບັນຫານີ້ແມ່ນໃຜຈະເປັນຜູ້ຮັບ ຜິດຊອບ ແລະ ເບື້ອງອຳນາດການປົກຄອງກໍຕ້ອງເປັຍເຈົ້າການ ແລະ ມີມາດຕະການເດັດຂາດຕໍ່ຜູ້ລະເມີດຈຶ່ງຈະເຮັດໃຫ້ ສະພາບດັ່ງກ່າວລະງັບລົງໄດ້.​

No comments:

Post a Comment