Ad

Ad

29 September 2014

ປກສ ​ເມືອງຫາດ​ຊາຍ​ຟອງ ​ມ້າງ​ກຸ່ມ​ມົ້ວ​ສຸມ​ຢາ​ເສບ​ຕິດ​ຕົວ​ອັນຕະລາຍ



    ​ເມື່ອ​ບໍ່​ດົນ​ມານີ້,​ ເຈົ້າ​ໜ້າ​ທີ່​ ປກສ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫລວງ​ວຽງ​ຈັນ ໄດ້​ມ້າງ​ກຸ່ມ​ມົ້ວ​ສຸມ ​ແລະ ຄ້າຂາຍ​​ຢາ​ເສບ​ຕິດ​ຕົວ​ອັນຕະລາຍຢູ່ໃນ​ເມືອງ​ດັ່ງ ກ່າວ​ ​ແລະ ສາມາດ​ຈັບ​ຜູ້​ຕ້ອງ​ຫາ​ໄດ້​ຄື: ທ້າວ ສຸດ​ຕາ ອາຍຸ 24 ປີຢູ່​ບ້ານປ່າ​ຫວ້າ, ທ້າວ ສຸລິຍັນ ອາຍຸ 35 ປີ​ ​ແລະ ທ້າວ ຈິລະ​ພັນ ອາຍຸ 27 ປີຢູ່​ບ້ານ​ປ່າ​ມ່ວງ, ເມືອງດັ່ງກ່າວ​ ແລະ ຜ່ານ​ການ​ສຶບສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ​ທີ່, ພວກ​ກ່ຽວ​ໄດ້​ຊັກ​ທອດ​ເຖິງ​ເພື່ອນ​ຮ່ວມ​ຂະ​ບວນການ​ຈຳ ນວນ​ໜຶ່ງ ​ແລະ ​ເຈົ້າ​ໜ້າ​ທີ່​ສາ ມາດ​ນຳ​ຈັບຕົວມາ​ໄດ້​ຄື: ທ້າວ ບຸນ​ຈັນ ອາຍຸ 30 ປີ​ຢູ່​ບ້ານ​ທ່າ​ມ່ວງ ​ແລະ ທ້າວ ​ແສງ​ແກ້ວ ອາ ຍຸ 36 ປີ​ຢູ່​ບ້ານ​ໜອງ​ແຫ້ວ ເມືອງ​ຫາດ​ຊາຍ​ຟອງ ນະຄອນຫລວງ​ວຽງ​ຈັນ ​ແລະ ມີ​ຂອງ​ກາງ​ຢາ​ບ້າ​ຈຳນວນ​ໜຶ່ງ, ​ເຊິ່ງ​ເຈົ້າໜ້າ​ທີ່​ໄດ້​ຢຶດ​ໄວ້​ເປັນ​ຫລັກ​ຖານ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.​ໂດຍທັງ​ໝົດ​ຮັບ​ສາລະພາບ​ກັບ​ເຈົ້າໜ້າ​ທີ່ວ່າ:​​​ ໄດ້​ຮ່ວມ​ກັນເຄື່ອນ​ໄຫວ​ມົ້ວ​ສຸມ ​ແລະ ຄ້າຂາຍ​ຢາ​ເສບ​ຕິດ​ໃຫ້​ກັບ​ຊາວ​ໜຸ່ມ​ຢູ່​ພາຍ​ໃນ​ເມືອງ​ຫາດ​ຊາຍ​ຟອງ​ ​ແລະ ເມືອງ​ໃກ້ຄຽງມາ​ດົນ​ແລ້ວ, ນອກ ຈາກ​ນີ້,​ ແຕ່ລະຄົນ​ຍັງ​ເຄີຍ​ຖືກ ຕ້ອງ​ໂທດ​ໃນ​ຂໍ້​ຫາມົ້ວ​ສຸມ ​ແລະ ຄ້າຂາຍຢາ​ເສບ​ຕິດ ​ແລະ ລັກ​ຊັບ​ພົນລະ​ເມືອງມາແລ້ວ.

No comments:

Post a Comment