Ad

Ad

29 September 2014

ຈັບ​ໄດ້​ແລ້ວຄາດ​ຕະກອນ​ໂຫດຂ້າສອງແມ່ລູກຢູ່ແຂວງຊຽງຂວາງ



     ​ເຈົ້າໜ້າ​ທີ່​ພະ​ແນ​ກສືບສວນ-ສອບ​ສວນ​ກອງ​ບັນຊາ​ການ ປກສ ​​ແຂວງ​ຊຽງ​ຂວາງ ຈັບ​ຕົວ​ໄດ້​ແລ້ວ​ຄາດ​ຕະກອນ​ໂຫດ​ທີ່​ຄາດ​ຕະກຳ​ເມຍ​ເກົ່າ ​ແລະ ລູກນ້ອຍ 1 ປີ​ໃນ​ວັນ​ທີ 25 ກໍລະ ກົດ 2014, ​ແລ້ວ​ເອົາ​ສົບ​ໄປຖິ້ມຢູ່​ແຄມ​ຫ້ວຍ​ນ້ຳງິ້ວ ​ເຂດ​ບ້ານ​ໂພນ​ແຍງ ​ເມືອງຄູນ ​ແຂວງ​ຊຽງ​ຂວາງຍ້ອນການຫຶງຫວງ.
    ​ເຈົ້າໜ້າ​ທີ່​ພະ​ແນ​ກສືບສວນ- ສອບ​ສວນ​ກອງ​ບັນຊາ​ການ ປກສ ​ແຂວງ​ຊຽງ​ຂວາງ ​ໃຫ້​ຮູ້​ວ່າ: ຂ້າຕະກອນ ໂຫດດັ່ງກ່າວ ຄື​ທ້າວ ວາ​ກີ​ລໍ່ ຫລື ຊາ​ລໍ ອາຍຸ 41 ປີ ປະຊາຊົນ​ຢູ່​ບ້ານ​ໜອງ​ນ້ຳ ເມືອງ​ຄູນ ​ແຂວງ​ຊຽງ​ຂວາງ ເຊິ່ງ​ເປັນ​ຜົວ​ເກົ່າ​ຂອງ​ຜູ້​ເສຍ​ຊີວິດ ພາຍຫລັງ​ກໍ່ເຫດຜູ້ກ່ຽວ ໄດ້ເອົາ ຕົວໄປ​ລີ້ຊ້ອນ​ຢູ່​ເຮືອນ​ຂອງ​ຍາດ​ພີ່ນ້ອງທີ່ເມືອງຄຳເກີດແຂວງບໍລິຄຳໄຊ, ຈົນ​ຮອດ​ວັນ​ທີ 15 ກັນ ຍາ​ນີ້, ​ເຈົ້າໜ້າ​ທີ່​ຕຳຫລວດ​ແຂວງ​ບໍລິ​ຄຳ​ໄຊ ຈຶ່ງສາມາດ​ຈັບ​ຕົວ​ຜູ້ກ່ຽວ​ໄດ້​.
     ທ້າວ ວາ​ກີ​ລໍ່ ​ໄດ້​ຮັບ​ສາລະ ພາບ​ວ່າ: ຕົນ​ໄດ້​ສ້າງ​ຄອບຄົວ​ກັບ​ນາງ ​ເກ​ຍຊົ່ງ ​ແລະ ມີ​ລູກ​ຮ່ວມ​ກັນ 1 ຄົນ ຊື່​ນາງ ປ່າ​ຢັ່ງ​ລໍ່ ອາຍຸ 1 ປີ, ທັງ​ສອງ​ໄດ້​ຢ່າ​ຮ້າງ​ກັນ​ໃນ​ປີ 2013, ​ແຕ່​ກໍ​ຍັງ​ມີ​ການ​ຕິດຕໍ່​ພົວພັນ​ນຳ​ກັນ​ຢູ່. ກ່ອນ​ມື້​ເກີດ​ເຫດ, ​ໃນ​ວັນ​ທີ 25 ກໍລະ ກົດ 2014 ນາງ ​ເກ​ຍຊົ່ງ ​ໄດ້​ໂທລະສັບ​ຫາ​ຕົນ​ໃຫ້​ໄປ​ຮັບ​ຢູ່​ບ້ານ​ໂພນ​ຮົມ ເມືອງ​ທ່າ​ໂທມ ​ແຂວງ​ໄຊ​ສົມ ບູນເພື່ອມາແຂວງ​ຊຽງ​ຂວາງ. ຈາກ​ນັ້ນ, ກໍ​ໄດ້​ພາ​ນາງ ເມຍເກົ່າ ແລະ ລູກ​ສາວ​ມາ​ພັກ​ຢູ່​ເຮືອນ​ພັກ ທີ່ເມືອງແປກ 2 ຄືນ, ຮອດ​ເຊົ້າ ວັນ​ທີ 28 ກໍລະ ກົດ, ມີນາງ ຊົວ     (​ເປັນ​ໝູ່​ຂອງ​ນາງ ​ເກ​ຍຊົ່ງ) ​ໄດ້​ໂທລະສັບ​ຫາ​ນາງ ​ເກ​ຍຊົ່ງ ໄດ້ ບອກ​ວ່າ​ຖ້າ​ຈະ​ເມືອ​ບ້ານ​ໃຫ້​ມາ​ພົບ​ຂ້ອຍຢູ່​
ເມືອງ​ຄູນ. ກ່ອນຈາກ​ນັ້ນ ທ້າວ ວາ​ກີ​ລໍ່ ຈຶ່ງ​ໄດ້​ພາ​ນາງ ເກ​ຍຊົ່ງ ​ແລະ ລູກ ຂີ່​ລົດຈັກ​ໄປ​ເມືອງ​ຄູນ, ພໍໄປ​ຮອດ​ຕະຫລາດ​ເມືອງ​ຄູນ​ກໍ​ໄດ້​ພັກ​ເຊົາ​ກິນ​ເຂົ້າ ສວາຍ ຈາກນັ້ນກໍ​ພາ​ນາງ ​ເກ​ຍ ຊົ່ງ ​ແລະ ລູກ​ສາວ ຂີ່​ລົດຈັກ​ມຸ່ງ​ໜ້າ​ໄປ​ເມືອງ​ທ່າ​ໂທມ. ຮອດ​ບ້ານ​ໂພນ​ແຍງ ​ເມືອງ​ຄູນ, ນາງ ​ເກ​ຍ ຊົ່ງ ​ໄດ້​ບອກ​ໃຫ້​ຈອດ​ລົດ ​ເພື່ອ​ລົມ​ໂທລະສັບ​ກັບ​ນາງ ຊົວ. ແຕ່ໃນ ຂະນະນັ້ນທ້າວ ວາກີລໍ ກໍໄດ້ ລົມກັບເມຍເກົ່າເພື່ອຈະເອົາກັນຄືນ ແຕ່ໄດ້ຮັບປະຕິເສດ ຍ້ອນ​ພໍ່​​ແມ່​ພີ່ ນ້ອງ​ບໍ່​ໃຫ້​ເອົາກັນ​ແລ້ວ, ​ແຕ່​ວ່າ​ຖ້າ​ຈະ​ໄປ​ເອົາ​ຄົນໃໝ່ກໍ​ຄົງ​ຍາກ ເພາະ​ມີ​ລູກ​ແລ້ວ ​ໃຜ​ກໍ​ຄົງ​ບໍ່​ຢາກ​ເອົາ​ດອກ. ເມື່ອ​ທ້າວ ວາ​ກີ​ລໍ່ ​ໄດ້​ຍິນ​ແນວ​ນັ້ນ ກໍ​ເກີດ​ໂມ​ໂຫ​ຈຶ່ງ​ເອົາ​ມີດ​ທີ່​ຖື​ມາ​ນຳ​ຟັນ​ຄໍ​ດ້ານ​ຫລັງ​ຂອງ​ນາງ   ເກ​ຍຊົ່ງ ໜຶ່ງ​ບາດ ​ແລະ ຟັນ​ຄໍ​ທາງ​ຂ້າງ​ຕື່ມ​ອີກ​ໜຶ່ງ​ບາດ ​ເຮັດ​ໃຫ້​ນາງ ​ເກ​ຍ ຊົ່ງ ຕາຍ​ຄາ​ທີ່. ຈາກນັ້ນ ກໍ​ຟັນ​ຄໍ​ລູກ​ສາວໜຶ່ງ​ບາດເຮັດ​ໃຫ້ຕາຍຄາ​ທີ່​ເຊັ່ນ​ດຽວ​ກັນ ແລະ ໄດ້ເອົາ ສົບທັງສອງໄປ​ຖິ້ມຢູ່​ແຄມ​ນ້ຳ​ ແລ້ວກໍຂີ່​ລົດ​ໄປ​ເມືອງ​ພູ​ຄູນ ແຂວງ​ຫລວງ​ພະບາງເພື່ອເພື່ອເດີນທາງຕໍ່ໄປທີ່ຊ້ອນຢູ່ແຂວງບໍລິຄຳໄຊຈຶ່ງມາຮອດວັນທີ 15 ກັນຍານີ້ຈຶ່ງສາມາດຈັບຕົວ ຄາດຕະກອນມາດຳເນີນຄະດີໄດ້.

No comments:

Post a Comment