Ad

Ad

29 September 2014

ຢູນິເທວ (Unitel) ເປີດໃຫ້ບໍລິການທະນາຄານເທິງມືຖື (Bank plus)



        ວັນທີ 26 ກັນຍານີ້ບໍລິສັດ ສະຕາຣໂທລະຄົມຫຼື Unitel ໄດ້ຈັດພິທີເປີດໃຫ້ ບໍລິການທະນາຄານ ເທິງມືຖື ( Bank plus ) ຂຶ້ນ, ຢູ່ໂຮງແຮມລາວພລາຊາ ນະ ຄອນຫຼວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງ ທ່ານ ຮ່ວງວັນ ລວນ ອຳນວຍການ ໃຫຍ່ບໍລິສັດຢູນິເທວ, ທ່ານ ເລກວກນາມ ອຳນວຍການທະນາຄານຫວຽດຕິນແບັງ ພ້ອມດ້ວຍຜູ້ຕ່າງໜ້າ ຈາກທະນາຄານ, ໂທລະ ຄົມມະນາຄົມ ແລະ ລູກຄ້າເຂົ້າ ຮ່ວມເປັນຈຳນວນຫຼາຍ.
         ທ່ານອຳນວຍການໃຫຍ່ ຢູນີເທວ ກ່າວວ່າ: Bank plus ຫຼື ທະນາຄານເທິງມືຖືເປັນການບໍລິການໃໝ່ ແລະ ເປັນທາງ ເລືອກ​ໃໝ່ສຳລັບລູກຄ້າຂອງຢູນິເທວ, ເປັນບໍລິການ​ທີ່​ສະດວກ​ບໍ່ຈຳ ເປັນຕ້ອງເຊືອມຕໍອິນເຕີເນັດໃຫ້ ກັບໜ່ວຍໂທລະສັບ, ພຽງແຕ່ນຳໃຊ້ລະບົບລະຫັດສັ້ນເມື່ອລົງທະ ບຽນບໍລິການເທົ່ານັ້ນ. ລູກຄ້າ ຂອງຢູນິເທວກໍສາມາດປະຕິບັດ ໄດ້ຕາມຄວາມ ຕ້ອງການຄືໂອນເງິນຈາກບັນທະນາຄານ, ຊຳລະຄ່່າໂທລະສັບ ແລະ ກວດ ຍອດເງິນໃນບັນຊີ, ​ໂດຍ​ການ ຮ່ວມມືກັບທະນາ
ຄານຫວຽດຕິນແບັງ, ຊຶ່ງ​​ເບື້ອງ​ຕົ້ນ​ຈະສະໜອງບໍລິການນີ້ໃນນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ, ຫຼັງຈາກນັ້ນຈຶ່ງ ຈະຂະຫຍາຍອອກ​ໄປໃນຂອບເຂດທົ່ວປະເທດ.
   ທ່ານອຳນວຍການກ່າວວ່າ: ໃນຕໍ່ໜ້າຢູນິເທວຈະສືບຕໍ່ຮ່ວມມືກັບທະນາຄານອື່ນໆອີກ, ເພື່ອອຳນວຍຄວາມສະດວກໃຫ້ ແກ່ລູກຄ້າຂອງຢູນີເທວ, ຜ່ານ​ບໍລິການ Bank plus ມີຄື ໂອນ​ເງິນ​ຜ່ານໂທລະສັບ ​ແລະ ​​ໃນ​ໃຊ້​ເຂົ້າ​ໃນ​ການຊຳລະ​ຄ່າ​ບໍລິການ ຕ່າງໆ, ຜ່ານ​ບັນຊີ​ທະນາຄານ​ຫວຽດຕິນ​ແບັງ.

No comments:

Post a Comment