Ad

Ad

29 September 2014

ອົງການໄຈກາຊ່ວຍເຫລືອຊາວໜຸ່ມລາວເຂົ້າຮ່ວມການຝຶກອົບຮົມຢູ່ປະເທດຍີ່ປຸ່ນ



     ວັນທີ 26 ກັນຍານີ້, ຢູ່ຮ້ານອາຫານຄົວລາວນະຄອນຫລວງວຽງຈັນ ອົງການ ໄຈກາ ໄດ້ຈັດງານລ້ຽງສົ່ງຊາວໜຸ່ມລາວ ຈຳນວນໜຶ່ງທີ່ຖືກຄັດເລືອກເຂົ້າຮ່ວມການ ຝຶກອົບຮົມຫລັກສູດ “ການພັດທະນາຊຸມຊົນ” ພາຍໃຕ້ໂຄງການເຝິກອົບຮົມຊາວ ໜຸ່ມທີ່ຈະເປັນຜູ້ນຳໃນອະ ນາຄົດ 2014, ໂດຍການເຂົ້າ ຮ່ວມຂອງທ່ານ ທອງຈັນ ລາດສິມຄຳ ຮອງຫົວໜ້າຫ້ອງການສູນ ກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ທ່ານ ໂຄອິຈິ ທາ ເກອິ ຫົວໜ້າອົງການໄຈກາປະຈຳລາວນເຂົ້າຮ່ວມນຳອີກ.
    ໂຄງການນີ້ ແມ່ນສ່ວນໜຶ່ງ ຂອງການຊ່ວຍເຫລືອຈາກອົງການໄຈກາໃຫ້ແກ່ຊາວໜຸ່ມທີ່ມີອາຍຸ ແຕ່ 20-35 ປີ, ມາຈາກ ບັນດາປະເທດທີ່ກຳລັງພັດທະນາ ແລະ ຜູ້ທີ່ຈະເປັນຜູ້ນຳພາສ້າງສາພັດທະນາປະເທດຂອງຕົນໃນອະນາຄົດເພື່ອ ໄປຝຶກອົບ ຮົມວິຊາການ ແລະ ແລກປ່ຽນບົດຮຽນຕົວຈິງກັບຄົນຍີ່ປຸ່ນ, ເພື່ອຍົກສູງຄວາມຮູ້ຄວາມສາມາດດ້ານວິຊາການ ແລະ ຍັງຈະ ໄດ້ຮູ້ຈັກປະເທດຍີ່ປຸ່ນກໍຄືແບບແຜນການດຳລົງຊີວິດຂອງປະຊາຊົນດ້ານວັດທະນະທຳຮີດຄອງປະເພນີ ແລະ ປະຫວັດສາດ ຂອງ ປະເທດອື່ນໆອີກ.

     ໃນງານດັ່ງກ່າວ ທ່ານ ໂຄອິຈິ ທາເກອິ ຫົວໜ້າອົງການໄຈກາ ປະຈຳລາວໄດ້ມີຄຳເຫັນວ່າ: ສຳມະກອນທຸກທ່ານຈະຕ້ອງ ຕັ້ງໃຈຮ່ຳຮຽນ ແລະ ນຳເອົາຂໍ້ມູນທີ່ເປັນປະໂຫຍດມາພັດທະນາຊົນນະບົດ, ໂດຍສະເພາະແມ່ນຂົງເຂດກະສິກຳຢູ່ປະເທດ ລາວ ແລະ ຫວັງວ່າໂຄງການນີ້ຈະສືບຕໍ່ສົ່ງເສີມມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ-ຍີ່ປຸ່ນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
     ໂຄງການຊາວໜຸ່ມທີ່ຈະເປັນຜູ້ນຳໃນອະນາຄົດແມ່ນໄດ້ເປີດຂຶ້ນແຕ່ປີ 2007 ເປັນຕົ້ນມາ, ເຊິ່ງເປັນໂຄງການທີ່ສືບຕໍ່ມາ ຈາກໂຄງການມິດຕະພາບຍີ່ປຸ່ນ-ລາວໃນເມື່ອກ່ອນທີ່ໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 1995, ຊຶ່ງເປັນໂຄງການຮ່ວມມືທາງດ້ານວິ ຊາການຂອງໄຈກາໃຫ້ແກ່ ສປປ ລາວ ສະເພາະຄັ້ງນີ້ມີສຳມະກອນຈຳ ນວນ 10 ຄົນ, ຊຶ່ງຈະອອກເດີນທາງໄປຝຶກອົບຮົມຢູ່ຍີ່ ປຸ່ນເປັນເວລາ 18 ວັນ, ນັບແຕ່ວັນທີ 29 ກັນ ຍານີ້ເປັນຕົ້ນໄປ.

No comments:

Post a Comment