Ad

Ad

26 September 2014

ລັດຖະບານພິຈາລະນາຮັບຮອງເອົາຫລາຍບັນຫາສຳຄັນຂອງຊາດ



     ຄະນະລັດຖະບານໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາ ຫລາຍບັນຫາສໍາຄັນຂອງຊາດໃນກອງປະຊຸມ ປະຈໍາສົກປີ 2013-2014 ທີ່ຈັດ ຂຶ້ນແຕ່ວັນທີ 22-24 ເດືອນກັນຍາ ປີ 2014. ພາຍໃຕ້ການເປັນປະທານຂອງ ທ່ານ ທອງ ສິງ ທໍາມະວົງ ນາຍົກລັດຖະມົນຕີໂດຍມີ ບັນດາທ່ານຮອງນາຍົກລັດຖະ ມົນຕີ, ບັນດາສະມາຊິກລັດຖະບານ, ປະທານ, ຫົວໜ້າອົງການ ຈັດຕັ້ງພັກ-ລັດ, ສະພາແຫ່ງຊາດ, ອົງການຕຸລາການ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະ ຫາຊົນຂັ້ນສູນກາງ, ເຈົ້າຄອງນະຄອນຫລວງ ວຽງຈັນ ແລະ ບັນດາທ່ານເຈົ້າ ແຂວງໃນທົ່ວປະເທດເຂົ້າຮ່ວມ.
     ໃນຕອນເຊົ້າວັນທີ 25 ເດືອນ ກັນຍາປີ 2014 ຢູ່ຫ້ອງວ່າການ ລັດຖະບານ, ທ່ານ ເພັດສາຄອນ ຫລວງອາໄພລັດຖະມົນ ຕີຊ່ວຍວ່າການ, ຮອງຫົວໜ້າຫ້ອງວ່າ ການລັດຖະບານ, ຮອງໂຄສົກ ລັດຖະບານໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ກອງປະ ຊຸມປະ ຈໍາສົກປີ 2013-2014 ນີ້ ໄດ້ນຳ ເອົາຫລາຍບັນຫາສຳຄັນຂອງ ຊາດມາພິຈາລະນາຢ່າງເລິກ ເຊິ່ງກວ້າງຂວາງ ແລະ
ເຫັນດີ ຮັບຮອງດ້ານຫລັກການ ເປັນຕົ້ນ ຮັບຮອງເອົາບົດລາຍງານຂອງ ບັນດາກະຊວງກ່ຽວກັບຄວາມ ຄືບໜ້າການກະກຽມ ຄວາມພ້ອມດ້ານຕ່າງໆໃນການເຂົ້າຮ່ວມປະຊາຄົມອາຊຽນໂດຍສະເພາະປະຊາຄົມເສດຖະກິດອາຊຽນ; ບົດລາຍງານການຕີ ລາຄາຜົນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະ ມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາສົກປີ 2013-2014; ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ສົກປີ 2014-2015; ຜົນການຈັດ ຕັ້ງປະຕິບັດຄໍາສັ່ງເລກທີ 13/ ນຍ, ລົງວັນທີ 11 ມິຖຸນາ 2012 ວ່າດ້ວຍການໂຈະການພິຈາລະ ນາອະນຸຍາດໂຄງການລົງທຶນ ໃໝ່ສຳລັບການຊອກຄົ້ນ, ສໍາຫລວດແຮ່ທາດ, ການປູກຢາງ ພາລາ ແລະ ໄມ້ວິກ ໃນຂອບເຂດທົ່ວປະເທດ; ການຈັດສັນ ບູລິມະສິດແບ່ງທຶນຂອງລັດຖະບານ. ພ້ອມນີ້ ຍັງໄດ້ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານການຈັດຕັ້ງ ປະຕິບັດໂຄງການສົ່ງເສີມການຜະລິດ ເປັນສິນຄ້າ ແລະ ໂຄງການຄໍ້າ ປະກັນສະບຽງອາຫານ, ຈາກການສໍາຫລວດຕົວຈິງໃນ ປັດຈຸບັນທົ່ວປະເທດມີເນື້ອທີ່ດິນກະ ສິກໍາປະມານ 4,5 ລ້ານເຮັກຕາ ເທົ່າກັບ 19% ຂອງພື້ນທີ່ດິນທົ່ວ ປະເທດໃນນັ້ນ ບ່ອນທີ່ສາມາດຜະລິດກະສິກໍາຕົວຈິງປະມານ 2 ລ້ານກວ່າເຮັກຕາເຊິ່ງໃນກອງ ປະລັດຖະບານປະຈໍາປີ 2012- 2013 ຜ່ານມາ ໄດ້ຕົກລົງເອົາ ພື້ນທີ່ຂອງແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດເປັນຈຸດ ສ້າງໃຫ້ເປັນໂຄງການຜະລິດ ເຂົ້າເພື່ອຄໍ້າປະກັນສະບຽງອາ ຫານດ້ວຍການນໍາໃຊ້ເນື້ອທີ່ເກົ່າທີ່ມີ ແລະ ບຸກເບີກໃໝ່ຈໍານວນ ໜຶ່ງທັງນີ້, ກໍເພື່ອສາມາດຄໍ້າປະ ກັນຄວາມໝັ້ນຄົງດ້ານສະ ບຽງອາຫານໄປຄຽງຄູ່ກັບການເພີ່ມຂຶ້ນຂອງພົນລະເມືອງປະມານ 7,8 ລ້ານຄົນ ຕ້ອງໄດ້ມີການກໍາ ນົດພື້ນທີ່ການຜະລິດ, ຊຸກຍູ້ສົ່ງ ເສີມຂະບວນການຜະລິດ, ນໍາໃຊ້ ເຕັກນິກວິທະຍາສາດ, ນໍາໃຊ້ ກົນຈັກ, ມີມາດຕະການ ແລະ ນະໂຍບາຍລະອຽດ ເພື່ອກະຕຸກຊຸກຍູ້ໃຫ້ມີການລົງທຶນຂອງທຸກພາກສ່ວນເຂົ້າໃນການຜະລິດສະບຽງອາຫານຢ່າງຕັ້ງ ໜ້າ ແລະ ໃຫ້ບັນລຸຄາດ ໝາຍຜົນຜະລິດ ເຂົ້າເປືອກໃນປະລິມານ 3,1 ລ້ານໂຕນ, ໃນນັ້ນ ການຄໍ້າປະ ກັນຄວາມໝັ້ນຄົງ ດ້ານສະບຽງອາຫານປະມານ 2,5 ລ້ານ ໂຕນ ສະເລ່ຍຜະລິດເຂົ້າເປືອກບໍ່ໃຫ້ ຫລຸດ 233 ກິໂລ/ຄົນ/ປີ ຫລື ເຂົ້າ ສານ 0,3 ກິໂລ/ຄົນ/ມື້ ທັງເປັນ ສິນ ຄ້າຊົມໃຊ້ພາຍໃນ ແລະ ສົ່ງ ອອກປະມານ 6 ແສນໂຕນ; ປະ ກອບຄຳເຫັນຕໍ່ການປັບປຸງດໍາ ລັດສະບັບເລກທີ 269/ນຍ, ລົງ ວັນທີ 11 ພະຈິກ 2006 ວ່າດ້ວຍ ການປະຢັດ ແລະ ຕ້ານການຟຸມ ເຟືອຍບາງມາດຕາ; ພິຈາລະນາ ແລະ ປະກອບຄໍາຄິດຄໍາ ເຫັນ ດ້ວຍຄວາມຮັບຜິດຊອບສູງຕໍ່ບົດສະຫລຸບຕີລາຄາດ້ານດີ, ດ້ານ ອ່ອນ ແລະ ຂໍ້ຄົງຄ້າງກ່ຽວກັບ ການບໍລິຫານຂອງລັດ ຖະບານ ສົກປີ 2013-2014 ແລະ ແຜນຈຸດ ສຸມຂອງລັດຖະບານສົກປີ 2014- 2015 ເຊິ່ງສຸມໃສ່ 6 ແຜນວຽກ ຈຸດສຸມ ຄື ວຽກພັດທະນາຊົນນະ ບົດ, ລຶບລ້າງຄວາມທຸກຍາກ ແລະ ແກ້ໄຂລະເບີດບໍ່ທັນ ແຕກ; ວຽກງານເສດຖະກິດ; ວຽກ ງານຂົງ ເຂດວັດທະນະທໍາ-ສັງ ຄົມ; ວຽກງານການບໍລິຫານລັດ ແລະ ວຽກງານຍຸຕິທໍາ; ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະ ຫງົບ; ວຽກງານການຕ່າງປະເທດ ແລະ ການເຊື່ອມ ຈອດກັບສາກົນ.
         ໃນຕອນທ້າຍຂອງກອງ ປະຊຸມທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ບັນດາສະມາຊິກລັດຖະບານເອົາໃຈໃສ່ແຜນວຽກ ຈຸດສຸມປະຈຳສົກປີ 2014-2015 ໂດຍໃຫ້ເອົາໃຈໃສ່ສືບຕໍ່ຈັດຕັ້ງ ນຳພາການພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ແລະ ການເກັບກູ້ລະເບີດບໍ່ທັນ ແຕກໃຫ້ເປັນຂະບວນ ແລະ ມີ ໝາກມີຜົນກວ່າເກົ່າ; ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດເປົ້າໝາຍ ສະຫັດສະວັດດ້ານການພັດທະນາເຊິ່ງມີບາງດ້ານຍັງປະຕິບັດບໍ່ທັນໄດ້ ນັ້ນໃຫ້ບັນລຸຕາມຄາດໝາຍທີ່ ວາງໄວ້; ສືບຕໍ່ຈັດຕັ້ງນຳ ພາການພັດທະນາເສດຖະກິດໃນ ເງື່ອນໄຂທີ່ມີຄວາມຫຍຸ້ງຍາກນີ້ ໃຫ້ມີທ່ວງທ່າດີຂຶ້ນ, ໃນນັ້ນ ແມ່ນການຮັບປະກັນເສດຖະ ກິດມະ ຫາພາກໃຫ້ມີຄວາມໝັ້ນທ່ຽງ, ເອົາໃຈໃສ່ປະຕິບັດ 6 ມາດຕະ ການຮັກສາສະຖຽນລະພາບຂອງເສດຖະກິດມະຫາ ພາກຂອງລັດຖະບານ, ເພີ່ມທະວີຄວາມຮັບຜິດຊອບຕໍ່ການແກ້ໄຂໜີ້ສິນຂອງງົບປະມານ, ປຸກລະດົມ ທຸກພາກສ່ວນເສດຖະ ກິດໃຫ້ເຂົ້າຮ່ວມການພັດທະນາຢ່າງເປັນ ເຈົ້າການ, ຊຸກຍູ້ສົ່ງເສີມການຜະ ລິດ, ການຈຳໜ່າຍ ແລະ ບໍລິການສິນຄ້າໃຫ້ ມີບາດກ້າວຂະ ຫຍາຍຕົວໄວ; ພັດທະນາກຳລັງ ແຮງງານໃຫ້ມີສີມື, ມີຄວາມຮູ້- ຄວາມສາມາດ, ຊຳນານງານ, ມີທັດສະ ນະຄະຕິທີ່ດີ, ມີລະ ບຽບວິໄນ ແລະ ມີວຽກເຮັດງານ ທຳທີ່ເໝາະສົມ; ຍູ້ແຮງວຽກງານຖະແຫລງຂ່າວເພື່ອເຮັດບົດບາດເປັນ ກະບອກສຽງໂຄສະນາເຜີຍແຜ່ແນວທາງຂອງພັກ ແລະ ລະບຽບກົດໝາຍຂອງລັດ, ຕ້ານປະກົດການຫຍໍ້ທໍ້ຕ່າງໆຢູ່ ໃນສັງຄົມ ນັບທັງສື່ສັງຄົມອອນ ລາຍເພື່ອເສີມຂະຫຍາຍ ແລະ ປົກປັກຮັກສາວັດທະນະທຳ, ປະເພນີອັນດີງາມຂອງຊາດຕິດພັນກັບ ການສົ່ງເສີມການພັດທະນາການທ່ອງທ່ຽວໃຫ້ແຂງແຮງ ກວ່າເກົ່າ; ເອົາໃຈໃສ່ປົກປ້ອງ ຊັບສິນທາງປັນຍາ ແລະ ຂຶ້ນທະບຽນ ການຄ້າເພື່ອຮັບປະກັນ ຄວາມຍຸຕິທຳໃນສັງຄົມ, ຍົກສູງ ຄວາມສາມາດແຂ່ງຂັນໃນຂະບວນວິວັດແຫ່ງການເຊື່ອມຈອດກັບ ສາກົນ; ເອົາໃຈໃສ່ເພີ່ມທະ ວີຄວາມສັກສິດ ແລະ ປະສິດທິ ຜົນໃນການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມຕາມ ກົດໝາຍຢ່າງເຂັ້ມງວດ, ເພີ່ມ ທະວີການເຜີຍແຜ່ກົດໝາຍໃຫ້ ປະຊາຊົນໄດ້ຮັບຮູ້ຢ່າງກວ້າງ ຂວາງ, ສືບຕໍ່ຫັນລົງຮາກຖານ ເພື່ອຈັດຕັ້ງປະຕິບັດວຽກງານ 3 ສ້າງໃຫ້ເປັນຂະບວນ, ຕໍ່ເນື່ອງ ຕາມ 4 ບາດກ້າວບຸກທະລຸ; ສືບ ຕໍ່ຈັດຕັ້ງປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີທ່າອ່ຽງຫລຸດ ລົງເພື່ອຮັບປະກັນໃຫ້ແກ່ການສະເຫລີມສະຫລອງສອງວັນສຳຄັນປະຫວັດສາດຂອງພັກ, ຂອງ ຊາດໃນປີ 2015; ສືບຕໍ່ປະ ຕິບັດນະໂຍບາຍຕ່າງປະເທດຢ່າງ ກວ້າງຂວາງ, ເຄື່ອນໄຫວດ້ານ ການທູດຢ່າງຕັ້ງໜ້າເພື່ອສ້າງ ເງື່ອນໄຂອຳນວຍແກ່ການພັດ ທະນາ, ການປົກປັກຮັກສາປະ ເທດຊາດ ແລະ ການເຊື່ອມຈອດ ສາກົນ. ໃນສະເພາະໜ້ານີ້ ແມ່ນ ສຸມໃສ່ກະກຽມ ແລະ ເປັນເຈົ້າການກ່ວາເກົ່າໃນການເຂົ້າເປັນ ປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015, ການເປັນປະທານ ແລະ ເປັນເຈົ້າ ພາບຈັດກອງ ປະຊຸມສຸດຍອດອາຊຽນໃນປີ 2016 ທີ່ຈະມາເຖິງນີ້.

No comments:

Post a Comment