Ad

Ad

29 September 2014

ຊຳ​ຊຸງຮ່ວມ​ກັບ​ຄະນະ​ວິສະວະກຳ​ສາດເປີດ​ໂຄງການ Tech Institute season II 2014



      ​ໃນ​ວັນ​ທີ 26 ກັນຍາ​ນີ້, ບໍລິສັດ​ ໄທ ຊຳ​ຊຸງ ​ເອ​ເລັກ​ໂຕຣ ນິກ ຈຳກັດ ​ຮ່ວມ​ກັບ​ຄະນະ​ວິສະ ວະກຳ​ສາດ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ໄດ້​ເປີດ​ໂຄງການ Tech Institute season II 2014 by Sumsung ຂຶ້ນ ຢູ່ຄະນະ​ດັ່ງ ກ່າວ ​ໂດຍ​ການ​ເຂົ້າ ຮ່ວມ​ຂອງ​ທ່ານ ບົວ​ລິນ ຊ້ອຍ​ສຸວັນ ຄະນະ​ບໍ ດີ​ຄະນະ​ວິສະວະກຳ​ສາດມະຫາ ວິທະຍ​າ​ໄລ​ແຫ່ງ​ຊາດ, ທ່ານ ປະ​ພາດ ຣັດຕະ ນະພາ​ດ ຜູ້ຕາງໜ້າ ບໍລິສັດ ​ໄທ​ ຊຳ​ຊຸງ ​ເອ​ເລັກ​ໂຕຣ ນິກ ຈຳກັດ ປະຈຳ​ປະ​ເທດ​ລາວ ພ້ອມ​ດ້ວຍກະຊວງ​ທີ່​ກ່ຽວຂ້ອງ ແລະ ຄູ​ອາຈານ-ນັກ​ຮຽນ​ເຂົ້າ ຮ່ວມ​ເປັນ​ຈຳນວນ​ຫລາຍ.
 ​ໃນ​ພິທີ​ທ່ານ ອາຈານ ສົມ​ພອນ ກັນ​ທະ​ວົງ ຫົວໜ້າ​ພາກ​ວິຊາ​ຄອມ​ພິວ​ເຕີ ​ແລະ ​ໄອ​ທີ ຄະນະ​ວິ ສະວະກຳ​ສາດ ກ່າວ​ວ່າ: ສຳ ລັບ​ໂຄງການ​ນີ້​ແມ່ນ​ສືບ​ເນື່ອງ​ຈາກ​ຜົນສຳ​ເລັດ​ຂອງ​ໂຄງການ Tech Institute ພາຍ​ໃຕ້​ຊື່​ງານ Android app academy (ການ​ພັດທະນາ app ​ເທິງ​ມື​ຖື) ຄັ້ງທີ 1 ​ໃນຕົ້ນປີ 2014 ທີ່​ຜ່ານ​ມາ ​ເຊິ່ງ ທາງ​ຄະນະ​ວິສະວະກຳ​ສາດ​ຮ່ວມ​ກັບ​ບໍລິສັດ ​ໄທ ຊຳ​ຊຸງ ​ເອ​ເລັກ​ໂຕຣນິກ ຈຳກັດ ​ເປັນ​ຜູ້​​ໃຫ້​ທຶນ​ສະໜັບສະໜູນ​ການ​ດຳ​ເນີນ​ໂຄງການດັ່ງກ່າວ ​ແລະ ​ເຫັນ​ໄດ້ ຄວາມ​ສຳຄັນ​ຂອງ​ໂຄງ ການ​ນີ້ ທັງ​ສອງ​ພາກສ່ວນຈຶ່ງ​ຕົກລົງ​ເຫັນ​ດີ​ສືບຕໍ່​ຮ່ວມ​ມື​​ກັນອີກໂດຍ​ມີຊື່ວ່າ: Android AppAcademy by
Sumsung Season II ​ເພື່ອ​ນຳ​ເອົາ​​ໂຕ​​ແທນ​ນັກ​ສຶກສາ​ຈາກ 5 ສະ​ຖາ​ບັນ​ການ​ສຶກສາ​ດ້ານ​ໄອ​ທີ ແລະ ນັກ​ສຶກສາ​ທີ່​ສົນ​ໃຈ​ທົ່ວ​​ໄປ​ເຂົ້າ​ຮ່ວມ​ເຝິກອົບຮົມ​ການ​ພັດ ທະນາ applocatoion ສຳລັບ​ປະຕິບັດ​ການ Android ພ້ອມ​ກັບ​ຈັດການ​ປະ​ກວດ​ແອັບທີ່​ເດັ່ນ ເພື່ອ​ຊີງ​ລາງວັນ​ຈາກຊຳ​ຊຸງ.
     ທ່ານ​ຫົວໜ້າ​ພາກ​ວິຊາ ກ່າວ​ອີກ​ວ່າ: ຈຸດປະສົງ​ເພື່ອ​ສົ່ງ​ເສີມ ແລະ ​ເປີດ​ໂອກາດ​ໃຫ້​ນັກຮຽນ​-ນັກ​ສຶກ ສາ​ທັງ​ໄດ້​ຮຽນ​ຮູ້ ​ແລະ ທຳ​ຄວາມ​ເຂົ້າ​ໃຈ​ການ​ພັດທະນາ​ແອັບ ​ແລະ ​ໂປຣ​ແກຣມສຳລັບ​ໂທລະສັບ​ມື​ຖື​ໃນ​ລະບົບ​ປະຕິບັດ​ການ Android, ​ເພື່ອ​ເປັນ​ການ​ສົ່ງ​ເສີມ​ການ​ທຳ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຂໍ້​ດີ-ຂໍ້​ເສຍ​ໃນ​ສ່ວນຕ່າງໆ​ຂອງ​ລະບົບ Android ພ້ອມ​ກັບ​ການ​ຮຽນ​ຮູ້​ເຄື່ອງ ມື​ໃນ​ການ​ຂຽນ​ໂປ​ຣ​ແກຣມ Android, ເພື່ອ​ສົ່ງ​ເສີມ​ໃຫ້​ເກີດ​ການ​ພັດທະນາ​ຄວາມ​ຮູ້​ໃໝ່ໆ​ທີ່​ພວມ​ເປັນ​ທີ່​ຕ້ອງການ​ຂອງ​ຕະ ຫລາດ​ໂລກ​ໃຫ້​ແກ່​ນັກ​ສຶກສາ​ດ້ານ​ໄອ​ທີ​ໃນ​ປະ​ເທດ​ລາວ, ​ເພື່ອ​ເປັນ​ເວທີ​ໃຫ້​ແກ່​ນັກ​ສຶກສາ​ໄດ້​ສະ​ແດງ​ແນວ​ຄິດ ​ແລະ ການພັດທະນາ​ແອັບ​ສຳລັບ​ມື​ຖື​ສູ່​ສັງຄົມອີກດ້ວຍ.

No comments:

Post a Comment